ປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 139 ປີ
ໃນຕອນບ່າຍຂອງວັນທີ 8 ພຶດສະພາ 2025 ນີ້ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 139 ປີ, ໃຫ້ກຽດເປັນປະທານພິທີ ແລະ ປາຖະກະຖາ ໂດຍ ສະຫາຍ ສົມຈິດ ສິງລໍຄຳ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະໂຄສານາອົບຮົມແຂວງ, ເຂົ້າຮ່ວມມີຄະນະພັກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມດ້ວຍສາມະຊິກກຳມະບານພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 16 ສະຫາຍ, ຍິງ 6 ສະຫາຍ.
ໃນພິທີ ສະຫາຍ ສົມຈິດ ສິງລໍຄຳ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະໂຄສານາອົບຮົມແຂວງ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ໃຫ້ຮູ້ວ່າ ຊົນຊັ້ນກໍາມະ ກອນໄດ້ລຸກຮື້ຂຶ້ນຕໍ່ສູ້ກັບນາຍທຶນໂດຍໃຊ້ເວລາຍາວນານ ຄັ້ງທໍາອິດແມ່ນຢູ່ປະເທດອັງກິດໃນປີ 1764 ຈຶ່ງໄດ້ຈັດຕັ້ງໃຫ້ມີອົງການກໍາມະບານ ເປັນຕົວແທນຂອງຊົນຊັ້ນກໍາມະກອນ, ມາຮອດປີ 1984 ຢູ່ເມືອງຫຼວງຊິກາໂກ ຊົນຊັ້ນກໍາມະກອນໄດ້ຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງທວງ ໃຫ້ພວກນາຍທຶນເພີ່ມເງິນເດືອນ, ຫຼຸດຊົ່ວໂມງເຮັດວຽກລົງ ພ້ອມກັນນັ້ນ ກໍ່ມີການຈັດຕັ້ງງານມິດຕິ່ງຫຼາຍແຫ່ງ, ມີຂະ ບວນການໂຄສະນາ, ປຸກລະດົມຂົນຂວາຍໃຫ້ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານເຊື່ອມຊຶມຕໍ່ມະຕິກອງປະຊຸມຂອງສະຫະພັນແຮງງານ ນັບມື້ກວ້າງຂວາງ, ໃນວັນທີ 1 ພຶດສະພາ ປີ 1986 ເປັນເທື່ອທໍາອິດ ໃນປະເທດອາເມລິກາ ຢູ່ຕົວເມືອງຊິກາໂກ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກກແຮງງານໄດ້ຕໍ່ສູ້ກັບພວກນາຍທຶນ, ຮຽກຮ້ອງໃຫ້ພວກ ນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກໍາມະ ກອນວ່າ ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ ຄື: “8 ຊົ່ວໂມງຕ້ອງຜັກຜ່ອນ, 8 ຊົ່ວໂມງເຮັດວຽກ ແລະ 8 ຊົ່ວໂມງຕ້ອງໄດ້ຮໍ່າຮຽນ’’ ການຕໍ່ສູ້ໃນຄັ້ງນີ້ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນກໍາມະກອນ, ໃນວັນທີ 14 ກໍລະກົດ ປີ 1989 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ໄຂຂຶ້ນທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍໄດ້ຜ່ານໂຄງການດໍາເນີນສໍາຄັນຄື: ຊົນຊັ້ນກໍາມະກອນສາມັກຄີຕໍ່ສູ້ແມ່ນທວງເອົາສິດຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ເພື່ອປະຕິບັດຕາມຄໍາຂວັນ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ.
ຂ່າວ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ