ພິທີເຊື່ອມຊຶມຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 3
ຂອງຄະນະກຳມະການສູນການພັກກອມມູນິດຈີນ ສະໄໝ XX
ວັນທີ 26-27 ກຸມພາ 2025 ນີ້, ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ມີພິທີປະຖະກະຖາ ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງກໍາມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX, ພິທີດັ່ງກ່າວ ໄດ້ແບ່ງເປັນແຕ່ລະຂົງເຂດ ມອບໃຫ້ບັນດາສະຫາຍ ຄະນະປະຈຳພັກເມືອງ ເປັນຜູ້ນຳພາເຜີຍແຜ່ໂດຍກົງ, ເປົ້າໝາຍເຂົ້າຮ່ວມແມ່ນບັນດາຄະນະບໍລິຫານພັກເມືອງ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ຂອງເມືອງຈອມເພັດ,ໃນພິທີຄັ້ງນີ້ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງບັນດາເນື້ອໃນຈິດໃຈ ຂອງກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງກໍາມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX ແລະສົມທຽບຖອດຖອນບົດຮຽນ ເພື່ອນໍາມາໝູນໃຊ້ເຂົ້າໃນພັດທະນາເສດຖະກິດສັງຄົມ ກໍ່ຄືວຽກງານຕິດພັນກັບການແກ້ໄຂຄວາມທຸກຍາກ, ປະທານພິທີໄດ້ຍົກໃຫ້ເຫັນ ກ່ຽວກັບການສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ ໂດຍສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນທົ່ວປະເທດ ແລະປັບປຸງລະ ບົບພື້ນຖານ ຂອງເສດຖະກິດຕະຫຼາດໃຫ້ສົມບູນ,
ປັບປຸງໂຄງປະກອບ ແລະກົນໄກພັດທະນາຕົວເມືອງກັບຊົນນະບົດແບບເຊື່ອມໂຍງເຂົ້າກັນ ໂດຍປັບປຸງໂຄງປະກອບ ແລະ ກົນໄກ ທີ່ຊຸກຍູ້ການຫັນເປັນຕົວເມືອງແບບໃໝ່ໃຫ້ຄົບຖ້ວນ, ປັບປຸງລະບຽບການສະໜັບສະໜູນທີ່ສ້າງຄວາມເຂັ້ມແຂງໃຫ້ກັບກະສິກຳ ແລະ ລົງເລິກປະຕິຮູບລະບຽບການດ້ານທີ່ດິນ, ເປີດປະຕູສູ່ພາຍນອກໃນລະດັບສູງ ເປັນຕົ້ນແມ່ນ ດ້ານລະບຽບຄວາມໝັ້ນທ່ຽງ, ລົງເລິກປະຕິຮູບໂຄງປະກອບຄຸ້ມຄອງການລົງທຶນ ຂອງນັກທຸລະກິດຕ່າງຊາດ ແລະການລົງທຶນຢູ່ຕ່າງປະເທດ, ປັບປຸງກົນໄກທີ່ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງໃຫ້ສົມບູນ,
ປັບປຸງລະບົບລະບອບປະຊາທິປະໄຕປະຊາຊົນ, ໃນທົ່ວຂະບວນການ ໂດຍການເພີ່ມທະວີການສ້າງລະບອບປະຊາທິປະໄຕ, ປະຊາຊົນ ເປັນເຈົ້າຂອງປະເທດຊາດ, ປັບປຸງລະບຽບປະຊາທິປະໄຕຂັ້ນຮາກຖານໃຫ້ຄົບຖ້ວນ ແລະປັບປຸງສະພາບການເຮັດວຽກແນວໂຮມເອກະພາບຂະໜາດໃຫຍ່ໃຫ້ສົມບູນ, ການປັບປຸງລະບົບການປົກຄອງປະເທດຕາມກົດໝາຍສັງຄົມນິຍົມ ທີ່ມີສີສັນພິເສດ ຂອງຈີນໃຫ້ສົມບູນ, ລົງເລິກປະຕິຮູບໃນຂົງເຂດນິຕິບັນຍັດ, ລົງເລິກຊຸກຍູ້ການບໍລິຫານລັດຕາມກົດໝາຍ, ການສ້າງສັງຄົມທີ່ຄຸ້ມຄອງຕາມກົດໝາຍໃຫ້ສົມບູນ ແລະເພີ່ມທະວີການປົກຄອງປະເທດຕາມກົດໝາຍທີ່ກ່ຽວຂ້ອງກັບຕ່າງປະເທດ,
ປັບປຸງລະບົບລະບຽບການຮັບປະກັນ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ໂດຍປັບປຸງລະບົບລະບຽບການແບ່ງປັນລາຍຮັບໃຫ້ສົມບູນ, ການປະກອບອາຊີບເປັນບູລິມະສິິດ, ປັບປຸງລະບົບການປະກັນສັງຄົມໃຫ້ດີ ແລະ ລົງເລິກປະຕິຮູບໂຄງປະກອບສາທາລະນະສຸກ, ຊຸກຍູ້ການຫັນເປັນທັນສະໄໝ ແລະ ຄວາມສາມາດດ້ານຄວາມໝັ້ນຄົງ ຂອງຊາດ, ຄຸ້ມຄອງຄວາມສະຫງົບທາງສັງຄົມ, ຍົກສູງການນຳພາແບບລວມສູນເປັນເອກະພາບ ຂອງພັກ, ລົງເລິກ ລະບຽບການກໍ່ສ້າງພັກ, ແບບແຜນການນຳພາ ຂອງພັກ, ການປົກຄອງແບບປອດໃສຂາວສະອາດ ຂອງລັດ ແລະ ຕ້ານການສໍລາດບັງຫຼວງ, ກໍາ ແໜ້ນການຈັດຕັ້ງປະຕິບັດການປະຕິຮູບ, ໂອກາດທ້າຍນີ້, ບັນດາສະຫາຍປະທານ ໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມພິທີ ຈົ່ງພ້ອມກັນຮ່ຳຮຽນເອົາບັນດາບົດຮຽນອັນລ້ຳຄ່າຈາກກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX ຄັ້ງນີ້, ເພື່ອນໍາໄປໝູນໃຊ້ເຂົ້າໃນຂົງເຂດວຽກງານ ຂອງຕົນຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.
ຂ່າວໂດຍ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມ ເມືອງຈອມເພັດ
ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ