ພິທີເຊັນສັນຍາການສຳຫລວດ-ອອກແບບ ເສັ້ນທາງວົງແຫວນ ອ້ອມຮອບນະຄອນ-ຫລວງພະບາງ

ພິທີເຊັນສັນຍາການສຳຫລວດ-ອອກແບບ ເສັ້ນທາງວົງແຫວນ

ອ້ອມຮອບນະຄອນ-ຫລວງພະບາງ

ພິທີເຊັນສັນຍາໃນການສຳຫລວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫລວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2025 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ຕາງໜ້າລົງນາມໂດຍ ທ່ານ ບລົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ສາຍສຳພັນ ຈັນມະວົງ ປະທານບໍລິສັດລາວສຳພັນພັດທະນາ ຈຳກັດຜູ້ດຽວມີ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງພາກລັດ ແລະ ບໍລິສັດຮັບເໝົາເຂົ້າຮ່ວມ.

ໂຄງການ ສໍາຫລວດ-ອອກແບບ ກໍສ້າງເສັ້ນທາງວົງແຫວນອ້ອມຮອບ ນະຄອນ-ຫລວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ, ຍາວ 80 ກິໂລແມັດ, ເປັນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫລວງພະບາງ ເຮັດໃຫ້ການຄົມມະນາຄົມຂົນສົ່ງ ມີຄວາມສະດວກຍິ່ງຂຶ້ນ, ໃນໄລຍະຜ່ານມາ ຄະນະນຳພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ຄົ້ນຄວ້າທາງດ້ານວິຊາການ ເຫັນວ່າ: ນະຄອນ-ຫລວງພະບາງ ມີລະບົບຕາໜ່າງເສັ້ນທາງຄັບ ແຄບຫລາຍ, ແຕ່ບໍ່ມີທາງວົງແຫວນ ມີແຕ່ທາງຜ່ານ, ເມື່ອມີລົດຕິດ ບໍ່ສາມາດລະບາຍໄປສູ່ອີກຈຸດອື່ນໄດ້, ຖ້າບໍ່ວາງແຜນ ແລະ ກໍ່ສ້າງຂະຫຍາຍເສັ້ນທາງວົງແຫວນໃນໄລຍະນີ້, ໃນອະນາຄົດ 20-50 ປີ, ຕົວເມືອງຫລວງພະບາງ ຈະກາຍເປັນເມືອງແອອັດ-ທາງຕັນ ເຖິງຂັ້ນອຳມະພາດດ້ານການຂົນສົ່ງ; ດ້ານວິຊາການເຫັນວ່າ ຄວນຈະໄດ້ກໍ່ສ້າງເສັ້ນທາງວົງແຫວນ ແລະ ມີຄວາມຈຳເປັນແທ້ໆໃນອານະຄົດ. ສໍາລັບແລວທາງ ຂອງທາງວົງແຫວນໄດ້ສຶກສາແລ້ວ ເຫັນວ່າມີຄວາມເປັນໄປໄດ້ ເນື່ອງຈາກຫລາຍຈຸດກໍ່ມີທາງເກົ່າແລ້ວ ຍັງແຕ່ບາງຈຸດ ໂດຍສະເພາະ ຈາກເສັ້ນທາງ 2501 ຫລວງພະບາງ ຫາຕາດກວາງຊີ ເພື່ອເຊື່ອມຕໍ່ກັບທາງ 13 ເໜືອ ແລະ ຂົວຂ້າມນໍ້າຂອງອີກ 01 ແຫ່ງ, ລວມລວງຍາວຂອງເສັ້ນທາງວົງແຫວນ ນັບທັງເສັ້ນທາງທີ່ມີແລ້ວ ແລະ ຕ້ອງຕັດໃໝ່ ມີ 80 ກິໂລແມັດ ມີໄລຍະການສຳຫລວດ-ອອກແບບ ແລະ ສຶກສາຄວາມເປັນໄປໄດ້ 1 ປີ ໂດຍມອບໃຫ້ບໍລິສັດລາວສຳພັນພັດທະນາ ຈຳກັດຜູ້ດຽວ ເປັນຜູ້ລົງທຶນໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ພ້ອມທັງຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດ ລ້ອມ-ສັງຄົມສ່ວນຂົວຂ້າມນໍ້າຂອງ ພາຍຫລັງສຳເລັດການກໍ່ສ້າງເສັ້ນທາງແລ້ວ ອາດຈະນໍາໃຊ້ເຮືອບັກກ່ອນ. ພາຍຫລັງຂໍການຊ່ວຍ ເຫລືອທຶນກູ້ຢືມຈາກແຫລ່ງທຶນອື່ນໆ ຫລື ອາດໃຫ້ບໍລິສັດເຮັດການລົງທຶນຮູບແບບ ກໍ່ສ້າງ, ດຳເນີນງານ ແລະ ມອບໂອນ (BOT) ເພື່ອຄວາມຍືນຍົງ.

ໂອກາດນີ້, ທ່ານ ນາງ ສິລິພອນ ສຸພັນທອງ ໄດ້ເນັ້ນໃຫ້ບໍລິສັດຮັບເໝົາ ປະສານສົມທົບກັບທຸກພາກສ່ວນ ເພື່ອໃຫ້ການສຳຫລວດດັ່ງກ່າວບັນລຸຜົນສຳເລັດຕາມແຜນການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa