ພິທີຮັບເອົາມະຫາຊົນຜູ້ກ້າວໜ້າເປັນສະມາຊິກພັກສຳຮອງ

ພິທີຮັບເອົາມະຫາຊົນຜູ້ກ້າວໜ້າເປັນສະມາຊິກພັກສຳຮອງ

ວັນທີ 31 ກໍລະກົດນີ້ ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ຈັດພິທີ ຮັບມະຫາຊົນຜູ້ກ້າວໜ້າ ທີ່ຄົບມາດຖານເງື່ອນໄຂ ເຂົ້າເປັນສະມາຊິກພັກສຳຮອງ, ໃຫ້ກຽດເປັນປະທານ ໂດຍ ສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າ, ຮອງຫົວໜ້າຂະແໜງ, ພະນັກງານສະມາຊິກພັກພາຍໃນຄະນະໂຄສະນາເຂົ້າຮ່ວມ

ພິທີ ສະຫາຍ ທອງຈັນ ພົມມະຈັນ ຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ, ກວດກາ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ  73/ຄປພຂ, ລົງວັນທີ່ 9 ກໍລະກົດ ວ່າດວ້ຍການຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຈຳນວນ 1 ສະຫາຍ, ເປັນກຽດຂື້ນຮັບ ແລະ ມີຄຳເຫັນໂດຍ ສະຫາຍ ນາງ ວຽນວິໄລ ດີລະພັນ, ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຊີ້ໃຫ້ເຫັນຄວາມໝາຍຄວາມສຳຄັນອັນຊົງກຽດຂອງພິທີຄື: ທຸງຊາດ, ທຸງພັກ, ຮູບທ່ານຜູ້ນຳ ລັດທິມາກ-ເລນິນ, ປະທານໄກສອນ ພົມວິຫານ, ຍັງໄດ້ເໜັ້ນໜັກສະມາຊິກພັກຮອງ  ແລະ ສົມບູນຮັກສາມູນເຊື້ອຄວາມສາມັກຄີອັນແໜ້ນແຟ້ນ, ເອົາໃຈໃສ່ເຝິກຝົນຫຼໍຫຼອມຕົນເອງ, ຊອກຮູ້ຮ່ຳຮຽນດ້ວຍຕົນເອງ, ຊອກຮຽນຮູ້ຈາກຜູ້ທີ່ມີຄວາມຮູ້, ໝູ່ເພື່ອນ, ສັງຄົມ ແລະ ທາງອອນລາຍ ເພື່ອພັດທະນາຕົນເອງເລື້ອຍໆ.

ຕອນທ້າຍສະຫາຍ ປະທານໄດ້ມີຄຳເຫັນຊີ້ນຳ ພະນັກງານສະມາຊິກແຕ່ລະສະຫາຍ ເອົາໃຈໃສ່ຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ຕົນເອງຮັບຜິດຊອບ ທັນຕາມກຳນົດເວລາ ແລະ ໃຫ້ໄດ້ຮັບຜົນດີຂື້ນເລື້ອຍໆ ສືບຕໍ່ຮັດແໜ້ນຄວາມສາມັກຄີປອງດອງ, ມີນ້ຳໃຈຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນຂອງຕົນເອງ, ອຸ່ນອ່ຽນທຸ່ນທ່ຽງ, ຊ່ວຍກັນປົກປັກຮັກສາໝາກຜົນໄຊຊະນະທີ່ບັນພະບຸລຸດຕໍ່ສູ້ດ້ວຍຄວາມລຳບາກຍາກເຂັນໃຫ້ຢູ່ຄູ່ກັບຄົນລາວຕະຫຼອດໄປ.

ຂ່າວ : ນາງ ສົມລີ ສຸທິເດດ ຄະນະໂຄສະນາອົບຮົມແຂວງ

ກວດແກ້ : ທ່ານ ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa