ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ
ວັນທີ 13 ກຸມພາ 2025 ນີ້, ຢູ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ (1ກຸມພາ 1956-1 ກຸມພາ 2025), ພາຍໃຕ້ການເປັນປະ ທານ ຂອງ ສະຫາຍ ທອງຈັນ ພົມມະລັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຄະນະພັກ, ຫົວໜ້າຂະແໜງ, ຮອງຂະແໜງ, ສະມາຊິກກຳມະບານພາຍໃນຄະນະໂຄສະນາອົບຮົມເຂົ້າຮ່ວມ.
ພິທີ ປະທານ ໄດ້ເລົ່າຄືນມູນເຊື້ອວ່າ ໃນປີ 1893 ປະເທດລາວຕົກຢູ່ໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ, ພວກເຂົາໄດ້ເຂັ່ນຂ້າປະຊາຊົນ ຜູ້ອອກແຮງງານລາວບັນດາເຜົ່າຢ່າງໂຫດຮ້າຍທາລຸນ; ໂດຍສະ ເພາະພາຍຫຼັງສົງຄາມໂລກຄັ້ງທີ I ພວກເຂົາໄດ້ເພີ່ມທະວີການລົງທຶນເຂົ້າໃສ່ການຂຸດຄົ້ນວັດຖຸດິບ ແລະ ນໍາເອົາສິນຄ້າເຂົ້າມາຂາຍຢູ່ປະເທດຂອງພວກເຮົາ ແລະ ຊາວຕ່າງດ້າວຈໍານວນໜຶ່ງ ກໍ່ໄດ້ລົງທຶນເຂົ້າໃນການດໍາເນີນການທຸລະກິດຕາມແບບນາຍທຶນ, ເຊິ່ງໃນເວລານີ້ພວກເຂົາໄດ້ທຸ່ມເທກໍາລັງແຮງເຂົ້າໃນການຂຸດຄົ້ນແຮ່ກົ່ວຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງແຂວງຄໍາມ່ວນ ທາງພາກກາງຂອງລາວ, ໂດຍບັງຄັບເກັບເກນເອົາຊາວໄຮ່ນາໄປເປັນກໍາມະກອນຮັບຈ້າງ, ເປັນກຸລີຮັບໃຊ້ເຂົາເຈົ້າຕາມລະດູການ ຫຼື ຈະເອີ້ນວ່າ: ກໍາມະກອນລະດູການ, ກໍາມະກອນອາຊີບ. ພາຍໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ, ກໍາມະກອນລາວໄດ້ຖືກກົດຂີ່ຂູດຮີດແຮງງານຢ່າງໜັກໜ່ວງ ຈະແມ່ນທາງດ້ານເສດຖະກິດ, ວັດທະນາທໍາ-ສັງຄົມ, ພວກເຂົາບັງຄັບກໍາມະກອນອອກແຮງງານ 14-16 ຊົ່ວໂມງຕໍ່ມື້, ອອກແຮງງານຫຼາຍໃຫ້ຄ່າຕອບແທນໜ້ອຍ, ບໍ່ໄດ້ຮັບຄວາມເປັນທໍາ, ຂາດສິດເສລີພາບດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລດ້ານສະຫວັດດີການ-ສັງຄົມ, ບໍ່ໄດ້ຮັບການສຶກສາຮ່ໍາຮຽນ ແລະ ອື່ນໆ. ໂດຍສຶບທອດນໍ້າໃຈຮັກເຊື້ອແພງຊາດອັນແຮງກ້າ, ເດັດຂາດບໍ່ຍອມຈໍານົນຂອງບັນພະບຸລຸດລາວ, ທົນຕໍ່ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ ແລະ ພວກສັກດິນາປະຕິການບໍ່ໄດ້, ກໍາມະກອນ ຊາວຜູ້ອອກ ແຮງງານ ແລະ ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານເປັນຕົ້ນ: ການຕໍ່ສູ້ຂອງກໍາມະ ກອນຢູ່ບໍ່ກົ່ວໂພນຕີ້ວ; ໄຟຟ້າວຽງຈັນ; ແລ່ນເຮືອຈັກຈໍາປາສັກ; ຫຼວງພະບາງ ແລະ ພາກສ່ວນອື່ນໆ ແຜ່ລາມອອກຢ່າງກ້ວາງຂວາງໃນທົ່ວປະເທດ ຈົນໄດ້ຮັບໄຊຊະນະ ແລະ ໄດ້ສ້າງຕັ້ງສະຫະພັນກຳມະບານລາວຂື້ນໃນ 1 ກຸມພາ 1956. ພາຍໃຕ້ການນຳພາ ຂອງພັກຕະຫຼອດໄລຍະ 69 ປີ ເຮັດໃຫ້ ສະຫະພັນກໍາມະບານລາວມີການເຕີບໃຫຍ່ ແລະຂະຫຍາຍຕົວ ໄດ້ຍົກໃຫ້ເຫັນພາລະກໍາປະຫວັດສາດ ອັນລ້ຳເລີດຂອງຊົນຊັ້ນກໍາມະກອນລາວໃນການເປັນຈິດໜຶ່ງໃຈດຽວເຂົ້າຮ່ວມຕໍ່ສູ້ປົດປ່ອຍຊາດ ປົດປ່ອຍຕົນເອງຢ່າງອົງອາດກ້າຫານ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊົນຊັ້ນກໍາມະກອນລາວໃນເມື່ອກ່ອນຈົນເຖິງປະຈຸບັນ.
ພາບ-ຂ່າວໂດຍ: ສົມລີ ສຸທິເດດ