ພິທີອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ
ຊຸດທີ III ປະຈໍາປີ 2025
ທ່າມກາງບັນຍາກາດທີ່ທົ່ວພັກທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດເວົ້າລວມ, ເວົ້າສະເພາະທົ່ວແຂວງຫຼວງພະບາງ ພວມອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ມະຕິຂອງໜ່ວຍພັກຂອງຕົນ ໂດຍຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາຢ່າງເປັນຂະບວນການຟົດຟື້ນ. ໃນວັນທີ 11-12 ມິຖຸນາ 2025 ນີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໄດ້ເປີດຊຸດຝຶກອົບຮົມມະ ຫາຊົນຜູ້ ກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ຊຸດທີ III ປະຈໍາປີ 2025 ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ສົມຈິດ ສິງລໍຄຳ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາຊົນຜູ້ກ້າວໜ້າຈາກຄະນະພັກຮາກຖານ 8 ພາກສ່ວນເຂົ້າຮ່ວມ, (ຄະນະພັກຮາກຖານຫ້ອງວ່າການແຂວງຫຼວງພະບາງ, ຄະນະພັກຮາກຖານທະນາ ຄານແຫ່ງ ສປປ ລາວ ພາກເໜືອ, ຄະນະພັກຮາກຖານພະແນກການເງິນ, ໜ່ວຍພັກໂຮງຮຽນການເມືອງ-ການປົກຄອງແຂວງໜ່ວຍພັກພະແນກພາຍໃນ, ຄະນະພັກຮາກຖານສະຖາບັນຍຸຕິທໍາແຫ່ງຊາດ, ໜ່ວຍພັກສານປະຊາຊົນແຂວງ ແລະ ຄະນະພັກຮາກຖານວິທະຍາໄລຄູ ແຂວງຫຼວງພະບາງ) ມີນັກສໍາມະນາກອນທັງໝົດ 23 ສະຫາຍ, ຍິງ 11 ສະຫາຍ.
ພັກເຮົາຍາມໃດກໍຖືເອົາວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ (ບຸກທະລຸດ້ານຊັບພະຍາກອນມະນຸດ) ທີ່ຈະສືບທອດປ່ຽນແທນເປັນວຽກຍຸດທະສາດສຳຄັນຂອງພັກ, ປະຕິບັດຕາມຫຼັກການຫ້າບາດກ້າວ, ຂັ້ນຕອນ ໄດ້ຈັດຕັ້ງປະຕິບັດຢ່າງມີແຜນການ ແລະ ເປັນປົກກະຕິຕໍ່ເນື່ອງ ເພື່ອຮັບປະກັນໃຫ້ມີຜູ້ສືບທອດຮຸ່ນຕໍ່ຮຸ່ນທີ່ມີຄຸນນະພາບ. ການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ນຳໃຊ້ເອ ກະສານ 13 ຄໍາຖາມ 13 ຄໍາຕອບ ທີ່ຄະນະໂຄສະນາອົບຮົມສູນກາງພັກໄດ້ກຳນົດໃຫ້; ເພື່ອເຮັດໃຫ້ບັນດາສະຫາຍ ທີ່ເປັນມະຫາ ຊົນຜູ້ກ້າວໜ້າໄດ້ຮັບຮູ້ ແລະ ເຂົ້າໃຈ ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ ຂອງພັກປະຊາຊົນປະຕິວັດລາວ ເຂົ້າໃຈກ່ຽວກັບມາດຖານ ແລະ ເງື່ອນໄຂຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ມີມາດ ຖານ ແລະ ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ນັບຫຼາຍຂື້ນເລື້ອຍໆ ແນ່ໃສ່ຍົກລະດັບຄວາມຮູ້ຄວາມເຂົ້າໃຈ ຕໍ່ກັບມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ເລີກເຊີ່ງໂດຍສະເພາະແມ່ນຄວາມຮູ້ພື້ນຖານກ່ຽວກັບ ລັດທິມາກ-ເລນິນ, ວຽກງານກໍ່ສ້າງ ແລະ ປັບປຸງພັກ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ແລະ ການແກ້ໄຂບັນຫາພະຍາດອາດຍາສິດ ຕ້ານການສໍ້ລາດບັງຫຼວງ ຂໍ້ຫ້າມສຳລັບສະມາຊິກພັກ ຕ້ອງຮັບຮູ້-ເຂົ້າໃຈຢ່າງເລີກເຊີ່ງ ແລະ ມີສະຕິລະວັງຕົວຢູ່ສະເໜີ, ກໍາແໜ້ນທິດນໍາໃນການກໍ່ສ້າງພັກໃຫ້ປອດໃສເຂັ້ມແຂງ ແລະ ໜັກແໜ້ນ ເພື່ອເຮັດໃຫ້ການຈັດຕັ້ງຂອງພັກ ມີຄວາມໜັກແໜ້ນ ເພື່ອສືບຕໍ່ເຮັດໜ້າທີ່ການເມືອງຂອງພັກທີ່ມອບໝາຍໃຫ້ມີຜົນສຳເລັດສູງຂຶ້ນເລື້ອຍໆ. ຄືດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິ ຫານ ໄດ້ກ່າວໄວ້ວ່າ: “ ປະເທດຊາດ ຈະບໍ່ມອບມູນມໍລະດົກອັນລ້ຳຄ່າໃຫ້ແກ່ຄົນທີ່ບໍ່ມີຄວາມຮູ້ຫຍັງເລີຍ ຈະກາຍເປັນຜູ້ຜ່າມ້າງ ”
ຕອນທ້າຍ ປະທານ ໄດ້ເໜັ້ນໃຫ້ນັກສຳມະນາກອນຈົ່ງນຳເອົາບົດຮຽນດັ່ງກ່າວ ໄປຝຶກຝົນຫຼໍ່ຫຼອມຕົນເອງ, ກຳແໜ້ນແນວທາງ, ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ກົດໝາຍຂອງລັດ ເພື່ອກ້າວເຂົ້າເປັນພະນັກງານຄຸ້ມຄອງທີ່ດີເດັ່ນ, ກາຍເປັນພະນັກງານນຳພາທີ່ມີປະສິດທິພາບ ແລະ ປະສິດທິຜົນໃນຕໍ່ໜ້າ. ການຝຶກອົບຮົມແມ່ນໃຊ້ເວລາ 2 ວັນເຕັມຈິ່ງສຳເລັດ, ຈາກນັ້ນ, ປະທານໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນໄວ້ເປັນຫຼັກຖານ.
ຂ່າວ : ສົມລີ ສຸທິເດດ
ກວດແກ້ : ທ່ານ ບຸນທະວີ ສົມມະນີ