ພິທີອົບຮົມມະຫາຊົນກ້າວໜ້າ ຊຸດທີ II ປະຈຳປີ 2024

ພິທີອົບຮົມມະຫາຊົນກ້າວໜ້າ ຊຸດທີ II ປະຈຳປີ 2024

ຕອນເຊົ້າຂອງວັນທີ 02 ຕຸລາ 2024, ຄະນະໂຄສະນາອົບຮົມເມືອງວຽງຄຳ, ໄດ້ຈັດຕັ້ງພິທີອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ II ປະຈຳປີ 2024 ຢູ່ກຸ່ມພັດທະນາ ກຸ່ມສາມສຸມ, ເມືອງວຽງຄຳ, ເປັນປະທານ ໂດຍ ສະຫາຍ ອຸ່ນເຮືອນ ສຸດທິດາ ກຳມະການພັກເມືອງ ຫົວຫນ້າຄະນະໂຄສະນາອົບຮົມເມືອງວຽງຄຳ. ມີເລຂາພັກບ້ານພ້ອມດ້ວຍຄະນະບ້ານເຂົ້າຮ່ວມ. ມີນັກສຳມະນາກອນມາຈາກ ໜ່ວຍພັກບ້ານ ຫ້ວຍມອນ, ໜ່ວຍພັກບ້ານອົມບຼິງ, ໜ່ວຍພັກບ້ານພູຄ້ອງ, ໜ່ວຍພັກບ້ານຜາແດງ ເຂົ້າຮ່ວມທັງຫມົດ 6 ສະຫາຍ, ຍິງ 0 ສະຫາຍ.

ສຳລັບບົດຮຽນທີ່ອົບຮົມໃນຄັ້ງນີ້ ໄດ້ນຳໃຊ້ເອກະສານຈາກ ຄະນະໂຄສະນາອົບຮົມສູນກາງພັກກຳນົດໃຫ້, ເຊິ່ງມີ 13 ຄໍາຖາມ 13 ຄໍາຕອບ, ການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ ແລະ ເງື່ອນໄຂຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ແລະ ຜົນປະໂຫຍດຂອງສະມາຊິກພັກ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ມີຄວາມຮັບຮູ້, ເຂົ້າໃຈເລິກກ່ຽວກັບການກໍ່ສ້າງ ແລະ ຂະຫຍາຍພັກ, ກຳໄດ້ເນື້ອໃນ ພື້ນຖານ ແລະ ຫຼັກການລວມຂອງພັກ, ພ້ອມທັງຮັບຮູ້ສັງເກດຕີລາຄາ ແລະ ວິເຄາະບັນຫາໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ.

ໃນຕອນທ້າຍ ປະທານພິທີ ໄດ້ເໜັ້ນໃຫ້ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍທີ່ຈະຂະຫຍາຍເຂົ້າ ພັກປະຊາຊົນ ປະຕິວັດລາວ ທີ່ເຂົ້າຮ່ຳຮຽນເອກະສານໃນຄັ້ງນີ້; ຈົ່ງນຳເອົາບົດຮຽນໄປຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໜັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນດຳ ລົງຊິວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ປະຕິບັດວຽກງານຕົວຈິງທີ່ພັກລັດມອບໝາຍໃຫ້ມີຜົນສຳ ເລັດ ເພື່ອໃຫ້ກາຍເປັນສະມາຊິກພັກທີ່ເປັນແບບຢ່າງ ທີ່ດີໃນຕໍ່ຫນ້າ, ຈາກນັ້ນ; ກໍ່ໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນ.

ຂ່າວ: ທ. ບຸນມີ ໄຊຍະກຸມມານ ນັກຂ່າວຄະນະໂຮສະນາອົບຮົມເມືອງ.

ກວດແກ້: ທ. ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa