ພິທີອົບຮົມສະມາຊິກພັກໃໝ່ ຊຸດທີ I ປະຈໍາປີ 2024

ພິທີອົບຮົມສະມາຊິກພັກໃໝ່ ຊຸດທີ I ປະຈໍາປີ 2024

ໃນຕອນເຊົ້າຂອງວັນທີ 01 ຕຸລາ 2024 ຄະນະໂຄສະນາອົບຮົມເມືອງນໍ້າບາກ ໄດ້ເປີດພິທີອົບ ຮົມສະມາຊິກພັກໃໝ່ ຊຸດທີ I ປະຈໍາປີ 2024 ຢູ່ທີ່ກຸ່ມເທດສະບານ ເປັນປະທານພິທີໂດຍ  ສະຫາຍ ສົມລົດ ສຸລິຍົງ, ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີສະມາຊິກພັກໃໝ່ມາ ຈາກໜ່ວຍພັກ ສຳນັກງານ-ອົງການອ້ອມຂ້າງເມືອງ ແລະ ໜ່ວຍບ້ານກຸ່ມເທດສະບານເມືອງ ເຂົ້າຮ່ວມ ທັງໝົດ: 16 ສະຫາຍ, ຍິງ 1 ສະຫາຍ.

ສໍາລັບເອກະສານທີ່ອົບຮົມໃນຄັ້ງນີ້ໄດ້ນຳໃຊ້ເອກະສານ 4 ບົດ ທີ່ຄະນະໂຄສະນາອົບຮົມສູນ ກາງພັກກຳນົດໃຫ້ຄື: ບົດທີ 1. ເສີມຂະຫຍາຍມູນເຊື້ອຂອງພັກ, ບົດທີ 2. ຍົກສູງຄວາມສາມາດນຳພາ ຂອງພັກ, ບົດທີ 3. ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ບົດທີ 4. ຝຶກຝົນຫຼໍ່ໍຫຼອມຄຸນສົມບັດ ສິນທຳປະຕິວັດ.

ການເປີດຊຸດອົບຮົມໃນຄັ້ງນີ້ ເພື່ອແນ່ໃສ່ເຮັດໃຫ້ສະມາຊິກພັກໃໝ່ໄດ້ຮັບຮູ້ເຂົ້າໃຈກ່ຽວກັບ ປະວັດການກຳເນີດ,  ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ຮັບຮູ້ເຂົ້າໃຈກ່ຽວກັບຄວາມໝາຍ ແລະ ຄວາມຈຳເປັນໃນການຍົກສູງຄວາມສາມາດນຳພາຂອງພັກ, ໄພອັນຕະລາຍຂອງປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນພາຍໃນພັກ ແລະ ຄວາມສຳຄັນໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດຂອງສະ ມາຊິກພັກ, ເພື່ອເຮັດໃຫ້ສະມາຊິກພັກເຂົ້າໃຈກ່ຽວກັບມູນເຊື້ອ ແລະ ວິທີການຕົ້ນຕໍ່ໃນການເສີມຂະ ຫຍາຍມູນເຊື້ອອັນສະຫງ່າອົງອາດ ຂອງພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ສະມາຊິິກພັກມີຄວາມ ເອກອ້າງທະນົງໃຈ, ພ້ອມກັນເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນພັກ ພ້ອມ ທັງເສີມຂະຫຍາຍມູນເຊື້ອຂອງພັກໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ,  ປັບປຸງກໍ່ສ້າງພັກໃຫ້ປອດໃສ່, ເຂັ້ມແຂງ ແລະ ໜັກແໜ້ນ ສາມາດນຳພາປະເທດຊາດກ້າວສູ້ຈຸດໝາຍສັງຄົມນິຍົມ.

ໃນຕອນທ້າຍພິທີປະທານກໍ່ໄດ້ເໜັ້ນໜັກໃຫ້ສະມາຊິກພັກ ທີ່ເຂົ້າອົບຮົມໃນຄັ້ງນີ້: ຈົ່ງນໍາເອົາ ບົດຮຽນໄປຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ຍົກສູງລະດັບ ຄວາມຮູ້ຄວາມສາມາດຂອງຕົນ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕອ້ງການຂອງໜ້າທີການເມືອງ ເອົາໃຈ ໃສ່ປະຕິບັດໜ້າທີ່ວຽກງານ, ພາລະກິດປະຕິວັດໄປສູ່ຈຸດໝາຍທີ່ພັກເຮົາກຳນົດໄວ້ໃຫ້ປະກົດຜົນເປັນ ຈິ່ງ. ຈາກນັ້ນ; ປະທານພິທີ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ສະມາຊິກພັກໃໝ່ ແລະ ໄດ້ກ່າວປິດພິທີອົບ ຮົມດັ່ງກ່າວ ຢ່າງເປັນທາງການ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa