ພິທີປາຖະກະຖາ ຢູ່ເມືອງຈອມເພັດ ແຂວງຫຼວງພະບາງ

ພິທີປາຖະກະຖາ ຢູ່ເມືອງຈອມເພັດ ແຂວງຫຼວງພະບາງ

ຕອນເຊົ້າໃນວັນທີ່ 24 ພຶດສະພາ 2024 ນີ້, ຢູ່ທີ່ສະໂມສອນ ຂອງເມືອງ​ຈອມ​ເພັດ ໄດ້ຈັດພິທີປາຖະກາຖາວັນສຳ​ຄັນ ຂອງຊາດ, ຂອງພັກ ແລະ ຂອງເພື່ອນມິດຍຸດທະສາດ ໂດຍການເປັນປະທານ ຂອງ ທ່ານ ສາຍສະໝອນ ສາລິວົງ, ເຈົ້າເມືອງຈອມເພັດ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໝ້າ​-ຮອງຫົວໝ້າຫ້ອງ​ການ, ພະນັກງານຫຼັກແຫຼ່ງ ນາຍ ແລະພົນທະຫານ, ນາຍ ແລະພົນຕຳຫຼວດ,ພະນັກງານອາວຸໂສບຳນານ, ເລຂາພັກບ້ານອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ ການນຳ​ ຂອງເມືອງຈອມເພັດໄດ້ຜັດປ່ຽນກັນຂື້ນເລົ່າມູນເຊື້ອວັນສຳຄັນຕ່າງໆເຊັ່ນ: ວັນເກີດ ທ່ານ ກາກມາກ ຄົບຮອບ 206 ປີ,

ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ, ວັນໄຊຊະນະ ຂອງສະຫະພາບໂຊວຽດເໝືອຟາດຊິດເຢຍລະມັນ ໃນສົງຄາມໂລກ ຄັ້ງທີ່ ll

ຄົບຮອບ 79 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ່ 02 ວິລະຊົນ ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 65 ປີ, ວັນເກີດປະທານ ໂຮຈິມິນ

ຄົບຮອບ 134 ປີ ແລະວັນວິລະກໍາໂຕນຄຸກຢ່າງມະຫັດສະຈັດ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ. ເພື່ອເປັນ

ການລະນືກເຖີງມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງບັນດານັກຮົບປະຕິວັດ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງພໍ່ແມ່ປະຊາຊົນ

ລາວທຸກຊົນເຜົ່າ  ແລະຜົນສໍາເລັດໃນ​ການຊີ້ນຳໆພາ ຂອງພັກທີ່ສະຫຼາດສ່ອງໃສ ໂດຍຜ່ານຫຼາຍໄລຍະປະຫວັດສາດ, ໃຫ້ທຸກຄົນຮັບຮູ້ຢ່າງເລິກເຊິ່ງ, ເຖີງຄຸນຄ່າ ການຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະກັນ ເພື່ອເສີມສ້າງສະຖຽນນະພາບ ໃຫ້ຢືນຢົງ ແລະ ໝັ້ນຄົງຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa