ພິທີປາຖະກະຖາ 02 ວັນປະຫວັດສາດ

ພິທີປາຖະກະຖາ 02 ວັນປະຫວັດສາດ

ວັນທີ 17 ກໍລະກົດ 2025 ທີ່ສະໂມສອນໃຫຍ່ ເມືອງໂພນທອງ ໄດ້ຈັດພິທີປາຖະກະຖາ 02 ວັນ ປະຫວັດສາດຄື: ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20.07.1955-20.07.2025) ແລະ ວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 116 ປີ (13.07.1909-13.07.2025), ໃຫ້ກຽດເລົ່າມູນເຊື້ອ ຂອງ ທ່ານ ບຸນຈັນ ປານຟອງເພັດ ເລຂາພັກເມືອງ, ມີຄະນະປະຈໍາ, ກຳມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັກແຫຼ່ງຂອງເມືອງ, ຕະຫຼອດພະນັກງານລັດຖະກອນ ພາຍໃນເມືອງເຂົ້າຮ່ວມ.

ພິທີດັ່ງກ່າວແມ່ນ ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງ ບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະ ຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດ ປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫວງ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ປະທານ ສຸພານຸວົງ ໄດ້ສຸມສະຕິປັນຍາເຂົ້າໃນການຊີ້ນໍາ-ນໍາພາ ພາລະກິດປະຕິວັດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວ, ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ.

ຈາກນັ້ນກໍ່ໄດ້ເຜີຍແຜ່ປະຫວັດມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນ ໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ທີ່ໄດ້ອຸທິດຕົນເພື່ອພາລະກີດປະຕິວັດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືພາລະກິດພັດທະນາແມ່ຍິງລາວ ທັງເປັນການຊີ້ໃຫ້ເຫັນເຖິງການກຳ ເນີດ-ເຕີບໃຫຍ່ຂະຫຍາຍຕົວ ແລະ ບັນດາຜົນງານທີ່ພົ້ນເດັ່ນ ຂອງສະຫະພັນແມ່ຍິງລາວແຕ່ລະໄລຍະ ເພື່ອສະ ແດງໃຫ້ແກ່ແມ່ຍິງຮຸ່ນໃໝ່ໄດ້ຮັບຮູ້ເຂົ້າໃຈ, ຮູ້ອະນຸລັກຮັກສາວັດທະນະທໍາອັນດີງາມ ຂອງຊາດ, ຂອງເຜົ່າເປັນ ຕົ້ນແມ່ນການນຸ່ງຖື, ການແຕ່ງກາຍ, ການພົວພັນໃນຄອບຄົວ-ສັງຄົມ ແລະ ອື່ນໆ.

ໃນພິທີທີ່ມີຄວາມໝາຍດັ່ງກ່າວ ທ່ານ ບຸນຈັນ ປານຟອງເພັດ ເລຂາພັກເມືອງ ໄດ້ໃຫ້ກຽດຂື້ນມອບ ຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ສະມາຊິກພັກ ຜູ້ທີ່ມີຜົນງານດີເດັ່ນ ທີ່ໄດ້ປະ ກອບສ່ວນວຽກງານໃນໄລຍະຜ່ານມາ ຈໍານວນ 71 ສະຫາຍ, ຍິງ 2 ສະຫາຍ ພ້ອມທັງມອບເງິນນະໂຍບາຍ ຈຳ ນວນ 136 ລ້ານກີບ.

ຂ່າວ:  ນາງ ໄຫວ ວິໄລສັກ, ຄະນະໂຄສະນາອົບຮົມເມືອງໂພນທອງ

ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa