ພິທີມອບເງິນຜົນງານຄຸ້ມຄອງປ່າໄມ້ ໃຫ້ 13 ບ້ານ ຂອງໂຄງການ (I-GFLL) ເມືອງວຽງຄຳ ແຂວງຫຼວງພະບາງ

ກາງເດືອນ ມັງກອນ 2026 ຜ່ານມານີ້ ຢູ່ທີຫ້ອງປະຊຸມຂອງຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດພິທີ ມອບເງິນຜົນງານຄຸ້ມຄອງປ່າໄມ້ ໃຫ້ 13 ບ້ານ ຂອງໂຄງການ (I-GFLL) ເມືອງວຽງຄໍາ ແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄຳສິງ ສຸດທີດາ, ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກ ຄອງເມືອງ, ທ່ານ ຫົງຄຳ ແສນອານາຈັກ, ຮອງຫົວໜ້າຂະແໜງປ່າໄມ້ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ທັງເປັນຄະນະປະສານງານໂຄງການຂັ້ນແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ, ຕາງໜ້າຄະນະນຳຂອງເມືອງ ແລະ ອົງການຈັດຕັ້ງບ້ານ 13 ບ້ານ ພ້ອມດ້ວຍຄະນະ ເຂົ້າຮ່ວມເພື່ອເປັນສັກຂີພະຍານ.

ໃນພິທີ ທ່ານ ອາມິດ ຈິດຕະວົງສາ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ຂື້ນຜ່ານບົດລາຍງານໂດຍຫຍໍ້ ກ່ຽວກັບຫ່ວງເງີນຜົນງານ ຫຼື ເງີນໂບນັດຂອງບ້ານ ຈຳນວນ 13 ບ້ານ ຂອງໂຄງການ (I-GF LL) ວ່າໂຄງການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກ ກອງທຶນດິນຟ້າອາກາດສີຂຽວ (GCF), ເພື່ອການຮ່ວມມື ແລະ ການພັດທະນາດ້ານເສດຖະກິດ (BMZ) ແລະ ການປະກອບສ່ວນຂອງລັດຖະບານ ເພື່ອກວດກາການທໍາລາຍປ່າໄມ້ຢ່າງທັນເຫດ ການ (PDMS) ແລະ ໃນທ້າຍປີ 2024 ໂຄງການ (I-GFLL) ໄດ້ມີການຈັດຕັ້ງປະຕິບັດການປະເມີນຈ່າຍເງິນ ຕາມຜົນງານ ໂດຍນໍາໃຊ້ລະບົບຕິດຕາມກວດກາ, ການທໍາລາຍປ່າໄມ້ຢ່າງທັນເຫດການ (PDMS) ໃນການຈ່າຍເງິນ ຕາມຜົນງານແມ່ນຈະໄດ້ແບ່ງອອກເປັນ 2 ສ່ວນດ້ວຍກັນຄື: ຈໍານວນເງິນ 80% ແມ່ນຈະໂອນເຂົ້າໃນຮ່ວງສົ່ງເສີມກະສິກຳ (PSAP) ແລະ ຈໍານວນ 20% ແມ່ນໂອນເຂົ້າຮ່ວງຄຸ້ມຄອງປົກປັກຮັກສາປ່າໄມ້ບ້ານ ໂດຍແມ່ນການຄຸ້ມຄອງຂອງທີມງານສົ່ງເສີມຂັ້ນເມືອງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໂຄງການຈັດ ຕັ້ງປະຕິບັດຢູ່ 240 ບ້ານ ຢູ່ໃນ 3 ແຂວງ, ເວົ້າລວມ, ເວົ້າສະເພາະແມ່ນຈໍານວນ 13 ບ້ານທີ່ນອນຢູ່ພາຍໃນເມືອງວຽງຄໍາ, ໂຄງການຍັງສະເໜີໃຫ້ບັນດາບ້ານເປົ້າໝາຍ ຄວນສ້າງກົນໄກສະໜັບສະໜູນຂະບວນການປັບປຸງ ແລະ ພັດທະນາບ້ານ ເພື່ອຫຼີກລ້ຽງການທໍາລາຍປ່າໄມ້ ເພື່ອຕອບສະໜອງໃຫ້ມີການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ,

ປະຈຸບັນ ກອງທຶນປົກປັກຮັກສາ ສິ່ງແວດລ້ອມ EPF ໄດ້ໂອນເງີນເຂົ້າບ້ານທັງໝົດແລ້ວ ຈໍານວນ 2.4 ລ້ານເອີໂຣ ໃຫ້ບ້ານເປົ້າໝາຍທັງໝົດໃນຊຸດດ່ຽວ, ດັ່ງນັ້ນ, ຈຶ່ງໄດ້ເບີກຈ່າຍເງິນຜົນງານໃຫ້ແກ່ 170 ບ້ານ ຂອງໂຄງການ I-GFLL ໂດຍເປັນການໃຫ້ລາງວັນແກ່ບ້ານທີ່ມີຜົນງານໃນການຄຸ້ມຄອງ ປ່າໄມ້ແບບຍືນຍົງ. ໂດຍສະເພາະ ແມ່ນຢູ່ໃນ 13 ບ້ານ ພາຍໃນເມືອງວຽງຄໍາ ເຊິ່ງທາງກອງທືນປົກປັກຮັກສາສິ່ງແວດລ້ອມ ໄດ້ໂອນເງີນເຂົ້າບັນຊີຂອງບ້ານ ໃນຄັ້ງວັນທີ 10 ທັນວາ 2025 ເຊິ່ງມີລາຍລະອຽດດັ່ງນີ້: ບ້ານນາແວ່ນ ໄດ້ຮັບ 270,333.909 ກີບ; ບ້ານຫ້ວຍພຽງ ໄດ້ຮັບ 282,482.201 ກີບ; ບ້ານຫາດຫ່ຽນ ໄດ້ຮັບ 244,378.338 ກີບ; ບ້ານປ່າໄຜ່ ໄດ້ຮັບ 226,601.396 ກີບ; ບ້ານນໍ້າລາວ ໄດ້ຮັບ 231,816.912 ກີບ; ບ້ານນານ້ອຍ ໄດ້ຮັບ 308,832.556 ກີບ; ບ້ານນາກາງ ໄດ້ຮັບ 258,321.262 ກີບ; ບ້ານສົບຊາງ ໄດ້ຮັບ 268,763.948 ກີບ; ບ້ານວັງບົງ ໄດ້ຮັບ 241,767.853 ກີບ; ບ້ານຫາດເລົາ ໄດ້ຮັບ 244,127.135 ກີບ; ບ້ານໃໝ່ ໄດ້ຮັບ 237,236.019 ກີບ; ບ້ານດອນຄູນ ໄດ້ຮັບ 225,588.894 ກີບ;ບ້ານຈ້ອງໃຕ້ ໄດ້ຮັບ 230,719.352 ກີບ, ລວມມູນຄ່າທັງໝົດ (3,270,969.775 ກີບ).

ຕອນທ້າຍຂອງພິທີ ປະທານ ກໍ່ໄດ້ໃຫ້ກຽດໂອ້ລົມ ເພື່ອເປັນແນວທາງ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ໄດ້ສະເໜີໃຫ້ ອົງການປົກຄອງບ້ານ ເປັນເຈົ້າການຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດ ການນໍາໃຊ້ເງິນດັ່ງກ່າວ ຂອງບັນດາບ້ານ ໂດຍຖືເອົາວຽກງານດັ່ງກ່າວ ເປັນໜ້າທີ່ການເມືອງໜຶ່ງ ຄືກັບວຽກງານອື່ນໆ; ມອບໃຫ້ ຄະນະປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ ເອົາໃຈໃສ່ ສືບຕໍ່ ຊຸກຍູ້ ຕິດຕາມ ການນໍາໃຊ້ເງິນຂອງບັນດາບ້ານ ທີ່ໄດ້ມອບໄປນັ້ນ ໃຫ້ມີຄວາມຍືນຍົງ ແລະ ເກີດດອກອອກຜົນ ສາມາດເປັນແບບຢ່າງໃຫ້ກັບບ້ານອື່ນໆ ໃນຕໍ່ໜ້າ
ຂ່າວ ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງ
ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ