ພິທີປາຖະກະຖາ ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດ 23 ສິງຫາ 1945, 23 ສິງຫາ 1975

ພິທີປາຖະກະຖາ ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ

ແລະ ວັນຢຶດອຳນາດ 23 ສິງຫາ 1945, 23 ສິງຫາ 1975

ວັນທີ 23 ສິງຫາ 2024 ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ສົມ ທົບກັບຫ້ອງວ່າການແຂວງ ຈັດພິທິປາຖະກະຖາ ວັນຢຶດອໍານາດ 23 ສິງຫາ 1945; 23 ສິງຫາ 1975 ແລະ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ຢູ່ຫ້ອງປະຊູມໃຫຍ່ ຂອງແຂວງ ໂດຍເປັນປະທານ ຂອງທ່ານ ວົງສະຫວັນ ເທບພະຈັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ, ມີບັນດາກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວ ໜ້າພະແນກການ, ກອງບັນຊາການ ປກຊ -ປກສ, ສະຖາບັນການສຶກສາ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ວົງສະຫວັນ ເທບພະຈັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ, ໃຫ້ກຽດຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນຢຶດອຳນາດ 23 ສິງຫາ 1945, 23 ສິງຫາ 1975, ໃຫ້ແກ່ສະມາຊິກພັກ-ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈໃຫ້ກວ້າງຂວາງເລິກເຊິ່ງເຖິງຄວາມໝາຍຄວາມສໍາຄັນ ຕໍ່ປະຊາຊົນລາວທັງຊາດ, ໄຊຊະນະດັງກ່າວ ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍຶດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອໍານາດການປົກຄອງໃນທົ່ວປະເທດແບບ “ ບົວບໍ່ຊໍ້ານໍ້າບໍ່ຂຸ່ນ ” ແຕ່ຈັບປາໄດ້ທັງໝົດ ນັ້ນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ, ມັນແມ່ນໄຊຊະນະຂອງກຳລັງແຮງ ຂອງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງກອງທັບ ແລະ ປວງຊົນທັງຊາດ, ແມ່ນໄຊຊະນະແຫ່ງຄວາມສາມັກຄີຮ່ວມສໍາພັນສູ້ຮົບລະຫວ່າງ ປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊົນກຳປູເຈ່ຍອ້າຍນ້ອງ ທີ່ໄດ້ຄຽງບ່າ-ຄຽງໄຫຼ່ກັນຕ້ານສັດຕູດຽວກັນ ຕະຫຼອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ ໃນປະຈຸບັນ. ໂອກາດນີ້ ທ່ານຍັງໄດ້ປາຖະກະຖາ ວັນລັດຖະທໍາມະນູນແຫ່ງ ສປປລາວ ຄົບຮອບ 33 ປີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຕົ້ນກໍາເນີດ ແລະ ຄວາມໝາຍສໍາຄັນຂອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ, ຕີລາຄາສະພາບການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເຊິ່ງສະແດງອອກໃຫ້ເຫັນທັງດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງ ໃນໄລຍະປີທີ່ຜ່ານມາ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍຕ່າງໆ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນ.

ຕອນທ້າຍປະທານໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນ ຕ້ອງເອົາໃຈໃສ່ຜັນຂະຫຍາຍເນື້ອໃນມູນເຊື້ອ 23 ສິງຫາ ແລະ ວັນລັດຖະທໍາມະນູນແຫ່ງ ສປປລາວ ທີ່ຢູ່ໃນຄວາມຮັບຜິດຊອບຂອງໃຜລາວ ແລະ ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການພັດທະນາປະເທດຊາດເປັນຕົ້ນແມ່ນ:

  1. ເພີ່ມກະວີການສຶກສາອົບຮົມພະນັກງານ, ນັກຮົບ, ລັດຖະກອນ ແລະ ປະຊາຊົນລາວບັນ ດາເຜົ່າ, ເປັນຕົ້ນຄົນຮຸ່ນໜຸ່ມໃຫ້ເຂົ້າໃຈກ່ຽວກັບມູນເຊື້ອ 23 ສິງຫາ ດ້ວຍຮູບການຕ່າງໆໃຫ້ກວ້າງຂວາງເລິກເຊິ່ງ.
  2. ປຸກລະດົມການເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃຫ້ປະກົດຜົນເປັນຈິງ.
  1. ຕັ້ງໜ້າປັບປຸງ, ຮັດແໜ້ນຄວາມສາມັກຄີປອງດອງທົ່ວປວງຊົນ ພາຍໃຕ້ຮົ່ມທຸງຂອງພັກ. ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ.
  2. ເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ມີຄວາມສັກສິດ, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ງແຂງດ້ວຍຕົນເອງ ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ປະທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.
  3. ເອົາໃຈໃສ່ປະຕິບັດນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດວາງອອກ ໃຫ້ຖືກຕ້ອງສອດ ຄ່ອງກັບຄວາມເປັນຈິງ.

ຂຽນໂດຍ: ທ. ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa