ພິທີສະເຫຼີມສະຫຼອງ ວັນສຳຄັນຂອງຊາດ, ຂອງພັກ ປະຈຳເດືອນທັນວາ 2025

ພິທີສະເຫຼີມສະຫຼອງ ວັນສຳຄັນຂອງຊາດ, ຂອງພັກ ປະຈຳເດືອນທັນວາ 2025

ວັນທີ 10 ທັນວາ 2025 ນີ້. ເມືອງໂພນທອງແຂວງຫຼວງພະບາງໄດ້ຈັດພິທິ ປາຖະກະຖາ     ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງກອງເຍົວວະຊົນທັນວາຄົບຮອບ 70 ປີ ທີ່ສະໂມສອນໃຫຍ່ຂອງເມືອງ ມີທ່ານ ທອງດີ ດວງພະຈັນ, ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຫ້ອງຫົວໜ້າກອງບັນຊາການ ປກຊ-ປກສ, ຫົວຫນ້າ-ຮອງຫົວຫນ້າຫ້ອງການ, ພະນັກງານລັດຖະກອນ, ນາຍບ້ານ, ພະນັກງານບຳນານ ອາວຸໂສ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ ເຂົ້າຮ່ວມ.

ທ່ານໄດ້ຍົກໃຫ້ເຫັນມູນເຊື້ອທີ່ສະຫງ່າອົງອາດ ແຫ່ງການຕໍ່ສູ້ຕ້ານການຮຸກຮານຈາກສັດຕູ ແລະມູນເຊື້ອແຫ່ງການສ້າງສາພັດທະນາປະເທດຊາດພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ທີ່ສາມັກຄີກັນຕໍ່ສູ້ຢ່າງພີລະອາດຫານ ຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂື້ນແບບເກົ່າ ແລະແບບໃໝ່ ຈົນສາມາດປົດປອຍປະເທດຊາດຢ່າງມີໄຊ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ຊຶ່ງແມ່ນວັນປະຫວັັດສາດຂອງຊາດເຮົາ ທັງເປັນໝາກຜົນແຫ່ງການປະຕິວັດຊາດ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ເຮັດໃຫ້ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ ພ້ອມກ້າວເຂົ້າສູ່ສັງຄົມນິຍົມ ເຮັດໃຫ້ຄວາມມຸ້ງຫວັງອັນແຮງກ້າຂອງປວງຊົນລາວປະກົດເປັນຈິງຢູ່ບົນຜືນແຜ່ນດິນອັນແສນຮັກຂອງພວກເຮົາ,

ໂອກາດນີ້ ເພິ່ນຍັງໄດ້ເລົ່າປະຫວັດຄວາມເປັນມາ ກ່ຽວກັບວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ວ່າ ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເປັນແວ່ນແຍງອັນໃສແຈ້ງ ແລະເປັນແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບແຜນດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນເພື່ອເປັນບົດຮຽນໃຫ້ລູກຫຼານຮຸ່ນຕໍ່ໄປ, ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນບັນດາເຜົ່າ, ສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະໄດ້ຮັບຄວາມນັບຖືຈາກມະຫາຊົນ.

ຈາກນັ້ນຄະນະຈັດຕັ້ງເມືອງໄດ້ຜ່ານມະຕິຕົກລົງວ່າດ້ວຍການມອບຫຼຽນກາລະນຶກ 50 ປີໃຫ້ບຸກຄົນທີມີພົນງານໃນໄລຍະຜ່ານ ແລະມອບຂອງຂວັນລ້າງວັນກີລາແຕ່ລະປະເພດໃນການແຂ່ງຂັນ ເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີຕື່ມອີກ.

ຂຽນຂ່າວໂດຍ: ນາງ ໄຫວ ວິໄລສັກ ຈາກຄະນະໂຄສະນາອົບຮົມ ເມືອງໂພນທອງ.

ກວດແກ້: ທ ບຸນທະວີ ສົມມະນີ      ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa