ຜົນກະທົບຈາກຝົນຕົກໜັກ ຢູ່ເສັ້ນທາງ 2505 ແຂວງຫຼວງພະບາງ
ແຫຼ່ງຂ່າວຈາກເມືອງປາກແຊງ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນຄໍ່າຄືນຂອງວັນທີ 14 ຫາ 15 ກໍລະກົດ 2025 ນີ້ ໄດ້ມີຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ເກີດມີປະລິມານນ້ຳຫ້ວຍຫຼາຍຂື້ນຜິດປົກກະຕິ ແລະ ໄຫຼຊຸເຂົ້າຖ້ວມເຮືອນຂອງປະຊາຊົນ 5 ຄອບຄົວ, ລວມທັງເນື້ອທີ່ທຳການຜະລິດ ຢູ່ບ້ານສະຄິງ ເສຍຫາຍຫຼາຍສົມຄວນ.
ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ລາຍງານໃຫ້ຮູ້ວ່າ: ຜົນເສຍຫາຍໃນຄັ້ງນີ້, ມີເນື້ອທີ່ນາ, ວັດຖຸມີຄ່າ ແລະ ສັດລ້ຽງຂອງປະຊາຊົນ ຈໍານວນໜຶ່ງ ຖືກນໍ້າຖ້ວມ-ພັດໄຫຼໄປກັບນ້ຳ.
ນອກນັ້ນ, ເສັ້ນທາງຫຼວງຂອງແຂວງເລກທີ 2505 ແຕ່ສາມແຍກປາກເຊືອງ ໄປຫາເມືອງປາກແຊງ ຖືກນ້ຳເຊາະເຈື່ອນເປ່ເພຫຼາຍຈຸດ, ສະເພາະເຂດບ້ານສະຄີງ ເສັ້ນທາງໄດ້ຖືກຕັດຂາດ ເປັນຂຸມເລິກ ເຮັດໃຫ້ການສັນຈອນບໍ່ສາມາດຜ່ານໄດ້ ນັບທັງລົດຈັກ ແລະລົດໃຫຍ່. ຕໍ່ເຫດການດັ່ງກ່າວນີ້, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມຜົນເສຍກັບປະຊາຊົນ ພ້ອມທັງໄດ້ລະ ດົມກຳລັງຈາກທະຫານ-ຕໍ່າຫຼວດ ເຂົ້າຊ່ວຍປະຊາຊົນຢ່າງທັນເຫດການ ເພືອເກັບມ້ຽນວັດຖຸສິ່ງຂອງຕ່າງໆ ເອົາໄປໄວ້ບ່ອນທີ່ປອດໄພ ແລະ ຊ່ວຍອະນາໄມເຮືອນຂອງປະຊາຊົນ ທີ່ຖືກນ້ຳຖ້ວມ, ອະນາໄມຮ່ອງລະບາຍນ້ຳ ເພື່ອລະບາຍນ້ຳອອກຈາກປາກທໍ່, ສ່ວນເສັ້ນທາງທີ່ຖືກຕັດຂາດ ພວມເລັ່ງຕັດທາງເວັ້ນ ໃຫ້ມີການສັນຈອນຊົ່ວຄາວ.
ເພື່ອແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນທີ່ຖືກຜົນກະທົບ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ມີມອບເຄື່ອງຊ່ວຍເຫຼືອສຸກເສີນ, ແກ້ໄຂຄວາມຈຳເປັນໃນເບື່ອງຕົ້ນ, ສ່ວນມູນຄ່າຄວາມເສຍຫາຍ ຍັງຢູ່ໃນໄລຍະການເກັບກຳຂໍ້ມູນ.
ຂ່າວ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ ຫຼບ.