ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ ແລະ ວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 116 ປີ.
ໃນຕອນເຊົ້າ ຂອງວັນທີ 18 ກໍລະກົດ 2025 ຜ່ານມານີ້ ທາງຄະນະໂຄສະນາອົບຮົມເມືອງນໍ້າບາກ ໄດ້ພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 116 ປີ ຂຶ້ນຢູ່ທີ່ສະໂມສອນບ້ານ ປາກມອງ ກຸ່ມປາກມອງ ໃຫ້ກຽດເປັນປະທານພິທີໃນຄັ້ງນີ້ ໂດຍ ສະຫາຍ ບຸນຄົງ ລັດຕະນະຈິດ ຄະນະປະຈຳພັກເມືອງ ປະທານ ແນວລາວສ້າງຊາດເມືອງ.
ມີຄະນະປະຈຳ, ຄະນະພັກ, ຫົວໜ້າຫ້ອງການ, ຫົວໜ້າ ປກສ ກຸ່ມ, ສະມາຊິກພັກ, ຄະນະບໍລິຫານງານສະຫະ ພັນແມ່ຍິງເມືອງ, ປະທານ-ຮອງປະທານ ສະຫະພັນແມ່ຍິງໜ່ວຍອ້ອມຂ້າງເມືອງ, ປະທານ-ຮອງປະທານສະຫະພັັນແມ່ຍິງ ກຸ່ມປາກມອງ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານ ປາກມອງ ກໍ່ໃຫ້ກຽດເຂົ້າຮ່ວມ ມີຜູ້ເຂົ້າຮ່ວມທັງໝົດ: 70 ທ່ານ, ຍິງ: 58 ທ່ານ.
ໃນພິທີ ປະທານ ໄດ້ໃຫ້ກຽດປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ 116 ປີ, ພິທີປາຖະກະຖາເທື່ອນີ້ເພື່ອເປັນການທົບທວນຫວນຄືນມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ການປະກອບສ່ວນໃນການປົກປັກຮັກສາ-ສ້າງສາພັດທະນາປະເທດຊາດ ກໍ່ຄືພາລະກິດພັດທະນາແມ່ຍິງລາວ, ເປັນຕົ້ນແມ່ນກຳລັງແຮງອັນສໍາຄັນຕ່າງໆໃນສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນ ພ້ອມທັງປຸກລະດົມຂະບວນການຂອງແມ່ຍິງລາວບັນດາເຜົ່າເຂົ້າເປັນກຳລັງແຮງໃຫ້ແກ່ການປະຕິວັດ ເພື່ອຕໍ່ຕ້ານຈັກກະພັດລາເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່. ເພື່ອເປັນການໂຄສະນາ-ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກລັດຖະກອນ, ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງນໍ້າບາກ ໄດ້ຮໍ່າຮຽນເອົາແບບຢ່າງທີ່ດີ, ນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ອັນພິລະອາດຫານກ້າແກ່ນ, ທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະ ຊາຊົນ, ຮໍ່າຮຽນເອົາແບບຢ່າງຄຸນສົມບັດ-ສິນທຳປະຕິວັດອັນຜ່ອງໃສ ກໍ່ຄືແບບຢ່າງແຫ່ງການດຳລົງຊີວິດ ຂອງປະ ທານ ສຸພານຸວົງ.
ຜູ້ຂຽນຂ່າວ: ທ. ອ່ອນຈັນ ແກ້ວມະນີພອນ, ຄະນະໂຄສະນາອົບຮົມເມືອງນໍ້າບາກ
ກວດແກ້: ທ. ບຸນທະວີ ສົມມະນີ, , ຄະນະໂຄສະນາອົບຮົມເມືອງນໍ້າບາກ