ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງປາກແຊງ ຄັ້ງທີ VII
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງປາກແຊງ ຄັ້ງທີ VII ໄດ້ອັດລົງດ້ວຍຜົນສຳເລັດ ໃນຕອນເຊົ້າວັນທີ 14 ກຸມພາ 2025 ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄີ່ງ, ທີ່ສະໂມສອນຫຼັງໃໝ່ຂອງເມືອງ; ໂດຍມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 112 ສະຫາຍ, ຍິງ 7 ສະຫາຍ ທີ່ມາຈາກ ກົມກອງຫ້ອງການອ້ອມຂ້າງສໍານັກງານ ແລະຮາກຖານບ້ານໃນທົ່ວເມືອງ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ ທັງໝົດ 1,400 ກວ່າສະຫາຍ. ກອງຊຸມໄດ້ພ້ອມກັນພິຈາລະນາ, ຄົ້ນຄວ້າ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມແຕ່ປີ 2019-2024 ທັງ 2 ພາກ ແລະບົດສໍາຫຼວດການ ນໍາພາລວມຂອງຄະນະບໍລິຫານງານພັກເມືອງ ຊຸດທີ VI ຍົກໃຫ້ເຫັນໝາກຜົນແຫ່ງການຊີ້ນຳ-ນໍາພາ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງອົງຄະນະພັກເມືອງ ຕະຫຼອດໄລຍະ 5 ປີຜ່ານມາ ສາມາດເຮັດໃຫ້ ເມືອງປາກແຊງ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍດີ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງທີ່ຈຳເປັນ ໄດ້ຮັບການກໍ່ສ້າງຫຼາຍຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ຂົງເຂດວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາ ໄປຄຽງຄູ່ກັບການຂະ ຫຍາຍຕົວຂອງເສດຖະກິດ, ລະບົບການເມືອງ ໄດ້ມີການປັບປຸງໜັກແໜ້ນ, ເຂັ້ມແຂງ ກ່ວາເກົ່າ.
ສັງລວມແລ້ວຕະຫຼອດໄລຍະ 5 ປີແຫ່ງການຊີ້ນຳ-ນໍາພາ ຂອງຄະນະບໍລິຫານງານພັກເມືອງ ຊຸດທີ VI ໄດ້ເຮັດໃຫ້ ເມືອງປາກແຊງ ມີການຫັນປ່ຽນດີຂຶ້ນຫຼາຍດ້ານ ແລະຖືກທິດ, ພ້ອມນີ້, ໄດ້ຕີລາຄາຄືນກ່ຽວກັບດ້ານອ່ອນ ແລະຂໍ້ຄົງຄ້າງຈໍານວນໜຶ່ງ ເຊິ່ງເປັນສາເຫດ ແລະບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ເພື່ອກໍານົດຄຳຂັວນຂອງເມືອງ ແຕ່ນີ້ຮອດປີ 2029 ຄື “ຕັ້ງໜ້າປັບປຸງການນໍາພາ ຂອງຄະນະພັກໃຫ້ເຂັ້ມແຂງ, ໜັກແໜ້ນ, ສ້າງເງື່ອນໄຂໃຫ້ເມືອງປາກແຊງ ເປັນເມືອງພົ້ນທຸກ, ຊຸກຍູ້ການລ້ຽງສັດໃຫຍ່, ປູກພືດອຸດສາຫະກໍາ ເປັນສິນຄ້າ ຕາມທິດສີຂຽວ ແລະ ຍືນຍົງ” ພ້ອມທັງຮັບຮອງເອົາທິດທາງລວມ, ຄາດໝາຍສູ້ຊົນ ແລະບັນດາໜ້າວຽກຈຸດສຸມ ຈຳນວນໜື່ງ ເປັນຕົ້ນ ຮັບປະກັນໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໝັ້ນທ່ຽງ ໃນລະດັບສະເລ່ຍ 5,89% ຕໍ່ປີ, ລວມຍອດມູນຄ່າລາຍຮັບພາຍໃນ (GO) ໃຫ້ໄດ້ 491 ຕື້ 647 ລ້ານກີບຕໍ່ປີ, ສະເລ່ຍລາຍຮັບໃຫ້ໄດ້ 19 ລ້ານ 5 ແສນກວ່າກີບຕໍ່ ຄົນຕໍ່ປີ, ພ້ອມນີ້ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຊຸດທີ VII ຈຳນວນ 27 ສະຫາຍ, ຍິງ 2 ສະຫາຍ ແລະປ່ອນເລືອກຕັ້ງເອົາຜູ້ແທນສົມບູນຈຳນວນ 14 ສະຫາຍ, ຍີງ 1 ສະຫາຍ ແລະຜູ້ແທນສໍາຮອງ 2 ສະຫາຍ ຍີງ 1 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນອົງຄະນະພັກແຂວງ.
ຜ່ານການປ່ອນບັດ ແລະດຳເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກເອົາຄະນະປະຈໍາພັກ 9 ສະຫາຍ ຍີງ 1 ສະຫາຍ, ໃນນັ້ນ ໄດ້ເລືອກເອົາ ສະຫາຍ ດວງເພັດ ຢວນໄຊສົມແພງ ເປັນເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາສະຫາຍ ສົມສະນິດ ເຮືອງມະນີ ແລະສະຫາຍ ບຸນມີ ຄຸນນະຂັນຕີ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາ ສະຫາຍ ບຸນມີ ຄຸນນະຂັນຕີ ເປັນປະທານຄະນະກວດກາພັກ, ສະຫາຍ ທອງຈັນ ວັນປະເສີດວ່າງ ແລະສະຫາຍ ສີໄຫວ ບຸນປະເສິດ ເປັນຮອງປະທານຄະນະກວດກາພັກ. ຕອນທ້າຍ ກອງປະຊຸມ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກແຂວງຫຼວງພະບາງ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກເມືອງປາກແຊງຊຸດໃໝ່ ຈົ່ງສຸມໃສ່ບັນ ຫາການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການພັດທະນາເສດຖະກິດ-ສັງຄົມ, ການພັດທະນາຂົງເຂດອົງການຈັດຕັ້ງມະຫາຊົນ ຕາມຄວາມອາດສາມາດ ແລະສອດຄ່ອງກັບທ່າແຮງຂອງທ້ອງຖິ່ນ ຕິດພັນກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການບຳລຸງກໍ່ສ້າງພັກ, ພະນັກງານ ແລະລະບອບແບບແຜນວິທີການນຳພາຂອງຄະນະພັກ ອັນໄດ້ເປັນທິດຊີ້ນຳໃຫ້ແກ່ຄະນະພັກ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດຕະ ຫຼອດເຖິງປະຊາ ຊົນບັນດາເຜົ່າໃນການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງ ໃຫ້ປະກົດຜົນເປັນຈິງ.
ໂດຍ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ