ພິທີປາຖະກະຖາວັນເກີດປະທານ ກິມ ອິນ ຊຸງ

 

ພິທີປາຖະກະຖາວັນເກີດປະທານ ກິມ ອິນ ຊຸງ

ໃນ​ຕອນ​ເຊົ້າ​​ວັນ​ທີ 09 ເມສາ 2024 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງແຂວງຫຼວງພະບາງ, ສະມາຄົມມິດຕະພາບລາວ – ສປປ ເກົາຫຼີ ຮ່ວມກັບ ແຂວງຫຼວງພະບາງ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປລາວ  ໄດ້​ຈັດພິທີປາຖະກະຖາເນື່ອງໃນໂອກາດວັນເກີດ ຂອງປະທານ ກິມ ອີນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫຼີ ຄົບຮອບ 112 ປີ (​ 15/4/1912-15/4/2024) ທີ່ແຂວງຫຼວງພະບາງ.  ໃນໂອກາດດັ່ງກ່າວໄດ້​ມີ​ການວາງ​ສະ​ແດງ​ຮູບ​ພ​າບ, ສາຍ​ວີ​ດີ​ໂອ ແລະ ປາຖະກະຖາກ່ຽວ​ກັບ​​ຊີວິດການເຄື່ອນໄຫວປະຕິວັດ, ຜົນງານບົດບາດການນໍາພາ ຂອງ ປະທານ ກິມ ອີນ ຊຸງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ສປປ ເກົາຫຼີ ໃນໄລຍະຜ່ານມາ.

 

ໃນພິທີ​ປາ​ຖະ​ກະ​ຖາໃນ​ຄັ້ງ​ນີ້ ໃຫ້ກຽດເຂົ້າ​ຮ່ວມ​ມີ: ສະຫາຍ ປອ ອາດສະພັງທອງ ສີພັນດອນ, ກໍາມະການ ສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານ ສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ; ສະຫາຍ ວົງສະຫວັນ ເທບພະຈັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ; ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ; ມີບັນ​ດາ​ສະຫາຍ ຄະນະພັກ, ຄະນະນໍາ, ພະນັກງານຫຼັກແຫຼ່ງຈາກ​ພາກ​ສ່ວນທີ່ກ່ຽວຂ້ອງ​ຂອງແຂວງຫຼວງພະບາງ ແລະ ສູນກາງ, ພ້ອມດ້ວຍພະນັກງານຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ໃຫ້ກຽດເຂົ້າ​ຮ່ວມ​ຈໍານວນ 350 ກວ່າຄົນ.

ໃນ​ໂອ​ກາດນີ້ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້​​ຂຶ້ນກ່າວປາຖະກະຖາເຖິງຜົນງານຊີວິດການເຄື່ອນໄຫວປະຕິວັດ  ແລະ ການຊີ້ນໍາໆພາຂອງ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່, ປະທານປະເທດຕະຫຼອດການ ຂອງປະຊາຊົນ ສປປ ເກົາຫຼີ ໃນພາລະກິດປະຕິວັດຂອງພັກ, ກໍາລັງປະກອບອາວຸດ ແລະ ປະຊາຊົນ ສປປ ເກົາຫຼີ, ຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍ່ຄືປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ສປປ ເກົາຫຼີ ເຮັດໃຫ້ ສປປ ເກົາຫຼີ ມີການພັດທະນາຮອບດ້ານ, ການເມືອງມີສະຖຽນລະພາບໜັກແໜ້ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ໄດ້ຮັບການປັບປຸງດີຂືຶ້ນເລື້ອຍໆ, ອັນໄດ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບ ການຕົວ ຈິງໃນການພັດທະນາຂອງ ສປປ ເກົາຫຼີ ກໍ່ຄືຜົນສໍາເລັດອັນໃຫຍ່ຫຼວງທີ່ປະຊາຊົນຍາດມາໄດ້ ພາຍໃຕ້ການນໍາພາ ຂອງພັກ ແຮງງານເກົາຫຼີ. ພ້ອມດຽວກັນນີ້ ສະຫາຍ ເອກອັກຄະລັດຖະທູດ ກໍ່ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ໃນໄລຍະຜ່ານມາ.

ພາຍຫຼັງ ທີ່ສະຫາຍ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ສໍາເລັດກ່າວປາຖະກະຖາ,  ສະຫາຍ ວົງສະຫວັນ ເທບພະຈັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການເຂົ້າຮ່ວມປາຖາກະຖາທີ່ມີເນື້ອໃນສໍາຄັນ ແລະ ມີຄວາມໝາຍເລິກເຊິ່ງ ຂອງສະຫາຍ ທູດ ແລະ  ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ອັນ​ຖືກ​ຕ້ອງ, ເດັດດ່ຽວ, ເຂັ້ມແຂງ ຂອງ​ພັກ​ແຮງ​ງານ​ເກົາ​ຫຼີ, ອັນ​ມີສະ​ຫາຍ ກິມ ເຈິງ ອຸນ, ຜູ້ນໍາທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີນັ້ນ, ປະ​ຊາ​ຊົນ ສ​ປ​ປ ເກົາ​ຫຼີ ອ້າຍ​ນ້ອງ ​ຈະ​ສືບ​ຕໍ່​ຍາດ​ໄດ້​ຜົນ​ສຳ​ເລັດ​ໃໝ່ ໃຫຍ່​ຫຼວງກວ່າ​ເກົ່າ ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ ໃຫ້​ມີ​ຄວາມ​ມັ່ງ​ຄັ່ງ ແລະ ເຂັ້ມ​ແຂງ.

ພ້ອມນີ້, ສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ ໄດ້ມອບອຸປະກອນເຄື່ອງສຽງ 1 ຊຸດໃຫ້ແກ່ແຂວງຫຼວງພະບາງ ເພື່ອປະກອບໃສ່ຫ້ອງປະຊຸມໃຫຍ່ຂອງແຂວງຫຼວງພະບາງ ໃນມູນຄ່າທັງໝົດ 131,000,000 ກີບ. ເຊິ່ງມອບໂດຍ ສະຫາຍ  ປອ. ອາດສະພັງທອງ ສີພັນດອນ, ກໍາມະການສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານສະມາຄົມມິດຕະພາບລາວ – ສປປ ເກົາຫຼີ ແລະ ຮັບໂດຍ ສະຫາຍ ວົງສະຫວັນ ເທບພະຈັນ, ຮອງເລຂາພັກແຂວງ  ແຂວງຫຼວງພະບາງ.

ຂຽນໂດຍ: ນ ສົມລີ ສຸທິເດດ; ບັນນາທິການໂດຍ: ທ ບຸນທະວີ ສົມມະນີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa