ປະຊາຊົນເຜົ່າກືມມຸ ບ້ານໃຫຍ່ວຽງຄຳ ເມືອງວຽງຄຳ ແຂວງຫຼວງພະບາງ ຈັດງານບຸນ ເກີຣ ປະຈຳປີ 2025

ປະຊາຊົນເຜົ່າກືມມຸ ບ້ານໃຫຍ່ວຽງຄຳ ເມືອງວຽງຄຳ ແຂວງຫຼວງພະບາງ ຈັດງານບຸນ ເກີຣ ປະຈຳປີ 2025

ວັນທີ 24 ທັນວາ 2025 ນີ້ ທີ່ບ້ານໃຫຍ່ວຽງຄໍາ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດພິທີເປີດງານບຸນເກີຣ ຂອງເຜົ່າກຶມມຸ ຂື້ນຢູ່ທີເດີ່ນຕະຫຼາດ ບ້ານໃຫຍ່ວຽງຄຳ ຢ່າງເປັນຂະບວນຄຶກຄື້ນ ພາຍໃຕ້ການເປັນປະທານໂດຍ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ ມີການນຳຂອງເມືອງ, ເຈົ້າກົກເຈົ້າເຫຼົ່າ, ເຖົ້າແກ່ອາວຸໂສ ແລະ ແຂກຮັບເຊີນ  ເຂົ້າຮ່ວມຢ່າງພ້ອມ ພຽງ.

ໃນພິທີຍັງໃຫ້ພວກເຮົາຮູ້ອີກຕື່ມວ່າ ປະເທດລາວປະກອບດ້ວຍຫຼາຍຊົນເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນແຕ່ເໜືອຮອດໃຕ້, ພວກເຮົາມີມູນເຊື້ອສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີພື້ນຖານດ້ານເສດຖະກິດ-ສັງຄົມຮ່ວມກັນ, ວັດທະນະທໍາລາວແມ່ນວັດທະນະທໍາລວມຂອງບັນດາຊົນເຜົ່າ, ມີພາສາລາວເປັນພາສາກາງ ແລະ ມີຕົວໜັງສືລາວເປັນຕົວໜັງສືທາງການ ຄຽງຄູ່ກັບການຮັກສາເອກະລັກຂອງບັນ ດາຊົນເຜົ່າ ເປັນຕົ້ນແມ່ນພາສາປາກເວົ້າ, ວັດທະນະທຳການດຳລົງຊີວິດ ແລະ ຂະນົບທຳນຽມຮີດຄອງປະ ເພນີອັນດີງາມ, ຄວາມເຊື່ອຖື ແລະ ອື່ນໆເຊິ່ງເຄີຍມີມາເປັນເວລາເຫິງນານ.

ສະນັ້ນ, ຂໍຮຽກຮ້ອງມາຍັງພີ່ນ້ອງປະຊາຊົນລາວບັນດາເຜົ່າ ຈົ່ງເຊີດຊູນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ, ເພີ່ມທະວີຄວາມເປັນເຈົ້າຕົນເອງ, ລົບລ້າງແນວຄິດຄັບແຄບ, ຕີຕົວຕໍ່າ ຫຼື ຍົກຕົວສູງ, ໝິ່ນປະໝາດຊົນເຜົ່າອື່ນ, ຕ້ານທຸກແນວຄິດ ການກະທໍາທີ່ເປັນການແບ່ງແຍກຄວາມສາມັກຄີ ແລະ ຄວາມສະເໜີພາບລະຫວ່າງຊົນເຜົ່າ ຈົ່ງພ້ອມກັນຍົກສູງສະ ຕິລະວັງຕົວ, ຕໍ່ກົນອຸບາຍທີ່ຫວັງມ້າງເພທຳລາຍປະເທດຂອງພວກເຮົາ ອິດທິກຳລັງປໍລະປັກ ແລະພວກຄົນທີ່ບໍ່ຫວັງດີ, ເປັນເຈົ້າການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງປະເທດຊາດບ້ານເມືອງ, ຈົ່ງອອກແຮງງານບຸກທະລຸໃນການແກ້ໄຂສິ່ງທີ່ຫຍໍ້ທໍ້ກົດໜ່ວງຕໍ່ການພັດທະນາ, ປະຕິບັດ 2 ໜ້າທີ່ຍຸດທະສາດ ແລະ ແນວທາງປ່ຽນແປງໃໝ່ໃຫ້ສໍາເລັດຜົນ, ໂດຍສະເພາະແມ່ນສຸມໃສ່ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ, ລົງທຶນກໍ່ສ້າງພື້ນຖານໂຄ່ງລ່າງ, ປະຕິບັດນະໂຍບາຍເຕົ້າໂຮມບ້ານນ້ອຍໃຫ້ກາຍເປັນບ້ານໃຫຍ່ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍຢູ່ຊົນນະບົດ ໂດຍຕິດພັນກັບຂະບວການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ມີເນື້ອໃນເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ກວ້າງຂວາງທັງໄດ້ຮັບຜົນດີ ມີຊີວິດຊີວາ.

ເອົາໃຈໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍເອກະລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ພັດທະນາເສດຖະກິດ-ສັງຄົມ ຕາມທິດ ມີຄຸນນະພາບສີຂຽວ ແລະ ຍືນຍົງ ເປັນຕົ້ນແມ່ນການປົກປັກຮັກສາສິ່ງແວດລ້ອມ ແລະການແກ້ໄຂຄວາມທຸກຍາກໃນສະເພາະໜ້າ ຈົ່ງຕັ້ງໜ້າສ້າງຄອບຄົວ ແລະ ເຕົ້າໂຮມຄວາມສາມັກຄີຢ່າງໜັກແໜ້ນເຂັ້ມແຂງ. ພ້ອມກັນນັ້ນມີຫຼາຍບ້ານ ໄດ້ເຮັດສຳເລັດ ແລະ ໄດ້ປະກາດເປັນບ້ານສາມັກຄີປອງດອງ ຂໍຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດທຸກຊົນເຜົ່າພາຍໃນເມືອງວຽງຄຳ ຈົ່ງເອົາໃຈໃສ່ຕໍ່ການຈັດບຸນຂອງຊົນເຜົ່າຕົນເອງໃຫ້ຖືກຕ້ອງຕາມການເວລາ, ຖືກຕ້ອງຕາມຮີດຄອງປະເພນີ ແລະ ມີການປະຢັດມັດທະຍັດ ເພື່ອໃຫ້ມີການສະສົມແກ່ການພັດທະນາດ້ານຕ່າງໆ ໃນອະນາຄົດ (ເຊິ່ງໃນຕອນທ້າຍຂອງພິທີ ກໍ່ໄດ້ຮັບຊົມສິນລະປະ, ຫັດຖະກຳ, ການແຮ່ກ້ອນກຳລັງຂອງຊົນເຜົ່າ, ກິນເຫຼົ້າໄຫ ແລະ ບາສີສູ່ຂວັນອວຍພອນປີໃໝ່ຕື່ມອີກ.

ພາບ-ຂ່າວ ບຸນມີ ໄຊຍະກຸມມານ ຫ້ອງການຄະນະໂຄສະນາອົບຮົມເມືອງວຽງຄຳ

ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa