ເມືອງວຽງຄຳ ເປີດກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ເມືອງວຽງຄຳ ເປີດກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2026 ຜ່ານມານີ້ ເມືອງວຽງຄໍາ ແຂວງຫຼວງພະບາງ ຈັດກອງປະ ຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ (ຂັ້ນແຂວງຄຸ້ມຄອງ) ຂື້ນຢູ່ທີ່ ສະໂມສອນໃຫຍ່ຂອງເມືອງ ວຽງຄໍາ ໂດຍການເປັນປະທານຂອງ ສະຫາຍ ຄຳເກັ່ງ ຈັນທະວີສຸກ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວບທີມງານຂັ້ນແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ຫົວໜ້າກອງບັນຊາການ ປກຊ-ປກສ ເມືອງ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ອ້ອມຂ້າງເມືອງ, ໄອຍະການປະຊາຊົນເຂດ II ປະຈຳເມືອງ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ພະນັກງານຫຼັກແຫຼ່ງ ແລະ ເລຂາພັກບ້ານ 5 ບ້ານພາຍໃນເມືອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ໄດ້ໃຫ້ຮູ້ວ່າ ການສ້າງແຜນກຳນົດພະນັກງານ ແມ່ນການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງ ເຂົ້າໃນຕໍາແໜ່ງ ນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຫ້ອງການ, ແນໃສ່ຮັບປະກັນ ລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ; ກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນໍາພາ-ຄຸ້ມຄອງ ຕອບສະໜອງທາງດ້ານຈໍານວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການ ຂອງບັນດາຕໍາແໜ່ງນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຫ້ອງ ການ ໃນລະບົບການເມືອງ, ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ ເທື່ອລະກ້າວ, ແນໃສ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມຈຸດໝາຍ ສັງຄົມນິຍົມ; ການສ້າງແຜນກໍານົດພະນັກງານ ເປັນວຽກງານໜຶ່ງທີ່ສໍາຄັນພື້ນຖານຂອງວຽກງານ ຮັບປະກັນການຫັນວຽກງານພະນັກງານ ດໍາເນີນຕາມລະບຽບແບບແຜນ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກ – ລັດ ໃນສະເພາະໜ້າ ແລະ ຍາວນານ; ເປັນການຫັນຍຸດທະສາດກ່ຽວກັບວຽກງານພະນັກງານເປັນອັນລະອຽດ, ສ້າງໂຄງການ ສັງລວມພື້ນຖານ ໃຫ້ແກ່ການວາງແຜນກໍ່ສ້າງ-ບຳລຸງ, ຄາດຄະເນສັບຊ້ອນ ແລະ ຈັດວາງພະນັກງານຢ່າງສົມເຫດສົມຜົນ.

ໃນຕອນທ້າຍກອງປະຊຸມ ສະຫາຍ ຄຳເກັ່ງ ຈັນທະວີສຸກ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ເນັ້ນບາງບັນຫາໃຫ້ຄະນະພັກ, ຄະນະປະຈຳພັກແຕ່ລະຂັ້ນ ຕ້ອງຈັດຕັ້ງເຊື່ອມຊຶມ, ກຳແໜ້ນມະຕິຂອງ ກົມການເມືອງສູນກາງພັກ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ໃຫ້ເລິກເຊິ່ງ, ຜັນຂະຫຍາຍ ແລະ ດໍາເນີນການສ້າງແຜນກຳນົດພະນັກງານຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ສຳເລັດ ແລະ ມີປະສິດທິຜົນພ້ອມທັງລາຍງານຂັ້ນເທິງເປັນປົກກະຕິ ແລະ ຕ້ອງໄດ້ເອົາໃຈໃສ່ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດ, ເດັດຂາດ; ເອົາໃຈໃສ່ປະຕິບັດແຜນກຳນົດພະນັກງານຕາມແຕ່ລະຕຳແໜ່ງ ແຕ່ນີ້ຮອດປີ 2030, ບົນພື້ນຖານ ຕ້ອງສືບຕໍ່ຕິດຕາມ, ກວດກາ ແຜນກຳນົດພະນັກງານຢ່າງເປັນປົກກະຕິ-ຕໍ່ເນື່ອງ, ຕີລາຄາປະເມີນຜົນ ແລະ ສືບຕໍ່ເອົາໃຈໃສ່ກະກຽມປັບປຸງກົງຈັກການຈັດຕັ້ງບາງຂົງເຂດ, ບາງໜ່ວຍງານຄືນໃໝ່, ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງ, ສາມາດຕອບສະໜອງກັບໜ້າທີ່ການເມືອງ ທັງໃນສະເພາະໜ້າ ແລະ ຍາວນານ ໂດຍສະ ເພາະແມ່ນປັບປຸງດ້ານໂຄງປະກອບ ແລະ ບຸກຄະລາກອນໃຫ້ໄດ້ຄຸນນະພາບ.

ພາບ-ຂ່າວ: ບຸນມີ ໄຊຍະກຸມມານ ຄະນະໂຄສະນາອົບຮົມເມືອງ.

ກວດແກ້: ທ. ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa