ພິທີປິດຊຸດອົບຮົມ ວຽກງານອົບຮົມຢູ່ແຂວງຫຼວງພະບາງ
ໃນວັນທີ່ 03 ເມສາ 2025 ນີ້ ຄະນະໂຄສະນາອົບຮົມແຂວງ ຮ່ວມກັບຄະນະໂຄສະນາອົບຮົມ ສູນກາງພັກ, ກົມອົບຮົມ ໄດ້ປິດພິທີອົບຮົມໃຫ້ພະນັກງານຫຼັກແຫ່ຼງທີ່ເຮັດວຽກງານອົບຮົມຢູ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳກອງ ທຳມະເທວາ ກຳມະການຄະນະພັກ, ຫົວໜ້າກົມອົບຮົມ, ທ່ານ ນາງ ວຽນວິໄລ ດີລະພັນ ກຳ ມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບ ຮົມແຂວງ; ມີນັກສຳມະນາກອນຈາກບັນດາພະແນກການອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ, ພະນັກງານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຈໍານວນ 40 ທ່ານ.
ຊຸດຝຶກອົບຮົມຄັ້ງນີ້ ທ່ານ ຄຳກອງ ທຳມະເທວາ ກຳມະການຄະນະພັກ, ຫົວໜ້າກົມອົບຮົມ ໄດ້ ບັນຍາຍບົດຮຽນຫົວຂໍ້ທີ 1-4 (ວຽກງານໂຄະນາອົບຮົມຂອງພັກ, ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມ, ການຂຽນ ແລະ ປັບປຸງເອກະສານອົບຮົມ) ແລະ ທ່ານ ສົມຈິດ ສິງລໍຄໍາ ບັນຍາຍໃນຫົວ ຂໍ້ທີ 5 ການບັນຍາຍເອກະສານອົບຮົມ ແລະ ການຈັດຕັ້ງຝຶກອົບຮົມວຽກງານອົບຮົມ). ຜ່ານການຝຶກອົບຮົມເຫັນວ່ານັກສຳມະນາກອນສາມາດກຳໄດ້, ເຂົ້າໃຈ ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມຂອງພັກ, ວິທີການ ຂຽນ ແລະ ການປັບປຸງເອກະສານ, ຂັ້ນຕອນການບັນຍາຍເອກະສານ ລວມທັງຂັ້ນຕອນການຈັດຕັ້ງປະຕິ ບັດການຝຶກອົບຮົມໃຫ້ແຕ່ລະເປົ້າໝາຍໄດ້ຢ່າງເລິກເຊິ່ງ. ນອກຈາກນັ້ນແຕ່ລະພາກສ່ວນຍັງໄດ້ສົນທະນາປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການຈັດ ຕັ້ງປະຕິບັດວຽກງານໂຄສະນາອົບຮົມຢູ່ຂົງເຂດທີ່ຕົນຮັບຜິດຊອບຢ່າງມີບັນຍາກາດຟົດຟື້ນ.
ຕອນທ້າຍໄດ້ມອບ-ຮັບໃບຢັ້ງຢືນໃຫ້ນັກສຳມະນາກອນໄວ້ເປັນຫຼັກຖານ ແລະ ໄດ້ຮັບຟັງການໂອ້ລົມຂອງ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງທ່ານ ໄດ້ເໜັ້ນໜັກໃຫ້ນັກສໍາມະນາກອນທີ່ໄດ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້, ນຳເອົາບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດຕົວຈິງຢູ່ໃນຂົງເຂດຂອງຕົນຮັບຜິດຊອບ, ເຮັດໃຫ້ວຽກງານໂຄສະນາອົບຮົມຮົມມີການພັດທະນາດີຂື້ນກວ່າເກົ່າ ແລະ ສາມາດຍົກສູງບົດບາດວຽກງານອົບຮົມໃຫ້ສູງຂື້ນເລື້ອຍໆ