ຈັດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ V ປະຈໍາປີ 2025

ຈັດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ

ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ V ປະຈໍາປີ 2025

ໃນ​ວັນ​ທີ 4-5 ກັນຍາ 2025 ​ນີ້ ຢູ່​ທີ່​ຫ້ອງ​ປະ​ຊຸມ​ຂອງ​ຄະນະໂຄສະນາອົບຮົມແຂວງໄດ້​ມີ​ການ​ຈັດ​ຕັ້ງອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ່ V ໂດຍ​ການເປັນ ປະທານ ຂອງ ສະຫາຍ ສົມຈິດ ສິງລໍຄໍາ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີ​​ຄະ​ນະ​ຮັບ​ຜິດ​ຊອບ ແລະ ນັກ​ສຳ​ມະ​ນາ​ກອນ​ມາຈາກຄະນະພັກຮາກຖານວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ, ໜ່ວຍພັກຄະນະກວດກາພັກ-ລັດແຂວງຫຼວງພະບາງ, ຄະນະພັກຮາກຖານສະຖາບັນຍຸຕິທໍາແຫ່ງຊາດສາຂາ ແຂວງຫຼວງພະບາງ, ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ, ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໜ່ວຍພັກພະແນກຍຸຕິທໍາແຂວງ, ຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຈໍານວນ 25 ສະຫາຍ, ຍິງ 05 ສະຫາຍ.

ໃນ​ພິ​ທີ​ ​ປະ​ທານ​ໄດ້​ມີ​ຄຳ​ເຫັນ​ຊີ້​ນຳ​ບັ້ນ​ຝຶກ​ອົບ​ຮົມ ເຊິ່ງ​​ໄດ້​ເນັ້ນ​ໜັກ​ໃຫ້​ມະຫາຊົນ​ຜູ້​ກ້າວໜ້າ​ໄດ້ຮັບຮູ້ ​ແລະ ​ເຂົ້າ​ໃຈ ​ເບື້ອງ​ຕົ້ນ​ກ່ຽວ​ກັບປະຫວັດ, ຄວາມ​ເປັນ​ມາ, ​ອຸດົມ​ການ ແລະ ທາດ​ແທ້​ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ  ​ເຂົ້າ​ໃຈ​ກ່ຽວ​ກັບ​ມາດຖານ ​ແລະ ​ເງື່ອນ​ໄຂຜູ້​ທີ່​ຈະ​ຂະຫຍາຍ​ເຂົ້າ​ເປັນ​ສະມາຊິກ​ພັກ​ປະຊາຊົນ​ປະຕິວັດ​ລາວ ບົນ​ພື້ນຖານ​ຄວາມ​ເຂົ້າ​ໃຈ​ດັ່ງກ່າວ ຕ້ອງ​ຕັ້ງໜ້າ​ຝືກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ​ໃຫ້​ໄດ້​ມາດຖານ, ​ເງື່ອນ​ໄຂ​ຄົບ​ຖ້ວນ ​ແລະ ມີ​ຄວາມ​ຕື່ນ​ຕົວ​ສະໝັກ​ໃຈ​ເຂົ້າ​ເປັນ​ສະມາຊິກ​ພັກ​ ປະຊາຊົນ​ປະຕິວັດ​ລາວ ​ເພື່ອ​ເພີ່ມ​ກໍາລັງ​ແຮງສູ້ຮົບ​ໃຫ້​ແກ່​ພັກນັບ​ມື້​ນັບ​ຫຼາຍ​ຂື້ນ​ ໂດຍ​ສະ​ເພາະ​ແມ່ນ​ມະຫາຊົນ​ຜູ້​ກ້າວໜ້າ ຕ້ອງຮັບ​ຮູ້-​ເຂົ້າ​ໃຈ​ຢ່າງ​ເລີກ​ເຊີ່ງ ແລະ ມີສະຕິລະວັງຕົວຢູ່ສະເໜີ, ກໍາ​ແໜ້ນ​ທິດ​ນໍາ​ໃນ​ການ​ກໍ່ສ້າງ​ພັກ​ໃຫ້​ປອດ​ໃສ​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ຂອງພັກ ມີ​ຄວາມ​ໜັກ​ແໜ້ນ ເພື່ອສືບ​ຕໍ່​ເຮັດວຽກ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກທີ່ມອບໝາຍ​ໄດ້ມີຜົນສຳເລັດສູງ ຮັບຮູ້ກ່ຽວກັບເນື້ອໃນເອກະສານ ອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ 13 ຄໍາຖາມ 13 ຄໍາຕອບ ແລະ 11 ຂໍ້ຫ້າມສຳລັບສະມາຊິກພັກປະຊາຊົນປະຕິວັດລາວ ການ​ອົບ​ຮົມ​ແມ່ນ​ໄດ້​ນຳ​ໃຊ້​ວິ​ທະ​ຍາ​ກອນ​ມາ​ຈາກ ຄະນະໂຄສະນາອົບຮົມແຂວງ 3 ສະຫາຍ ແລະ ໄດ້​ດຳ​ເນີນ​ເປັນ​ເວ​ລາ 2 ວັນ.

ຕອນທ້າຍພິທີ ປະທານ ຍັງໄດ້ມອບມະຕິຕົກລົງຂອງຄະນະປະຈໍາພັກແຂວງ ແລະ ໜັງສືນໍາສົ່ງຂອງຄະນະໂຄສະນາອົບຮົມແຂວງ ໃຫ້ນັກສໍາມະນາກອນແຕ່ລະສະຫາຍ ໄວ້ເປັນຫຼັກຖານ

ໂດຍ: ສຸດທະວີໄຫວ ມີທະວົງ

 

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa