ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 139 ປີ

ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 139 ປີ

ຕອນເຊົ້າວັນທີ 05 ພຶດສະພາ 2025 ຢູ່ຫ້ອງປະຊຸມໃຫຍ່ ສາຂາທະນາຄານແຫ່ງ ສປປລາວ ພາກເໜືອ ແຂວງຫຼວງພະບາງ ໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 139 ປີ, ຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ, ຄະນະປະ ຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມໂດຍ ສະຫາຍ ສົມສັກ ອ່ອນຈັນ, ຄະນະບໍລິ ຫານງານກຳມະບານລາວ, ປະທານກຳມະບານແຂວງຫຼວງພະບາງ ພ້ອມດ້ວຍສະຫະພັນກຳມະບານນະຄອນ-ຫຼວງພະບາງ, ສະຖາບັນໃຫຍ່ ແລະ ກຳມະບານຮາກຖານ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 228 ສະຫາຍ, ຍິງ 105 ສະ ຫາຍ.

ໃນພິທີ ປະທານໄດ້ໃຫ້ກຽດເລົ່າຄືນມູນເຊື້ອວັນສຳຄັນດັ່ງກ່າວຄື: ພາຍໃຕ້ການປົກຄອງຂອງພວກນາຍ ທຶນ, ຊົນຊັ້ນກຳມະກອນໄດ້ຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງຊຶ່ງສະແດງອອກ ໃນການອອກແຮງງານ ຂອງກຳມະກອນຢູ່ໂຮງຈັກ, ໂຮງງານຕ່າງໆ ສຸດທີ່ລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພແຮງງານ ຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການບັງຄັບຂົ່ມເຫັງໃຫ້ກຳມະ ກອນອອກ ແຮງງານໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ວັນທີ 1 ພຶດສະພາ 1886 ໃນປະເທດອາເມລິກາ ຢູ່ຕົວເມືອງຊິກາໂກເປັນຄັ້ງ ທໍາອິດທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ໂດຍຖືເອົາເນື້ອໃນຂອງຖະແຫຼງການ, ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີ ຂອງກຳມະກອນວ່າ ”ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ເຊັ່ນ: 8 ຊົ່ວໂມງຕ້ອງພັກຜ່ອນ8 ຊົ່ວໂມງເຮັດວຽກ ແລະ 8 ຊົ່ວໂມງ ຕ້ອງໄດ້ຮໍ່າຮຽນ” ໃນມື້ນັ້ນໄດ້ມີກໍາມະ ກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດສະຫະລັດອາເມລິກາເຊັ່ນ ຊິກາໂກ, ວໍຊິງຕັນ, ນິວຢອກ, ບາຕີມໍ ແລະ ເມືອງອື່ນໆ, ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນ ໃນມື້ໜຶ່ງ 8 ຊົ່ວໂມງ, ຂະບວນການດັ່ງກ່າວພວກນາຍທຶນສົມທົບກັບເຈົ້າໜ້າທີ່ໄດ້ຍິງປືນກວາດໃສ່ຂະບວນການປະທ້ວງເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ

ພ້ອມກັນນີ້, ປະທານພິທີ ຍັງໄດ້ຍົກໃຫ້ເຫັນຂະບວນການ ແລະ ຄວາມຮຽກຮ້ອງຕ້ອງການຂອງກຳມະ ກອນລາວ, ຜົນງານອັນພົ້ນເດັ່ນໃນໄລຍະນັ້ນ ແມ່ນຂະບວນການລຸກຮື້ຂື້ນຢຶດອໍານາດການປົກ ຄອງໃນທົ່ວປະ ເທດ, ໄດ້ມີຂະບວນການກຳມະກອນໄຟຟ້າລາວ ເປີດສາກນໍາໜ້າພາທາງໃຫ້ຂະບວນການກຳມະກອນຢູ່ແຫ່ງ ອື່ນໆລຸກຂຶ້ນຕໍ່ສູ້ ພ້ອມກັບການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ພາຍໃຕ້ການນໍາພາອັນສະ ຫຼາດສ່ອງໃສຂອງພັກປະຊາຊົນລາວ, ສາມາດໂຄ່ນລົ້ມລັດທິລ່າເມືອງຂື້ນແບບເກົ່າ ແລະ ໃໝ່ໄດ້ຢ່າງສິ້ນເຊິ່ງ ແລະ ສະຖາປານາ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975 ຢ່າງສະ ຫງ່າຜ່າເຜີຍ, ຈາກນັ້ນ; ກໍ່ໄດ້ມີການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ຢ່າງເປັນຂະບວນຟົດຟື້ນ.

ຂ່າວ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa