ພິທີປາຖະກະຖາ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ

ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ

ໃນຕອນເຊົ້າ ຂອງວັນທີ 12 ກໍລະກົດ 2024 ນີ້, ຢູ່ທີ່ສະໂມສອນ ຂອງເມືອງ​ຈອມ​ເພັດ ໄດ້ຈັດພິທີປາຖະກາຖາ ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ, ໂດຍການເປັນປະທານ ຂອງ ສະຫາຍ ບົວພັນ ອຸດົມສິນ ຮອງເລຂາພັກເມືອງຈອມເພັດ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໝ້າ- ຮອງຫົວໝ້າຫ້ອງ​ການ, ພະນັກງານຫຼັກແຫຼ່ງ ນາຍ ແລະພົນຕຳຫຼວດ,ນາຍ ແລະພົນທະຫານ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ເລຂາພັກບ້ານອ້ອມຂ້າງເທດສະບານເມືອງເຂົ້າຮ່ວມ, ໃນພິທີສະຫາຍ ນາງຈັນດີ ເຢັ່ງວື ຮອງເລຂາພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ປະທານກວດກາ ພັກ-ລັດ ​ ໄດ້ໃຫ້ກຽດຂື້ນປາຖະກະຖາ ວັນສຳຄັນດັ່ງກ່າວ, ສະຫາຍໄດ້ກ່າວໃນພິທີ ກ່ຽວກັບສະ ພາບແວດລ້ອມແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ,

ຫວຽດນາມ-ລາວ ເປັນປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນຮ່ວມກັນຍາວກວ່າ 2.000 ກິໂລແມັດ, ພ້ອມກັນອີງຫຼັງໃສ່ສາຍພູຫຼວງ, ພ້ອມກັນຮ່ວມຊົມໃຊ້ແມ່ນ້ຳລຳເຊ, ພູຜາປ່າດົງ, ດິນດອນຕອນຫຍ້າ ເພື່ອດຳລົງຊີວິດ ແລະ ດຳເນີນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ.ປະຊາຊົນ 2 ຊາດ ລາວ-ຫວຽດນາມ ມີມູນເຊື້ອໄປມາຫາສູ່ແລກປ່ຽນສິນຄ້າ, ແລກປ່ຽນວັດທະນະທຳນຳກັນ, ຢູ່ຫຼາຍທ້ອງຖິ່ນກໍ່ມີບ້ານ, ຫຼາຍຄອບຄົວເປັນແກ່ວເປັນດອງກັນ, ປະຊາຊົນ 2 ຊາດ ມີມູນເຊື້ອສາມັກຄີຊ່ວຍ ເຫຼືອເຊິ່ງກັນ ແລະ ກັນມາເປັນພັນໆປີ ມີຄວາມຜູກພັນ, ສາມັກຄີກັນຢ່າງແໜ້ນແຟ້ນ ແລະ ເຕີບໃຫຍ່ກາຍເປັນຄວາມສາມັກຄີພິ ເສດ ແລະ ການພົວພັນຮ່ວມມືຮອບດ້ານ ຂອງສອງ ຊາດລາວ-ຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈີ່ມິນ, ປະທານ ໄກສອນ ພົມວິ ຫານ ແລະ ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ. ຈາກນັ້ນມາການນຳແຕ່ລະຮຸ່ນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຕ່າງກໍໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍໃຫ້ກາຍເປັນການພົວພັນສາມັກຄີອັນບໍລິສຸດຜຸດຜ່ອງທີ່ຫາຍາກ ໃນການພົວພັນສາກົນແລະ ກາຍເປັນມໍລະດົກອັນລ້ຳຄ່າ ຂອງສອງຊາດ ລາວ-ຫວຽດນາມ.

ຂຽນຂ່າວໂດຍ: ສະຫາຍ ພັນທະລີ ສຸກຂະເສີມ; ກວດແກ້ໂດຍ: ທ່ານ ບຸນທະວີ ສົມມະນີ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa