ຈັດພິທີ ປະກາດແຕ່ງຕັ້ງ ອົງການພຸດທະສາສະຫນາສັມພັນລາວ ປະຈຳເມືອງວຽງຄຳ

ໃນວັນທີ 18 ພະຈິກ 2025 ທີ່ເມືອງວຽງຄໍາ ແຂວງຫລວງພະບາງຈັດພິທີ ປະກາດແຕ່ງຕັ້ງ ອົງການພຸດທະສາສະຫນາສັມພັນລາວ ປະຈຳເມືອງວຽງຄຳ ແຂວງຫລວງພະບາງ. ໂດຍການເປັນປະທານຂອງ ທ່ານ ຄຳສິງ ສຸດທິດາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົງຄອງເມືອງວຽງຄຳ ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວຫນ້າ-ຮອງຫົວຫນ້າຫ້ອງການອ້ອມຂ້າງເມືອງ, ນາຍບ້ານ, ແນວໂຮມບ້ານ 6 ບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

ເຊິ່ງການປະກາດແຕ່ງຕັ້ງບຸກຄະລາກອນພຣະສົງ ເຂົ້າເປັນຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວເມືອງ ໄດ້ໄຂຂຶ້ນໃນຊ່ວງໄລຍະເວລາທີ່ເມືອງວຽງຄໍາຂອງພວກເຮົາພວມອອກແຮງງານແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິປະຊຸມໃຫຍ່ຂອງອົງຄະນະພັກເມືອງວຽງຄໍາ ສະ ໄໝທີ XIII, ມະຕິກອງປະຊຸມໃຫຍ່ອົງຄະນະພັກ ແຂວງຫຼວງພະບາງ ສະໄໝທີ IX ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງ ອພສ ແຂວງ.
ໃນພິທີດັ່ງກ່າວໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 188/ອພສ ລົງວັນທີ 14 ຕຸລາ 2025 ເຫັນດີແຕ່ງຕັ້ງບຸກຄະລາກອນພຣະສົງ ເຂົ້າເປັນຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ເມືອງວຽງຄຳ ຊຸດທີ I ຈຳນວນ 3 ອົງ.
- ພຣະອາຈານພັນ ຫັດທະວະໂລ ວັດບ້ານແສ້ ເປັນປະທານອົງການພຸດທະສາສະໜາສັມພັນລາວ, ພຣະອາຈານແອ ອັກຄະວັນໂນ ວັດວັງເຫິງ ເປັນຮອງປະທານ ອພສ ເມືອງ, ພຣະອາຈານຄຳຈັນ ຄັມພິລະທຳໂມ ວັດບ້ານແສ້ ເປັນຄະນະ ອພສ ເມືອງ.
ໃນພິທີ ໄດເນັ້ນໃຫ້ໜັກ: ສິ່ງສໍາຄັນພຣະສົງ-ສາມະເນນ ຕ້ອງສ້າງຕົນເອງໃຫ້ເໝາະສົມກັບສະມະນະເພດ ນັບທັງກາຍ, ວາຈາ ແລະ ປະພຶດຕ່າງໆ, ເປັນໃຈກາງແຫ່ງການຊຸມນຸມສົນທະນາສິນທຳ ແລະ ເທດສະໜາ, ຮັກສາສີລະປະວັນນະກຳ, ວິຈິດຕະກຳ, ໜັງສືຜູກໃບລານ, ຄຳພີດີກາພຣະພຸດທະຮູບ, ການປະຕິສັງຂອນຂື້ນໃໝ່ ຕ້ອງຮັກສາໄດ້ສີລະປະວັດທະນະທຳຂອງຊາດ, ຮັກສາມູນ ເຊື້ອ, ເປັນແວ່ນແຍງໃຫ້ແກ່ມວນຊົນ ແລະ ສາສະນິກະຊົນທັງຫຼາຍ.

ໃນຕອນທ້າຍພິທີ ປະທານຍັງໄດ້ເນັັນບາງບັນຫາ ໃຫ້ສືບຕໍ່ທຸກໆພາລະກິດ ທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ນໍາພາໝູ່ຄະນະຈັດຕັ້ງປະຕິບັດຢ່າງສະເໝີຕົ້ນ ສະເໝີປາຍ, ສືບຕໍ່ປັບປຸງແກ້ໄຂວຽກງານຕ່າງໆ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງກັບລະບຽບວິໄນຂອງພຣະ, ຕອບຕ້ານທຸກປະ ກົດການຫຍໍ້ທໍ້ຕ່າງໆ ອັນເປັນຜົນກະທົບຕໍ່ການບໍລິຫານວຽກງານ ອພສ ເມືອງ ໂດຍ ສະເພາະ ແມ່ນວຽກງານປົກຄອງ ແລະ ຄຸ້ມຄອງພຣສົງ-ສາມະເນນ, ປະຕິບັດທຸກມະຕິ, ຄໍາສັ່ງ ຂອງຂັ້ນເທິງ ເປັນຕົ້ນ ລັດທະທຳມະນູນສົງ ແລະ ລະບຽບການຕ່າງໆຂອງພຣະ ຢ່າງເຂັ້ນງວດ.

ພາບ-ຂ່າວ ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງວຽງຄຳ
ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ