ນໍ້າຖ້ວມຢູ່ 3 ເມືອງ ຂອງແຂວງຫຼວງພະບາງ ສ້າງຄວາມເສຍຫາຍຫຼາຍກວ່າ 7,7 ຕື້ກີບ

ນໍ້າຖ້ວມຢູ່ 3 ເມືອງ ຂອງແຂວງຫຼວງພະບາງ ສ້າງຄວາມເສຍຫາຍຫຼາຍກວ່າ 7,7 ຕື້ກີບ

ກອງປະຊຸມປຶກສາຫາລືການແກ້ໄຂຜົນກະທົບ ຈາກເຫດການນໍາຖ້ວມ ຢູ່ເມືອງວຽງຄໍາ, ເມືອງປາກແຊງ ແລະ ເມືອງໂພນທອງ ແຂວງຫຼວງພະບາງ ຈັດຂຶ້ນໃນວັນທີ 29 ກໍລະກົດ 2024 ທີ່ຫ້ອງວ່າການແຂວງຫຼວງພະບາ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ, ປະທານຄະນະຄຸ້ມຄອງ-ແກ້ໄຂໄພພິບັດຂັ້ນແຂວງ.

ໂອກາດນີ້, ທ່ານ ສຸລິສັກ ພົມມາລີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫຼວງພະບາງ ໄດ້ລາຍງານວ່າ: ສະພາບຜົນກະທົບຈາກໄພທຳມະຊາດນໍ້າຖ້ວມ ທີ່ເກີດຂຶ້ນ ໃນລະ ຫວ່າງວັນທີ 23-27 ກໍລະກົດ 2024 ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ນໍ້າຫຼາຍສາຍມີປະລິມານນໍ້າເພີ່ມຂຶ້ນ ແລະ ມີນໍ້າປ່າໄຫຼຊູ ສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງ ທີ່ຢູ່ອາໄສ ຂອງປະຊາ ຊົນ 03 ເມືອງ ລວມ 19 ບ້ານ, 757 ຄອບຄົວ, ມູນຄ່າເສຍຫາຍ 7,77 ຕື້ກວ່າກີບ ໃນນີ້, ເມືອງວຽງຄໍາຖືກຜົນກະທົບ ລວມມີ 13 ບ້ານ, 648 ຄອບຄົວ, ຄອບຄົວທີ່ຖືກກະທົບໜັກຂາດທີ່ຢູ່ອາໄສມີ 72 ຄອບ ຄົວ, ມີ 1.347 ຄົນ; ຍິງ 690 ຄົນ, ດ້ານພື້ນຖານໂຄງລ່າງ ກະທົບທີ່ຢູ່ ອາໄສຄື: ເຮືອນໄລ 4 ຫຼັງ, ເລົ້າເຂົ້າເປືອກ-ເຂົ້າສານ 3 ຫຼັງ, ລວມ 3 ໂຕນ, ເຄື່ອງໃຊ້ໃນຄົວເຮືອນເສຍຫາຍທັງໝົດມີ 120 ຄອບຄົວ, ລວມຜົນເສຍຫາຍທັງໝົດ 5,6 ຕື້ກວ່າກີບ, ເນື້ອທີ່ນາເສຍຫາຍ 36 ກວ່າເຮັກຕາ, ໄຮ່ 10 ກວ່າເຮັກຕາສັດລ້ຽງ ເຊັ່ນ: ງົວ, ຄວາຍ 50 ໂຕ, ໝູ 100 ໂຕ ແລະ ສັດປີກ 2.000 ໂຕ, ໜອງປາ 32 ໜອງ, ຊົນ ລະປະທານເສຍຫາຍ 4 ແຫ່ງ, ລະບົບນໍ້າລິນ ເສຍຫາຍ 13 ບ້ານ, ເສັ້ນທາງ 1 C ແຕ່ບ້ານດອນແກ້ວ ຫາບ້ານໜອງຄໍາ ເຂດແດນເມືອງວຽງຄໍາ-ເມືອງຮ້ຽມ ແຂວງຫົວພັນ ໄລຍະທາງ 30 ກິໂລແມັດ, ມີດິນເຈື່ອນຖົມທາງ ເຮັດໃຫ້ການສັນຈອນຖືກຕັດຂາດ, ເສັ້ນທາງຈາກບ້ານ ເມືອງໝ້ວຍ ຫາບ້ານສົບເຮືອງຖືກຕັດຂາດ ປະມານ 12 ກິໂລແມັດ ບໍ່ສາມາດສັນຈອນໄດ້ ລວມທັງເສັ້ນທາງ ຫຼວງທ້ອງຖິ່ນ ຈຳນວນ 05 ເສັ້ນ ຖືກດິນຖົມເຊາະເຈື່ອນ ເຮັດໃຫ້ເສັ້ນທາງຕັດຂາດບໍ່ສາມາດສັນຈອນໄດ້, ເສົາໄຟຟ້າເສຍຫາຍ 29 ຕົ້ນ, ປະຊາຊົນ 20 ບ້ານ ບໍ່ສາມາດຊົມໃຊ້ໄດ້ ປັດຈຸບັນໄດ້ແກ້ໄຂສາມາດນໍາໃຊ້ 09 ບ້ານ.

ສ່ວນເມືອງປາກແຊງ ຖືກຜົນກະທົບ ມີ 05 ບ້ານ, ມີ 96 ຄອບຄົວ ໃນນີ້, ເຮືອນທີ່ຖືກນຳໄຫຼຊູ 06 ຫຼັງ, ເຮືອນເປ່ເພ ເສຍຫາຍໜັກ ທີ່ບໍ່ສາມາດຢູ່ໄດ້ 14 ຫຼັງ, ເຮືອນທີ່ຖືກນໍ້າຖ້ວມທຳມະດາ 76 ຫຼັງ, ມີສັດລ້ຽງ ເຊັ່ນ: ແບ້, ໝູ, ເປັດ, ໄກ່ ລວມ 313 ໂຕ, ເລົ້າເຂົ້າ 04 ຫລັງ ມີເຂົ້າເສຍຫາຍ 04 ໂຕນ ລວມມູນຄ່າເສຍຫາຍທັງໝົດ 1,95 ຕື້ກວ່າກີບ.

ສໍາລັບ ເມືອງໂພນທອງ ຖືກຜົນກະທົບ ລວມມີ 1 ບ້ານ, ມີ 13 ຄອບຄົວ ໃນນີ້, ມີເຮືອນໄຫຼຊູ 01 ຫຼັງ, ເຮືອນຖືກເປ່ເພໜັກ 05 ຫຼັງ, ເຮືອນເປ່ເພປານກາງ 07 ຫຼັງຄາ, ລວມຜົນເສຍຫາຍທັງໝົດ 141 ລ້ານກີບ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa