ຊຸດອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV

ຊຸດອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV

ຕອນເຊົ້າຂອງວັນທີ 06 ສິງຫາ 2025 ນີ້; ທາງຄະນະໂຄສະນາອົບຮົມເມືອງວຽງຄຳ ລົງເຄື່ອນໄຫວ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV  ປະຈຳປີ 2025 ຢູ່ກຸ່ມພັດ ທະນາ ບ້ານເມືອງໝ້ວຍ ເມືອງວຽງຄຳ ແຂວງຫຼວງພະບາງ.  ໂດຍການເປັນປະທານຮ່ວມຂອງ ສະ ຫາຍ ສົມບັດ ແກ້ວພົມມາ ຮອງຫົວຫນ້າຄະນະໂຄສະນາອົບຮົມເມືອງວຽງຄຳ ແລະ ສະຫາຍແຕ ແກ້ວມະນີ ເລຂາພັກບ້ານ-ບ້ານເມືອງໝ້ວຍ, ມີນັກວິທະຍາກອນ ແລະ ສຳມະນາກອນ ມາຈາກໜ່ວຍພັກ ບ້ານບວມມີ້, ໜ່ວຍພັກບ້ານດອນແກ້ວ, ໜ່ວຍພັກບ້ານເມືອງໝ້ວຍ, ໜ່ວຍພັກບ້ານວັງຄຳ, ໜ່ວຍພັກບ້ານຫາດຮ່ຽນ ແລະ ໜ່ວຍພັກບ້ານນາແວນ ເຂົ້າຮ່ວມທັງຫມົດ 9 ສະຫາຍ, ຍິງ 0 ສະຫາຍ.

ສຳລັບບົດຮຽນທີ່ອົບຮົມໃນຄັ້ງນີ້ ໄດ້ນຳໃຊ້ເອກະສານ13 ຄໍາຖາມ 13 ຄໍາຕອບ ທີ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກຳນົດໃຫ້, ການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນ ສະມາ ຊິກພັກ ຮັບຮູ້ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງ ພັກປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ ແລະ ເງື່ອນໄຂຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດຂອງສະມາຊິກພັກ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ມີຄວາມຮັບຮູ້, ເຂົ້າໃຈເລິກ ຕໍ່ກັບການກໍ່ສ້າງ ແລະ ຂະຫຍາຍພັກ, ກຳໄດ້ເນື້ອໃນ ພື້ນຖານ ແລະ ຫຼັກການລວມຂອງພັກ, ພ້ອມທັງຮັບຮູ້ສັງ ເກດຕີລາຄາ ແລະ ວິເຄາະບັນຫາໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ.

ໃນຕອນທ້າຍ ສະຫາຍ ສົມບັດ ແກ້ວພົມມາ ໄດ້ເນັ້ນໃຫ້ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ທີ່ເຂົ້າຮ່ຳຮຽນເອກະສານໃນຄັ້ງນີ້; ຈົ່ງນຳເອົາບົດຮຽນໄປຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໜັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບ ແຜນດຳລົງຊິວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ປະຕິບັດວຽກງານຕົວຈິງທີ່ພັກລັດມອບໝາຍ ໃຫ້ມີຜົນສຳເລັດ ເພື່ອຈະໄດ້ກາຍເປັນສະມາຊິກພັກທີ່ເປັນແບບຢ່າງ ທີ່ດີໃນຕໍ່ຫນ້າ ຈາກນັ້ນກໍ່ໄດ້ມອບໃບຢັ້ງ ຢືນໃຫ້ນັກສຳມະນາກອນ ເພື່ອໄວ້ເປັນລັກຖານອີກດ້ວຍ.

ຂ່າວ ບຸນມີ ໄຊຍະກຸມມານ ນັກຂ່າວຄະນະໂຮສະນາອົບຮົມເມືອງ.

ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຮສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa