ພິທີປາຖະກະຖາຫວນຄືນມູນເຊື້ອ ວັນກໍາມະກອນສາກົນ ຄົບຮອບ 140 ປີ

ໃນຕອນເຊົ້າຂອງ ວັນທີ 21 ພຶດສະພາ 2026. ສະຫະພັນກໍາມະບານ ເມືອງວຽງຄໍາ ແຂວງຫຼວງພະບາງ ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນກໍາມະກອນສາກົນ ຄົບຮອບ 140 ປີ ແລະ ພ້ອມທັງຜ່ານຂໍ້ຕົກລົງ ຍຸບກຳມະບານຮາກຖານ 2 ຮາກຖານ ແລະ ແຕ່ງຕັ້ງຄະນະກໍາມະບານຮາກຖານ 2 ຮາກຖານ ຂຶ້ນຢູ່ທີ ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານຂອງ ທ່ານ ວັນໂຈຍ ວາຊົວລີ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳ ເມືອງ, ຫົວໜ້າ ແລະ ຮອງຫົວໜ້າກອງບັນຊາການ ປກຊ-ປກສ ເມືອງ, ຫົວໜ້າ ແລະ ຮອງຫົວໜ້າ ຫ້ອງການອ້ອມຂ້າງເມືອງ, ຄະນະກຳມະບານຮາກຖານ, ສະມາຊິກຳມະບານ ພາຍໃນເມືອງ ແລະ ຄະນະບ້ານ 5 ບ້ານ ເຂົ້າຮ່ວມ.

ໃນພິທີ ທ່ານ ເຕັງ ວາຈືຊົວ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງປະທານສະຫະພັນກຳມະບານເມືອງ ວ່າດ້ວຍການຍຸບ ກຳມະບານຮາກຖານຫ້ອງການພາຍໃນ, ຫ້ອງກາແຜນການ ແລະ ທະນາຄານ ພ້ອມທັງຜ່ານຂໍ້ຕົກລົງ ຂອງປະ ທານສະຫະພັນກຳມະບານເມືອງ ວ່າດ້ວຍການແຕ່ງຕັ້ງ ປະທານ ແລະ ຮອງປະທານ ຄະນະກຳມະບານຮາກຖານຫ້ອງການຍຸຕິທຳ ແລະ ຫ້ອງການໂຍທາທິການ-ຂົນສົ່ງເມືອງ, ໃຫ້ກຽດຂື້ນມອບຂໍ້ຕົກລົງໂດຍ ທ່ານ ບຸນສະຫວັດ ວັນທະມາລີ ກຳມະການພັກເມືອງ ຄະນະບໍລິຫານງານກຳມະບານແຂວງ ປະທານສະຫະພັນກຳມະບານເມືອງ.

ໃນໂອກາດດຽວກັນນັ້ນ ທ່ານ ວັນໂຈຍ ວາຊົວລີ ໄດ້ໃຫ້ກຽດຂື້ນ ປາຖະກະຖາຫວນຄືນມູນເຊື້ອປະຫວັດຄວາມເປັນມາ ຂອງວັນກໍາມະກອນສາກົນ ຄົບຮອບ 140 ປີ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ວັນກໍາມະກອນສາກົນ ມີຄວາມໝາຍອັນເລິກເຊິ່ງທີ່ສຸດຂອງຊົນຊັ້ນກໍາມະກອນ ແມ່ນການລະນຶກເຖິງການຕໍ່ສູ້ຢ່າງພິລະອາດຫານ ຂອງກໍາມະກອນຢູ່ເມືອງ ຊີກາໂກ ສະຫະລັດອາເມຣິກາ ໃນປີ 1886, ໃນສະໄໝນັ້ນ ຜູ້ອອກແຮງງານຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ຕ້ອງເຮັດວຽກມື້ໜຶ່ງ 14-15 ຊົ່ວໂມງ ການລຸກຂຶ້ນຕໍ່ສູ້ເພື່ອທວງເອົາ “ລະບອບເຮັດວຽກ (8 ຊົ່ວໂມງ ເຮັດວຽກ, 8 ຊົ່ວໂມງ ພັກຜ່ອນ ແລະ 8 ຊົ່ວໂມງ ຕ້ອງໄດ້ຮໍ່າຮຽນ) ໄດ້ເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສໍາຄັນໃຫຍ່ຫຼວງ ຂອງຊົນຊັ້ນກໍາມະກອນ ໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງຕົນ, ອັນໄດ້ເປັນຂີດໝາຍໃນຍຸກສະໄໝໃໝ່, ແມ່ນຍຸກຂອງມວນມະນຸດກ້າວເຂົ້າສູ່ສັດຕະ ວັດໃໝ່, ເປັນການຂ້າມຜ່ານຈາກລັດທິທຶນນິຍົມໄປຫາລັດທິສັງຄົມນິຍົມ, ເປັນສັນຍາລັກແຫ່ງການຕໍ່ສູ້ທີ່ສໍາຄັນຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານໃນທົ່ວໂລກ ເພື່ອຮຽກຮ້ອງຄວາມເປັນທຳ, ສິດທິ, ຜົນປະໂຫຍດອັນຊອບທຳ, ກຽດສັກສີ, ຄວາມໝັ້ນຄົງ ແລະ ຄວາມຍຸຕິທຳ ໃນການອອກແຮງງານ ມາສູ່ກຳມະກອນ ແລະ ປະຊາຊົນທຸກຄົນໃນສັງຄົມ. ເພື່ອຕອບສະໜອງຄວາມຕ້ອງການ ຂອງຜູ້ອອກແຮງງານທົ່ວໂລກ ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີເລີດຂອງຊົນຊັ້ນກຳມະກອນ, ພັດທະນາສີມືແຮງງານໃຫ້ນັບມື້ນັບສູງຂຶ້ນ, ກາຍເປັນກໍາລັງການຜະລິດທີ່ມີເຕັກ ນິກ-ວິທະຍາສາດທັນສະໄໝ ກ້າວໄປສູ່ຄຸນນະພາບໃໝ່ ກາຍເປັນກຳມະກອນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນໃນການອອກແຮງງານ, ເປັນຜູ້ທີ່ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ທີ່ກ້າວໜ້າສິວິໄລ, ສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມັ່ງຄັ່ງເຂັ້ມ ແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ສິວິໄລ ແລະ ຍຸຕິທຳ.

ພາບ-ຂ່າວ: ບຸນມີ ໄຊຍະກຸມມານ ຄະນະໂຄສະນາອົບຮົມເມືອງ.
ກວດແກ້: ທ. ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ