ຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວ ຂະຫຍາຍເຂົ້າພັກ ຊຸດທີ II

ຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວ ຂະຫຍາຍເຂົ້າພັກ ຊຸດທີ II

ໃນຕອນເຊົ້າ ວັນທີ 14 ສິງຫາ 2025 ນີ້ ຄະນະໂຄສະນາອົບຮົມເມືອງ ປາກອູ, ໄດ້ເປີດຮຽນເອກະສານສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈຳປີ 2025, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ, ເປັນປະທານໂດຍ ສະຫາຍ ໜໍ່ຈັນ ພົມມະປັນຍາ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ໃນນັ້ນມີມະຫາຊົນຜູ້ກ້າວມາຈາກໜ່ວຍພັກ ຮາກຖານບ້ານ ແລະ ກົມກອງ ເຂົ້າຮຽນທັງໝົດ 28 ສະຫາຍ, ຍິງ 7 ສະຫາຍ.

ສຳລັບເອກະສານທີ່ໃຊ້ໃນຄັ້ງນີ້ ໄດ້ນຳໃຊ້ເອກະສານຈາກ ຄະນໂຄສະນາອົບຮົມສູນກາງພັກ ກຳນົດໃຫ້, ເຊິ່ງມີ 13 ຄໍາຖາມ 13 ຄໍາຕອບ, ການຝຶກອົບຮົມໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ໃນຄັ້ງນີ້ ຈຸດປະສົ່ງແມ່ນເພື່ອເຮັດໃຫ້ ເປົ້າໝາຍຂະຫຍາຍສະມາຊິກພັກ ຕ້ອງໄດ້ຮຽນຮູ້ກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ ແລະ ເງື່ອນໄຂຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ແລະ ຜົນປະໂຫຍດຂອງສະມາຊິກພັກ, ເຮັດໃຫ້ມະຫາຊົນຜູ້ກ້າວໜ້າມີຄວາມຮັບຮູ້ຕໍ່ກັບແນວທາງນະໂຍບາຍຂອງພັກ, ເຂົ້າໃຈກ່ຽວກັບການກໍ່ສ້າງ ແລະ ຂະຫຍາຍພັກ ກຳໄດ້ເນື້ອໃນພື້ນຖານຫຼັກການລວມຂອງພັກ ພ້ອມທັງຮັບຮູ້ສັງເກດຕີລາຄາ ແລະ ວິເຄາະບັນຫາໄດ້ໃນລະດັບໃດໜ່ຶ່ງທີ່ແນ່ນອນ.

ໃນຕອນທ້າຍ ສະຫາຍ ປະທານພິທີ ໄດ້ເນັ້ນໃຫ້ມະຊົນຜູ້ກ້າວໜ້າເປົ້າໝາຍຂະຫຍາຍເຂົ້າ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ເຂົ້າຮ່ຳຮຽນເອກະສານສະໜັບສະໜູນ ຈົ່ງນຳເອົາເນື້ອໃນບົດຮຽນດັ່ງກ່າວ ໄປຝຶກຝົນຫຼໍຫຼອມຕົນເອງໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນການດຳລົງຊີວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕົວຈິງ ທີ່ພັກ-ລັດມອບໝາຍ ໃຫ້ມີຜົນສຳເລັດເພື່ອໃຫ້ກາຍເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກາຍເປັນແບບຢ່າງທີ່ດີໃນຕໍ່ໜ້າ.

ຂ່າວໂດຍ: ທ.ອາລຸນກອນ ປັນຍາສະຫວັດ, ຄະນະໂຄສະນາອົບຮົມເມືອງປາກອູ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa