ພິທີປາຖະກະຖາວັນເກີດປະທານ ສຸພານຸວົງ ຄົບຮອບ 115 ປີ ທີ່ເມືອງຈອມເພັດ

ພິທີປາຖະກະຖາວັນເກີດປະທານ ສຸພານຸວົງ ຄົບຮອບ 115 ປີ ທີ່ເມືອງຈອມເພັດ

ໃນຕອນເຊົ້າ ຂອງວັນທີ 12 ກໍລະກົດ 2024 ນີ້, ຢູ່ທີ່ສະໂມສອນ ຂອງເມືອງ​ຈອມ​ເພັດ ໄດ້ຈັດພິທີປາຖະກາຖາ ວັນເກີດ ຂອງປະທານ ສຸພານຸວົງ  ຄົບຮອບ 115 ປີ, ໂດຍການເປັນປະທານ ຂອງສະຫາຍ ບົວພັນ ອຸດົມສິນ ຮອງເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໝ້າ-ຮອງຫົວໝ້າຫ້ອງ​ການ, ພະນັກງານຫຼັກແຫຼ່ງ ນາຍ ແລະພົນທະຫານ,ນາຍ ແລະ ພົນຕຳຫຼວດ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ເລຂາພັກບ້ານອ້ອມຂ້າງເທດສະບານເມືອງເຂົ້າຮ່ວມ, ໃນພິທີຄັ້ງນີ້ ປະທານ ໄດ້ໃຫ້ກຽດຂື້ນປາຖະກະຖາ    ວັນສໍາຄັນດັ່ງກ່າວ, ປະທານ  ສຸພານຸວົງ   ເກີດວັນທີ 13/7/1909 ທີ່ຫຼວງພະບາງໃນຄອບຄົວເຊື້ອເຈົ້າ, ເປັນໂອຣົດຂອງເຈົ້າມະຫາອຸປະຣາດບຸນຄົງ ແລະ ໝ່ອມຄຳອ້ວນ, ມີເອື້ອຍ 2 ຄົນ ຄື: ເຈົ້າຍິງທະວີວັນ ແລະ ເຈົ້າຍິງຈິນດາຣັດສະໝີ, ມີອ້າຍຕ່າງມານດາ 2 ຄົນຄື: ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ, ອາຍຸໄດ້ 7 ປີ ທ່ານໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກສາທີ່ຫຼວງພະບາງ, ເພິ່ນເປັນນັກຮຽນທີ່ຂະຫຍັນຫມັ່ນພຽນ ແລະ ມີພອນສະຫວັນໃນຫຼາຍດ້ານ, ຮຽນເກັ່ງ, ສອບເສັງໄດ້ຄະແນນດີເລີດມາຕະຫຼອດຈົນຈົບຊັ້ນປະຖົມສົມບູນ, ກາງປີ 1920 ທ່ານໄດ້ເດີນທາງໄປຮຽນຕໍ່ມັດທະຍົມ “ອານແບກຊາໂຣ” ທີ່ຮ່າໂນ້ຍປະເທດຫວຽດນາມ.

ຢູ່ທີ່ນັ້ນເພິ່ນໄດ້ຕັ້ງໃຈຮຽນທັງວິຊາທຳມະຊາດ ແລະ ສັງຄົມ ຮຽນພາສາຕ່າງປະເທດຫຼາຍພາສາ, ຮຽນທາງດ້ານສີລະປະ ແລະ ວັນນະຄະດີ, ທັງຫຼິ້ນກິລາ ແລະ ດົນຕີ; ເພິ່ນມີພອນສະຫວັນໃນດ້ານການແຕ້ມຮູບ ແລະ ຂຽນບົດກະວີ, ເພິ່ນໄດ້ຮຽນຈົບຂະແໜງວິຊາ ວິທະຍາ ສາດ ແລະ ອັກສອນສາດ ດ້ວຍຄະແນນດີເລີດ ແລະ ຖືກຄັດເລືອກເປັນນັກຮຽນດີເດັ່ນຂອງໂຮງຮຽນໂປຼເຕັກໂຕຣາ ແຫ່ງແຄ້ວນອິນດູຈີນ.ປີ 1931 ທ່ານໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ, ຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ, ສາຂາວິຊາວິສະວະກອນພົນລະເຮືອນຢູ່ນະຄອນປາຣີ, ເວລາຮຽນຢູ່ປະເທດຝຣັ່ງ, ປະທານ ສຸພານຸວົງ ບໍ່ພຽງແຕ່ມີຄວາມມຸ່ງໜັ້ນໃນການຮຽນເທົ່ານັ້ນ, ເພິ່ນຍັງດຸໜັ້ນໃນການລົງຝຶກຫັດ-ປະຕິບັດຕົວຈິງ, ເພິ່ນໄປຫຼາຍປະເທດໃນທະວີບເອີລົບ ທັງເບື້ອງຕາເວັນອອກ ແລະ ຕາເວັນຕົກ ແລະ ໄດ້ໄປຫຼາຍປະເທດໃນທະວີບອາຟຣິກກາ ເພື່ອສຳຜັດກັບຄວາມເປັນຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ, ເພິ່ນມີຄວາມບາກບັ່ນໃນການຄົ້ນຄວ້າຮ່ຳຮຽນ, ທັງມີຄວາມເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົນເອງ ເພິ່ນດຳລົງຊີວິດແບບງ່າຍ, ບໍ່ຟູມເຟືອຍ, ທ່ານມີພອນສະຫວັນໃນການຮຽນຮູ້ພາສາຂອງຊາດຕ່າງໆ, ເພິ່ນສາມາດເວົ້າໄດ້ດີເຖິງ 10 ພາສາທີ່ໃຊ້ຫຼາຍໃນສາກົນ, ປີ 1937 ປະທານສຸພານຸວົງ ໄດ້ຮັບປະກາສະນິຍະບັດ ວິສະວະກອນຂົວທາງທີ່ຝຣັ່ງ ເປັນຄົນທຳອິດຂອງປະເທດລາວ. ເພິ່ນໄດ້ກັບຄືນອິນດູຈີນ ໂດຍໄດ້ຮັບລາຊະການໃນຂະແໜງໂຍທາທິການປະຈຳຢູ່ຍາຈາງ (ປະເທດຫວຽດນາມ). ໃນໄລຍະ 3 ປີ ປະທານສຸພານຸວົງ ໄດ້ສໍາເລັດການສ້າງຂົວທາງເລກທີ 14 ແລະ ໂຄງການເຂື່ອນໄຟຟ້ານໍ້າຕົກຢູ່ວິນ; ໄດ້ໄປຊ່ວຍສ້າງຂົວ ແລະ ສ້ອມແປງທາງເລກທີ 13 ຢູ່ແຂວງຊຽງແຕງ ປະເທດກໍາປູເຈຍ.

ຕໍ່ມາປະທານໄດ້ຖືກແຕ່ງຕັ້ງໄປຮັບລາຊະການຢູ່ເມືອງພີນ ແຂວງສະຫວັນນະເຂດ ເພື່ອສ້າງທາງເລກທີ 23 ແລະ ຂົວເຊບັງຫຽງ, ໃນເວລາຕໍ່ມາ ປະທານສຸພານຸວົງ ໄດ້ພົບປະກັບ ປະທານໂຮ່ຈີ່ມິນ, ເພິ່ນໄດ້ຮັບການຊີ້ນຳ ແລະການຊ່ວຍເຫຼືອຈາກ ປະທານໂຮ່ຈີ່ມິນ ໃຫ້ຈັດຕັ້ງກອງທະຫານປະສົມລາວ-ຫວຽດນາມ ຂຶ້ນຢູ່ລາວ ເພື່ອດຳເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ຍາດເອົາຄວາມເປັນເອກະລາດມາໃຫ້ລາວ, ການພົບປະໃນຄັ້ງນັ້ນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງທີ່ສຸດໃນຊີວິດການເຄື່ອນໄຫວປະຕິວັດຂອງປະທານ ສຸພານຸວົງ, ໄດ້ກ່າວຄຳປາໄສຕໍ່ຫນ້າປະຊາຊົນທີ່ມາໂຮມຊຸມນຸມຢ່າງຫຼວງຫຼາຍ, ເພິ່ນໄດ້ເວົ້າວ່າ: “ແຜ່ນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ.

ຂຽນຂ່າວໂດຍ: ສະຫາຍ ພັນທະລີ ສຸກຂະເສີມ; ກວດແກ້ໂດຍ: ທ່ານ ບຸນທະວີ ສົມມະນີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa