ພິທີມອບໃບຍ້ອງຍໍ ແລະ ປະດັບຫຼຽນກາລະນຶກ 70 ປີ

ພິທີມອບໃບຍ້ອງຍໍ ແລະ ປະດັບຫຼຽນກາລະນຶກ 70 ປີ

ວັນທີ 28 ສິງຫາ 2025. ຜ່ານມານີ້ຢູ່ຫ້ອງປະຊຸມຂອງເມືອງນໍ້າບາກ ໄດ້ຈັດພິທີມອບໃບຍ້ອງຍໍ ແລະ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ກຽດເປັນປະທານໂດຍ ສະຫາຍ ສົມຫວັງ ພອນຄຳວົງສາ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກ ງານບໍານານ, ພະນັກງານປະຈຳການເຂົ້າຮ່ວມ.

ພິທີໃນຄັ້ງນີ້, ສະຫາຍ ຄຳສະໝອນ ເພັດດາລາ, ຮອງເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍ້ອງຍໍ ແລະ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ  22 ມີນາ 1995 ຫາ 22 ມີນາ 2025 ໃຫ້ສະມາຊິກພັກ, ພະນັກງານບຳນານ, ພະນັກງານປະຈຳການ ທີມີອາຍຸພັກ 30 ປີຂຶ້ນໄປ.

ເມືອງນໍ້າບາກໄດ້ຮັບຫຼຽນກາລະນຶກທັງໝົດ: 69 ສະຫາຍ, ຍິງ: 9 ສະຫາຍ ໃນນີ້ມີພະນັກ ງານບຳນານ 52 ສະຫາຍ, ຍິງ: 8 ສະຫາຍ, ພະນັກງານປະຈຳການ 8 ສະຫາຍ, ພະນັກງານເຮັດວຽກຄະນະຈັດຕັ້ງ: 9 ສະຫາຍ, ຍິງ: 1 ສະຫາຍ. ໃຫ້ກຽດມອບ ແລະ ປະດັບຫຼຽນໂດຍ ສະຫາຍ ເລຂາຄະນະບໍລິຫານງານພັກເມືອງ ຢ່າງສົມກຽດ.

ໃນຕອນທ້າຍພິທີ ສະຫາຍປະທານໄດ້ມີຄຳເຫັນໂອລົມຕໍ່ພິທີ ເພິ່ນໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງພັກປະຊາຊົນປະຕິວັດລາວ, ຄຸນງາມຄວາມດີຂອງສະມາຊິກພັກ, ພະນັກງານບຳ ນານ, ພະນັກງານປະຈຳການ ທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ເຮັດໃຫ້ມີຜົນສຳເລັດໃນຫຼາຍດ້ານ, ສືບຕໍ່ປະກອບສ່ວນຕ່າງໆ ເພື່ອປົກປັກຮັກສາ ແລະ ຊີ້ນຳໃນພາລະກຳແຫ່ງການສ້າງ ສາພັດທະນາປະເທດຊາດຕໍ່ໄປ.

ຂ່າວໂດຍ: ອ່ອນຈັນ ແກ້ວມະນີພອນ, ຄະນະໂຄສະນາອົບຮົມເມືອງນໍ້າບາກ

ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa