ອາດີດ ຮອງນາຍົກລັດຖະມົນຕີ ລົງມາເຄື່ອນໄຫວ ແລະ ຢ້ຽມຢາມ ເມືອງນໍ້າບາກ

ອາດີດ ຮອງນາຍົກລັດຖະມົນຕີ ລົງມາເຄື່ອນໄຫວ ແລະ ຢ້ຽມຢາມ ເມືອງນໍ້າບາກ

ວັນທີ 19 ພຶດສະພາ 2026 ນີ້ການນໍາຂອງເມືອງນໍ້າບາກ ໃຫ້ກຽດຕ້ອນຮັບທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ອາດີດຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ທີ່ໄດ້ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງນ້ຳບາກ, ມີຄະນະປະຈຳພັກ, ກຳມະການພັກເມືອງ, ພະນັກງານຫຼັກແຫຼ່ງ ຢູ່ສະໂມສອນໃຫຍ່ຂອງເມືອງ, ຈຸດປະສົ່ງໃນການລົງເຄື່ອນໄຫວຄັ້ງນີ ເພື່ອຢ້ຽມຢາມ ແລະຕິດຕາມການສ້າງອານຸສະຖານ ບັ້ນຮົບນໍ້າບາກ.

ໃນພິທີ ສະຫາຍ ບຸນທັນ ຈັນທະສັກ ຄະນະປະຈຳພັກເມືອງ ປະທານ ຄະນະກຳມະການປົກຄອງເມືອງ ໄດ້ລາຍງານສະພາບລວມຂອງເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ປະຫວັດຄວາມເປັນມາຂອງບັ້ນຮົບປົດປ່ອຍນໍ້າບາກ ໂດຍຫຍໍ້ໃຫ້ຮູ້ວ່າ: ເມືອງນໍ້າບາກ ເປັນເມືອງທີ່ມີຊື່ສຽງທາງດ້ານປະຫວັດສາດບັ້ນຮົບນໍ້າບາກ, ປະຊາຊົນບັນດາເຜົ່າມີມູນເຊື້ອຕໍ່ສູ້ພິລະອາດຫານ, ມີຄວາມສາມັກຄີແໜ້ນແຟ້ນ, ມີຄວາມດຸໝັ່ນ-ຂະຫຍັ່ນພຽນ, ເປັນເມືອງທີ່ມີຄວາມອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດ, ບັ້ນຮົບນໍ້າບາກ ແມ່ນບັ້ນຮົບຂະໜາດໃຫຍ່ທີ່ນໍາໃຊ້ກໍາລັງເຖິງ 9.000 ຄົນ ແລະ ພາຫະນະທີ່ຈໍາເປັນຈໍານວນຫຼວງຫຼາຍ ເພື່ອຕິເອົາຊະນະສັດຕູທີມີກໍາລັງເຖິງ 18.000 ຄົນ, ພ້ອມດ້ວຍພາຫະນະສົງຄາມທີ່ທັນສະໄໝ ລື່ນພວກເຮົາຫຼາຍເທົ່າ, ດ້ວຍການນຳພາອັນສະຫຼາດສອງໃສ່ຂອງພັກ ແລະ ເພື່ອນຮ່ວມສະຕາກຳ  ລາວ-ຫວຽດນາມ ຈິ່ງໄດ້ຕີລາຄາສະພາບການ ໃນທຸກດ້ານຢ່າງຖືກຕ້ອງ, ກໍາແໜ້ນຈຸດແຂງ ແລະ ຈຸດອ່ອນຂອງສັດຕູ, ລວມເຖິງພູມີປະເທດ ແລະ ດີນຟ້າອາກາດໃນເຂດສູ້ຮົບ, ໃນທີ່ສຸດກໍ່ສາມາດຊິ້ນໍາດ້ານຮົບ  ແລະ ຈັດຕັ້ງບັ້ນຮົບປ່ອຍນໍ້າບາກ ສໍາເລັດດ້ວຍຄວາມປອດໄພ ເພື່ອເປັນການອານຸລັກຮັກສາ ແລະ ຫວນຄືນມູນເຊື້ອປະຫວັດສາດ, ປຸກຈິດສຳນຶກໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຈົດຈຳຈາລຶກ ແລະ ເອກອ້າງທະນົງໃຈ ຕໍ່ໄຊຊະນະ ພາລະກິດປະ ຕິວັດຊາດ, ໃນໄລຍະຜ່ານມາ ຄະນະພັກ, ຄະນະນຳ ຂອງເມືອງພວກເຮົາ ກໍ່ໄດ້ເປັນເຈົ້າການ ນຳພາ-ຊີ້ນຳ ໃນການຈັດຕັ້ງພິທີປາຖະກາຖາ ເລົ່າມູນເຊື້ອ ວັນໄຊຊະນະບັ້ນຮົບປົດປ່ອຍນໍ້າບາກ ຢ່າງເປັນຂະບວນການຟົດຟື້ນ ພ້ອມກັນນັ້ນ ເມືອງພວກເຮົາຍັງໄດ້ກຳນົດພູທີ່ເປັນຍຸດທະສາດ ເພື່ອອານຸລັກຮັກສາ ເປັນຕົ້ນແມ່ນ ພູຫວດ, ພູວຽງ, ພູພາຮາວ, ພູຈ້ອມແຈ້ງ ແລະ ເດີນຍົນເກົ່າ (ບ້ານໂຄ້ງ) ໄວ້ໃຫ້ຄົນຮຸ່ນຫຼັງໄດ້ຮຽນຮູ້;

ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ອາດີດຮອງນາຍົກ ລັດຖະມົນຕີ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນໃນການສ້າງອານຸສະຖານ ບັ້ນຮົບນໍ້າບາກ ທີ່ເປັນບັ້ນຮົບທີລືຊື່, ເພື່ອເປັນບ່ອນຈາລຶກບຸນຄຸນ, ຄຸນງາມຄວາມດີຂອງບັນພະບູລຸດ ທີ່ເສຍສະຫຼະເລືອດເນື້ອທັງນໍ້າຕາ ເພື່ອປົດປ່ອຍນໍ້າບາກ, ໃຫ້ບັນດາທ່ານແຂກທັ່ງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ, ໃຫ້​ສືບຕໍ່ ປົກປັກຮັກສາປ່າໄມ້ ແລະ ສາຍພູທີ່ເປັນຍຸດທະສາດ ເພື່ອອານຸລັກຮັກສາໄວ້, ສືບຕໍ່ຊີ້ນຳໃນການສ້າງອານຸສະຖານ ບັ້ນຮົບນໍ້າບາກໃຫ້ສຳເລັດ, ຕິດພັນກັບການຂະຫຍາຍແຜນພັດທະນາເສດຖະກິດໃຫ້ເຂັ້ມແຂງ ແລະ ສືບຕໍ່ພົວພັນກັບຕ່າງປະເທດ ເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບຢ່າງຮອບດ້ານ.

ພາບ-ຂ່າວໂດຍ: ທ.ອ່ອນຈັນ ແກ້ວມະນີພອນ, ຄະນະໂຄສະນາອົບຮົມເມືອງ

ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa