ພິທີປາຖະກະຖາ ວັນປະຫວັດສາດສຳຄັນ ຢູ່ທະນາຄານແຫ່ງ ສປປລາວ ສາຂາແຂວງຫຼວງພະບາງ

ພິທີປາຖະກະຖາ ວັນປະຫວັດສາດສຳຄັນ ຢູ່ທະນາຄານແຫ່ງ ສປປລາວ ສາຂາແຂວງຫຼວງພະບາງ

ວັນທີ 25 ພຶດສະພາ 2024 ນີ້ ທະນາຄານ ແຫ່ງ ສປປ ລາວ ສາຂາແຂວງຫຼວງພະບາງ ໄດ້ຈັດພິທີປາຖະກະຖາ ສອງວັນປະຫວັດສາດ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ 18 ພຶດສະພາ 2024 ຄົບຮອບ 65 ປີ ແລະ ວັນໄຊຊະນະບັ້ນຮົບດຽນບຽນຟູ 7 ພຶດສະພາ 2024 ຄົບຮອບ 70 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງທະນາຄານ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຄະນະພັກ, ຄະນະນໍາ, ພະນັກງານສະມາຊິກພັກ, ພະນັກງານລັດຖະກອນຈາກທະນາ ຄານທັງພາກລັດ ແລະ ພາກເອກະຊົນເຂົ້າຮ່ວມ

ພິທີ ທ່ານ ນາງ ວຽນວິໄລ ດີລະພັນ (ປະທານ) ໄດ້ມີຄຳເຫັນກ່ຽວກັບ: ຄວາມໝາຍສໍາຄັນພື້ນຖານການຜ່າວົງປິດລ້ອມ ຂອງກອງພັນທີ 2 ແມ່ນສ່ອງແສງໃຫ້ເຫັນວ່າການນໍາພາຂອງພັກຖືກຕ້ອງສະຫລາດສ່ອງໃສ, ຂະບວນການຕໍ່ ສູ້ຂອງພວກເຮົາແມ່ນເປັນທໍາ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ-ຂອງພັກ ແລະເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ, ສ່ວນປັດໄຈພື້ນຖານທີ່ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມຢ່າງມີໄຊ ແມ່ນຍ້ອນມີການນໍາພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກປະຊາ ຊົນ ປະຕິວັດລາວ, ພະນັກງານ. ສາມະຊິກພັກ ແລະ ນັກຮົບກອງພັນທີ 2 ໄດ້ຮັບການສຶກສາອົບຮົມການເມືອງແນວຄິດເປັນຢ່າງດີ ອັນໄດ້ເຮັດໃຫ້ທຸກຄົນມີຄວາມຈົ່ງຮັກພັກດີຕໍ່ພັກຕໍ່ປະເທດຊາດ, ຕໍ່ປະຊາຊົນ, ບໍ່ຫວັ່ນໄຫວຄອນແຄນຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທົດສອບທ້າທາຍຫຼາຍປະການ, ພາຍໃນມີຄວາມສາມັກຄີເປັນເອກະພາບມີນໍ້າໃຈສູ້ຮົບເດັດ ດ່ຽວອາດຫານ, ປະຕິບັດກົດລະບຽບວິໃນ ແລະຄໍາສັ່ງເຂັ້ມງວດ, ຮັກສາຄວາມລັບຢ່າງເດັດຂາດ ຈິ່ງສາມາດຜ່າວົງປິດລ້ອມຂອງສັດຕູໄດ້ສຳເລັດໃນວັນທີ 18 ພຶດສະາ 1959. ໂອກາດນີ້ ທ່ານໄດ້ໃຫ້ຮູ້ເຖິງມູນເຊື້ອໄຊຊະນະດຽນບຽນຟູ ເຊິ່ງບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍຕົນເອງ ສາມາດດັບມອດເຈດຈຳນົງ ແລະການຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະ ບານຝຣັ່ງ ຈຳຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ. ໄຊຊະນະດັ່ງກ່າວຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ໃສແຈ້ງໃຫ້ແກ່ພາລະກິດຕໍ່ສູ້ອັນຍິ່ງໃຫຍ່ຂອງມວນມະນຸດທີ່ກ້າວໜ້າ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ.

ຕອນທ້າຍທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາ, ພະນັກງານ-ສະມາຊິກພັກ ທະນາຄານ ທັງພາກລັດ ແລະ ພາກເອກະຊົນ ຮ່ຳຮຽນເອົາແບບຢ່າງມູນເຊື້ອການຕໍ່ສູ້ພິລະອາດຫານ, ບໍ່ຍອມຈຳນົນ, ນໍ້າໃຈຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນອັດດູດດຶມຂອງບັນພະບູລຸດ, ຄວາມອົງອາດຂອງກອງທັບລາວ ແລະມູນເຊື້ອຄວາມສາມັກຄີອັນເປັນປຶກແຜ່ນ, ມູນ ເຊື້ອການນໍາພາຕໍ່ສູ້ຂອງການນໍາຮຸ່ນກ່ອນ ຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບການປົດປ່ອຍ ກ້າວໄປສູ່ໂສມໜ້າໃໝ່ ແລະໄດ້ຮັບການພັດທະນາຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa