ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການລົງເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່
ຄັ້ງທີ Vlll ຂອງອົງຄະນະພັກເມືອງຈອມເພັດ
ວັນທີ 25 ກໍລະກົດ 2025 ຜ່ານມານີ້, ເມືອງຈອມເພັດ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ການລົງເຜີຍ ແຜ່ຜົນສຳເລັດ ຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຈອມເພັດຄັ້ງທີ Vlll ແລະເຊື່ອມຊືມເອກະສານສຳຄັນຕ່າງໆໃຫ້ແກ່ບັນດາຮາກຖານບ້ານ ຢູ່ທີ່ສະໂມສອນໃຫຍ່ ຂອງເມືອງ, ໂດຍການເປັນປະທານ ຂອງ ສະຫາຍ ສອນເພັດ ພົງສຸທິ ຮອງເລຂາພັກເມືອງ, ວ່າການເຈົ້າເມືອງຈອມເພັດ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ ປະທານກອງປະຊຸມໄດ້ຜ່ານບົດສະຫຼຸບຜົນການລົງເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຈອມເພັດຄັ້ງທີ Vlll ແລະເຊື່ອມຊືມເອກະສານສຳຄັນຕ່າງໆໃຫ້ແກ່ບັນດາ ໃຫ້ແກ້ບັນດາຮາກຖານບ້ານ ພາຍໃນເມືອງຈອມເພັດ.
ເມືອງຈອມເພັດ ປະກອບມີ 69 ບ້ານ, ມີ 6.569 ຄອບຄົວ, ມີພົນລະເມືອງ 36.113 ຄົນ, ຍິງ 17.400 ຄົນ, ປະກອບມີ ໝ່ວຍພັກ ຂັ້ນບ້ານທັງໝົດ 69 ໝ່ວຍພັກ, ມີສະມາຊິກທັງໝົດ 1.047 ສະຫາຍ, ຍິງ 225 ສະຫາຍ, ສຳຮອງ 86 ສະຫາຍ,ຍິ່ງ 24 ສະຫາຍ, ພາຍຫຼັງສຳເລັດກອງປະຊຸມໃຫ່ຍ ຂອງອົງຄະນະພັກເມືອງ ຄັ້ງທີ Vlll, ຄະນະບໍລິຫານງານພັກເມືອງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນສໍາຄັນ ໃນການນໍາພາ-ຊີ້ນຳສະມາຊິກພັກ, ພະນັກງານ ທະຫານ-ຕໍາຫຼວດ, ອົງການຈັດຕັ້ງບ້ານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ມີສະຕິຕື່ນຕົວ, ມີຄວາມເຄົາລົບ ເຊື່ອໜັ້ນຕໍ່ການນໍາພາ ຂອງພັກ ກົດໝາຍຂອງລັດ, ໃຫ້ເຂົ້າສູ່ວຽກງານຕົວຈິງ ແລະ ພັດທະນາຊີວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ.
ຜ່ານມາ ຄະນະບໍລິຫານງານພັກເມືອງໄດ້ລົງເຜີຍແຜ່ຜົນສໍາເລັດ ຂອງການດໍາເນີນກອງປະຊຸມໃຫ່ຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ, ຕໍ່ໝ້າ 2025-2029, ມະຕິຂອງຄະນະປະຈຳພັກແຂວງ ສະບັບເລກທີ 274/ຄປພຂ.ຫຼບ ວ່າດ້ວຍການຮັບຮອງຜົນ ຂອງການເລືອກຕັ້ງຄະນະບໍລິຫານງານພັກເມືອງຈອມເພັດ ສະໄໝທີ 8, ມະຕິກອງປະຊຸມໃຫ່ຍຜູ້ແທນສະຫະພັນແມ່ຍີງເມືອງ, ມະຕິກອງປະຊຸມໃຫ່ຍຜູ້ແທນຊາວໝຸ່ມ ແລະ ມະຕິກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດເມືອງ ຈາກນັ້ນ, ຍັງໄດ້ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ, ມະຕິ 030/ກມສພ, ວ່າດ້ວຍມາດຖານ ຂອງພະນັກງານນຳພາ-ຄຸ້ມຄອງ ກ່ຽວກັບການຂື້ນແຜນດຳນົດພະນັກ ງານນໍາພາຄຸ້ມຄອງຂັ້ນບ້ານ, ພ້ອມນັ້ນບັນດາຜູ້ແທນກອງປະຊຸມ ກໍ່ໄດ້ພັດປ່ຽນຂື້ນມີຄໍາເຫັນ ຢ່າງກົງໄປກົງມາ ເຊິ່ງສ່ອງແສງຫຼາຍບັນຫາເຊັ່ນ: ຂອງການປະສານງານລະຫວ່າງພະນັກງານກັບຂັ້ບ້ານ, ການຕິດຕາມກວດກາ ແລະປັບປຸງກົດລະບຽບຢູ່ຮາກຖານບ້ານ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ.
ຕອນທ້າຍ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງຄະນະພັກ, ພະນັກງານ ຫຼັກແຫຼ່ງ ຂອງເມືອງ ຈົ່ງມີຄວາມຮັບຜິດຊອບໂດຍກົງຕໍ່ວຽກງານຮາກຖານ ຢ່າງແທ້ຈິງ ນໍາເອົາບົດຮຽນຕ່າງໆທີ່ຖອດຖອນໄດ້ ໃນຄັ້ງນີ້ໄປໜູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຄັ້ງຕໍ່ໄປໃຫ້ໄດ້ຮັບຜົນດີ.
ຂຽນຂ່າວໂດຍ: ພັນທະລີ ສຸກຂະເສີມ ຈາກຄະນະໂຄສະນາອົບຮົມ ເມືອງຈອມເພັດ