ຕ້ອນຮັບຮອງຫົວໜ້າກົມໂຄສະນາ ຄະນະອົບຮົມສູນກາງພ້ອມດ້ວຍທີມງານ
ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2025 ນີ້ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ຕ້ອນຮັບ ທ່ານ ນາງ ບຸນມາລີ ສີລິດາວົງ ຮອງຫົວໜ້າກົມໂຄສະນາ ຄະນະສູນອົບຮົມກາງພັກ ພ້ອມດ້ວຍທີມງານ ຢູ່ຫ້ອງປະຊຸມຄະນະໂຄະສະນາອົບຮົມແຂວງ, ມີຄະນະພັກ, ຫົວໜ້າຂະແໜງ, ຮອງຂະແໜງເຂົ້າຮ່ວມ.
ພິທີ ທ່ານ ສົມຈິດ ສິງລໍຄຳ ຮອງເລຂາໜ່ວຍພັກ, ຮອງຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ລາຍງານຫຍໍ້ກ່ຽວກັບຜົນງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະໂຄສະນາອົບຮົມທີ່ຜ່ານມາ ເຊິ່ງທ່ານໄດ້ກ່າວວ່າ: ຜ່ານມາຄະນະໂຄສະນາອົບຮົມແຂວງຫຼວງພະບາງໄດ້ຈັດຕັ້ງປະຕິບັດວຽກງານໂຄສະນາຢ່າງເປັນປົກກະຕິ, ເປັນປະຈຳ ແລະ ມີຜົນສຳເລັດຫຼາຍກິດຈະກຳເປັນຕົ້ນແມ່ນ ຂະແໜງໂຄສະນາ ແລະ ຜ່ານສື່ ປະກອບມີ 6 ກິດຈະກຳ, ຂະແໜງອົບຮົມປະກອບມີ 6 ກິດຈະກຳ, ຂະແໜງຄົ້ນຄວ້າສັງລວມ-ເກັບກຳຫາງສຽງສັງຄົມປະກອບມີ 3 ກິດຈະກຳ, ຂະແໜງບໍລິຫານ, ຈັດຕັ້ງ, ກວດກາ ປະກອບມີ 4 ກິດຈະກຳ ສະເພາະວຽກງານພົວພັນຮ່ວມມືກັບຕ່າງປະເທດປະກອບມີ 3 ກິດຈະກຳ. ຫຼັງຈາກນັ້ນ ທ່ານ ນາງ ທ່ານ ນາງ ບຸນມາລີ ສີລິດາວົງ ຮອງຫົວໜ້າກົມ ໂຄສະນາ ຄະນະອົບຮົມສູນກາງພັກ ໄດ້ກ່າວວ່າຈຸດປະສົງກ່ຽວກັບການມາເຮັດວຽກຢູ່ແຂວງຫຼວງພະບາງຄັ້ງນີ້ ເພື່ອເກັບກຳຂໍ້ມູນ ດ້ານດີ, ຜົນງານ ໃນການຈັດຕັ້ງປະຕິບັດວຽກງານໂຄສະນາ ຂັ້ນແຂວງ, ຂັ້ນເມືອງ, ຄອບຄົວຕົວແບບໃນການປູກ-ການລ້ຽງ, ຕົວແບບການເຮັດຫັດຖະກຳ ແລະ ຕົວແບບດ້ານອື່ນໆ ເພື່ອນຳໄປຂຽນເປັນບົດຕີພີມລົງໃນວາລະສານໂຄສະນາ ແລະ ວາລະສານອາລຸນໃໝ່. ຕອນທ້າຍໄດ້ສົນທະນາ ແລກປ່ຽນບົດຮຽນເຊິ່ງກັນແລະ ກັນ ຢ່າງກົງໄປກົງມາ ລະຫວ່າງແຂວງກັບສູນກາງ ພ້ອມທັງຜ່ານແຜນດຳເນີນງານລົງເກັບກຳຂໍ້ມູນຢູ່ເມືອງປາກອູ ແລະ ເມືອງໂພນໄຊ.
ພາບ-ຂ່າວ: ສົມລີ ສຸທິເດດ