ຊຸດອົບຮົມສະມາຊິກພັກທົ່ວໄປ ຊຸດທີ I ປະຈໍາປີ 2025
ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີມາກ-ເລນິນ, ຄວາມຮູ້ທາງດ້ານຄຸນສົມບັດສິນທໍາປະຕິວັດ ໃຫ້ສະມາຊິກພັກໃໝ່ໄດ້ເຂົ້າໃຈຢ່າງເລິກເຊິ່ງ, ໃນຕອນເຊົ້າ ຂອງວັນທີ 14 ສິງຫາ 2025 ນີ້ ຢູ່ທີ່ສູນຝຶກອົບ ຮົມ ຂອງຄະນະໂຄສະນາອົບຮົມເມືອງຈອມເພັດ ໄດ້ເປີດຊຸດຝຶກອົບຮົມໃຫ້ສະມາຊິກພັກ ຊຸດທີ I ປະຈໍາປີ 2025, ໂດຍໃຫ້ກຽດເປັນປະທານ ຂອງ ສະຫາຍ ນາງ ລັດຕະນາ ມາໄລເພັດ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີຄະນະຮັບຜິດຊອບ, ສະມາຊິກພັກໃໝ່ມາຈາກສໍານັກງານ-ອົງການ ແລະຮາກຖານບ້ານ ຈໍານວນ 18 ໜ່ວຍພັກ, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 43 ສະຫາຍ, ຍິງ 24 ສະຫາຍ.
ໃນພິທີຄັ້ງນີ້, ປະທານໄດ້ກ່າວຍ້ອງຍໍຊົມເຊີຍສະມາຊິກພັກທຸກສະຫາຍ ແລະ ຍິນດີຕ້ອນຮັບເຂົ້າສູ່ການຍົກລະດັບຄວາມຮູ້ທາງດ້ານການເມືອງ-ແນວຄິດ, ຄຸນສົມບັດສິນທຳປະຕິວັດ, ເພື່ອກ້າວເຂົ້າສູ່ການເປັນພະນັກງານຫຼັກແຫຼ່ງ, ພະນັກງານສຶບທອດປ່ຽນແທນ ທີ່ມີຄຸນນະພາບໃນອານາຄົດ ຕາມແຜນຍຸດທະສາດການພັດທະນາບຸກຄະລາກອນ, ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ 4 ບົດຄື: ເສີມຂະຫຍາຍມູນເຊື້ອ ຂອງພັກ, ຍົກສູງຄວາມສາມາດນຳພາ ຂອງພັກ, ສະກັດກັ້ນ ແລະແກ້ໄຂປະກົດການຫຍໍ້ທໍ້ ແລະການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ.
ໃຫ້ກຽດຂື້ນບັນຍາຍເອກະສານຄັ້ງນີ້, ໂດຍແມ່ນ ສະຫາຍ ສົມເພັດ ສຸຂະເສີມ ຄະນະປະຈໍາພັກເມືອງ, ປະທານກວດກາພັກ-ລັດ ເມືອງ ແລະສະຫາຍ ນາງ ລັດຕະນາ ມາໄລເພັດ ກໍາມະການພັກເມືອງ, ຫົວໜ້າຄະ ນະໂຄສະນາອົບຮົມເມືອງ, ແຕ່ລະບົດລ້ວນແຕ່ເປັນບົດທີ່ມີຄວາມໝາຍຄວາມສຳຄັນຕໍ່ກັບການປະຕິບັດໜ້າທີ່ວຽກງານຕົວຈິງ ແລະການດຳລົງຊີວິດປະຈຳວັນ. ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້, ຮຽກຮ້ອງໃຫ້ນັກສຳມະນາກອນຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບໃນການຝຶກອົບຮົມຢ່າງເຄັ່ງຄັດ ເອົາໃຈໃສ່ຕິດຕາມການສິດສອນ ຂອງຄູອາຈານແຕ່ລະບົດຮຽນ, ເພື່ອນນຳຄວາມຮູ້, ຄວາມສາມາດ ໄປພັດທະນາຕົນເອງໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ໄປຕາມແນວທາງ ຂອງພັກ ແລະມີຜົນສຳເລັດ.
ຂ່າວ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາເມືອງຈອມເພັດ
ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາແຂວງ