ປະກາດຮັບຮອງນະຄອນ-ຫຼວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງ ຮອບດ້ານ
ໃນວັນທີ 03 ມີນາ 2025 ນີ້, ຢູ່ສະໂມສອນມະຫາວິທະຍາໄລສຸພານຸວົງ ໄດ້ຈັດພິທີປະກາດ ນະຄອນ ຫຼວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງ ຮອບດ້ານ ຕາມດຳລັດ 348 ຂອງລັດຖະບານ. ເຂົ້າຮ່ວມໂດຍທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົມຕີ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ມີບັນດາ ການນຳຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ນາຍບ້ານ ແລະ ປະຊາຊົນບັນດາເຜົ່າພາຍໃນນະຄອນ-ຫຼວງພະບາງ 115 ບ້ານ ແລະ ແຂກຖືກເຊີນຕະຫຼອດມ່ວນຊົນ ເຂົ້າຮ່ວມ.
ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ-ຫຼວງພະບາງ ໄດ້ລາຍງານກ່ຽວກັບການສ້າງ ນະຄອນ-ຫຼວງພະບາງ ເປັນນະຄອນ ພົ້ນທຸກ ແລະ ເຂັ້ມແຂງຮອບດ້ານ ຕາມດຳລັດ 348/ລບ, ວ່າດວ້ຍມາດຕະຖານພົ້ນທຸກ ແລະມາດຕະຖານພັດທະນາ ເຊີ່ງທ່ານໃຫ້ຮູ້ວ່າ, ຜ່ານການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ເຮັດໃຫ້ ນະຄອນຫຼວງພະບາງ ມີຜົນສຳເລັດເປັນພື້ນຖານຫຼາຍດ້ານ, ທັງໄດ້ຮັບການພັດທະນາຫຼາຍກວ່າເກົ່າ ພາຍໃນນະ ຄອນ-ຫຼວງພະບາງ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນ ຖານໂຄງລ່າງໄດ້ຮັບການພັດທະນາຫຼາຍຂື້ນ, ຊີວິດການເປັນຢູຂອງປະຊາຊົນພາຍໃນນະຄອນ-ຫຼວງພະບາງ ໄດ້ຮັບການປັບປຸງ, ປົວແປງດີຂື້ນກວ່າເກົ່າ, ວັດທະນະທຳ-ສັງຄົມ ໄດ້ຮັບການສົ່ງເສີມຢ່າງຕັ້ງໜ້າ, ລະບົບການເມືອງມີຄວາມໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາຊົນມີຄວາມເຊື່ອໝັ້ນ ແລະສືບຕໍ່ສະ ໜັບສະໜູນ ຕື່ນຕົວ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ. ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ, ແລະມະຕິຄໍາສັ່ງຂອງລັດຖະບານ.
ມາຮອດປະຈຸບັນທົ່ວນະຄອນ ມີບ້ານທີ່ບັນລຸມາດຖານພົ້ນທຸກ ຈໍານວນ 113 ບ້ານ ກວມ 98,26%, ມີ 16,355 ຄອບຄົວ, ບ້ານພັດທະນາ ຈໍານວນ 109 ບ້ານ ກວມ 94,78%, ມີ 14,979 ຄອບຄົວ; ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ-ຕໍ່ເນື່ອງ. ຜ່ານການກວດກາ-ປະເມີນຜົນຂອງຄະນະຮັບຜິດຊອບ ທີ່ໄດ້ກໍານົດໄວ້ຕາມດໍາລັດ 348/ລບ, ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດ ຕະຖານພັດທະນາ ໃນການສ້າງເມືອງພົ້ນທຸກ ຕາມ 9 ມາດຖານ, ການສ້າງນະຄອນເຂັ້ມແຂງຮອບດ້ານ ຕາມ 16 ມາດຕະຖານ, 60 ຕົວຊີ້ບອກ ຕິດພັນກັບການປະເມີນ ການສ້າງນະຄອນ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ ແລະ 47 ຕົວຊີ້ບອກ ຕາມທີດນໍາສາມສ້າງ ເຫັນວ່ານະຄອນ-ຫຼວງພະບາງ ມີເງື່ອນໄຂຄົບຖ້ວນ ສາມາດບັນລຸຕາມມາດຕະຖານ ແລະ ຕົວຊີ້ບອກຕ່າງໆ ທີ່ກໍານົດໄວ້.
ຈາກນັ້ນ ທ່ານ ຮອງນາຍົກລັດຖະມົມຕີ ໃຫ້ກຽດມອບໃບຢັ້ງຢືນ ນະຄອນ-ຫຼວງພະບາງ ເປັນນະຄອນພົ້ນທຸກ ແລະ ເຂັ້ມແຂງຮອບດ້ານຢ່າງສົມກຽດ ແລະ ມີຄໍາເຫັນໂອ້ລົມ ຍ້ອງຍໍ່ຊົມເຊີຍຜົນງານທີ່ນະຄອນ-ຫຼວງພະບາງຈັດຕັ້ງປະຕິບັດໄປຕາມທິດຊີນຳຂອງລັດຖະບານຢ່າງເຂັ້ມງວດ ແລະ ສອດຄ້ອງ ພ້ອມທັງໃຫ້ສືບຕໍ່ຮັກສາມູນ ເຊື້ອວັດທະນະທຳ, ເມືອງມໍລະດົກໂລກ ຫຼວງພະບາງໄວ້ໃຫ້ຢືນຍົງຕະຫຼອດໄປ.
ຈາກນັ້ນ, ຄະນະປະທານ ແລະ ບັນດາແຂກ ກໍ່ໄດ້ຮ່ວມເປີດປ້າຍ ແລະ ລັນຄ້ອງ 9 ເທື່ອ ຢ່າງເປັນທາງການ ພ້ອມທັງເດີນທ່ຽວຊົມ ແລະ ຊື້ເຄື່ອງສິນຄ້າທີ່ມາວາງຂາຍໃນງານຕື່ມອີກ.
ຂ່າວ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.