ພິທີປະຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ
ຕອນເຊົ້າ ວັນທີ 14 ກຸມພາ 2025 ນີ້, ສະຫະພັນກໍາມະບານເມືອງຈອມເພັດ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ (1 ກຸມພາ 1956-1 ກຸມພາ 2025), ຢູ່ທີ່ສະໂມສອນ ຂອງເມືອງ, ພາຍໃຕ້ການເປັນປະທານ ພ້ອມທັງໃຫ້ກຽດຂຶ້ນເຜີຍແຜ່ມູນເຊື້ອ ວັນສຳຄັນດັ່ງກ່າວ,ໂດຍ ສະຫາຍ ບົວພັນ ອຸດົມສິນ ຮອງເລຂາພັກເມືອງ, ຜູ້ເຂົ້າຮ່ວມ ມີປະທານສະຫະພັນກຳມະບານເມືອງ ແລະ ບັນດາຄະນະບໍລິຫານງານສະຫະພັນກຳມະບານເມືອງ, ກໍາມະບານຮາກຖານພ້ອມດ້ວຍສະມາຊິກກຳມະບານເມືອງເຂົ້າຮ່ວມ, ໃນພິທີ ປະທານ ໄດ້ເລົ່າຄືນມູນເຊື້ອ ການເຕີບໃຫຍ່ ແລະ ການຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ ຕະຫຼອດໄລ ຍະ 69 ປີ ພ້ອມທັງໄດ້ຍົກໃຫ້ເຫັນພາລະກໍາປະຫວັດສາດ, ຈຸດພິເສດ ແລະ ຄຸນລັກສະນະອັນດີເລີດ ຂອງຊົນຊັ້ນກໍາມະກອນລາວໃນການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ, ສ້າງສາປະເທດຊາດ, ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊົນຊັ້ນກໍາມະກອນລາວໃນເມື່ອກ່ອນຈົນເຖິງປະຈຸບັນ, ຊີ້ໃຫ້ເຫັນຜົນງານທີ່ພົ້ນເດັ່ນ ແລະທິດທາງໃນການພັດ ທະນາວຽກງານກໍາມະບານລາວໃນຕໍ່ຫນ້າ ຂອງສະຫະພັນກຳມະບານລາວ ໂດຍສະເພາະແມ່ນສະຫະພັນກໍາມະບານເມືອງ ນັບແຕ່ມື້ສ້າງຕັ້ງຈົນເຖິງປະຈຸບັນ.
ຈຸດປະສົງໃນການຈັດພິທີປາຖະກະໃນຄັ້ງນີ້ກໍເພື່ອເປັນການ ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ຖັນແຖວສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ໄດ້ຮັບຮູ້ເຖິງຄວາມຫມາຍ ແລະ ຄວາມສໍາຄັນກ່ຽວກັບພາລະບົດບາດ, ສິດຫນ້າທີ່ຂອງ ສະຫະພັນກໍາມະບານລາວໃນໄລຍະໃຫມ່, ເຊິ່ງເປັນອົງການຈັດຕັ້ງທີ່ເປັນຕົວແທນ ແຫ່ງການປົກປ້ອງສິດຜົນປະໂຫຍດ ອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ, ທັງເປັນການປຸກລະດົມຂົນຂວາຍໂຄສະນາໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານໃຫ້ມີຄວາມຮັບຮູ້ ແລະເຂົ້າໃຈກ່ຽວກັບມູນເຊື້ອ, ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ທີ່ໄດ້ຕິດພັນກັບມູນເຊື້ອການຕໍ່ສູ້ກູ້ຊາດແຕ່ລະໄລຍະຈົນເຖິງປະຈຸບັນຂອງຊົນຊັ້ນກໍາມະກອນລາວ ຜົນງານການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ແນໃສ່ການປູກຈິດສໍານຶກ ແລະ ຫວນຄືນມູນເຊື້ອອົງອາດກ້າຫານຂອງສະມາຊິກກໍາມະບານ, ກໍາມະກອນ ແລະຜູ້ອອກແຮງງານທີ່ໄດ້ຕັ້ງຫນ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກໍາມະບານລາວ ແລະປຸກລະດົມໃຫ້ສະມາຊິກກໍາມະບານຕັ້ງຫນ້າປະຕິບັດວຽກງານ ວິ ຊາສະເພາະ, ມີລະບຽບວິໄນ ໃນການອອກແຮງງານ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໂດຍຕິດພັນ ຂໍ້ແຂ່ງຂັນ” ຮັກຊາດ ແລະ ພັດທະນາ”.ພ້ອມນີ້ຍັງໄດ້ມອບໃບຍ້ອງຍໍຂັ້ນແຂວງໃຫ້ແຕ່ບຸກຄົນທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ.
ຂຽນຂ່າວໂດຍ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ.
ກວດແກ້ : ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມເມືອງ.