ພິທີເປີດຊຸດອົບຮົມສະມາຊິກພັກໃໝ່

ພິທີຊຸດອົບຮົມສະມາຊິກພັກໃໝ່ ຊຸດທີ I

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 27 ​ມີ​ນາ 2024 ​ຜ່ານ​ມາ​ນີ້ ຢູ່​ທີ່​ຫ້ອງ​ປະ​ຊຸມ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ຫຼວງ​ພະ​ບາງ ໄດ້​ມີ​ການ​ຈັດ​ຕັ້ງ​ອົບ​ຮົມ​ຄວາມ​ຮູ້​ພື້ນ​ຖານ​ແນວ​ທາງ​ຂ​ອງ​ພັກ ໃຫ້​​ສະ​ມາ​ຊິກ​ພັກ​ໃໝ່ ທີ່​ມາ​ຈາກ​ຄະ​ນະ​ພັກ​ຮາກ​ຖານ​ສະ​ຖາ​ບັນ​ຍຸ​ຕິ​ທຳ​ພາກ​ເໜືອ, ໜ່ວຍ​ພັກ​ພະ​ແນກ​ຍຸ​ຕິ​ທຳ​ແຂວງ ແລະ ຄະ​ນະ​ພັກ​ຮາກ​ຖານ​ພະ​ແນກກ​ານ​ເງິນ​ແຂວງ, ໂດຍ​ການ​ເປັນ​ປະ​ທານ​ ຂອງ​ ​ສະ​ຫາຍ ນາງ ວຽນວິໄລ ດີລະພັນ, ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​​ຮົມ​ແຂວງ, ມີຄະ​ນະ​ຮັບ​ຜິດ​ຊອບ ແລະ ນັກ​ສຳ​ມະ​ນາ​ກອນ​ທີ່​ເປັນ​ສະ​ມາ​ຊິກ​ພັກ​ໃໝ່ ​ຈຳ​ນວນ 25 ສະ​ຫາຍ ຍິງ 10 ສະ​ຫາຍ.

ໃນ​ພິ​ທີ​ ປະທານ​ໄດ້​ມີ​ຄຳ​ເຫັນ​ຊີ້​ນຳ​ບັ້ນ​ຝຶກ​ອົບ​ຮົມ ແລະ ​ໄດ້​ເນັ້ນ​ໜັກ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ພັກ​ໃໝ່ ເອົາ​ໃຈ​ໃສ່​ກຳ​ແໜ້ນ​ເນື້ອ​ໃນ​ຈິດ​ໃຈ ຄວາມ​ໝາຍຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ເອ​ກະ​ສານ ເພື່ອ​​ນຳ​ໄປ​ໝູນ​ໃຊ້​ໃນ​ການ​ປະ​ຕິ​ບັດ​ວຽກ​ງານຕົວ​ຈິງ​ໃນ​ສະ​ເພາະ​ໜ້າ, ໂດຍສະເພາະແມ່ນນໍາໃຊ້ເຂົ້າ​ໃນກົມ​ກອງ​ຂອງ​ຕົນ​ໃຫ້​ຖືກ​ຕ​ອ້ງ, ສອດ​ຄ່ອງຕາມ​ແນວ​ທາງ​ຂອ​ງ​ພັກ ພ້ອມທັງ​​ຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ໃນ​ທຸກ​ດ້ານ ໃຫ້​ກາຍ​ເປັນ​ພະ​ນັກ​ງານ-ສະ​ມາ​ຊິກ​ພັກທີມີ​ຄວາມ​ຮູ້​ພື້ນ​ຖານ​ກ່ຽວ​ກັບ​ລັດ​ທິ​ມາກ-ເລ​ນິນ ຮູ້​ກໍ່​ສ້າງ ແລະ ປັບ​ປຸງ​ປົວ​ແປງ​ພັກ, ມີ​ຄຸນ​ສົມ​ບັດ-ສິນ​ທຳ​ປະ​ຕິ​ວັດ, ເຊີດ​ຊູ​ຄວາມ​ເປັນ​ແບບ​ຢ່າງ​ນຳ​ໜ້າ, ພ້ອມກັນຄົ້ນຄວ້າຊອກຫາ​ວິ​ທີ​ແກ້​ໄຂ​ພະ​ຍາດ​ອາດ​ຍາ​ສິດ, ສະ​ກັດ​ກັ້ນ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ລວມ​ທັງ​ສິ່ງ​ທ້າ​ທາຍ​ທົດ​ສອບ​ຕ່າງໆ,​ ສາ​ມາດ​ແບກ​ຫາບ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ ແລະ ກາຍ​ເປັນ​ຜູ້​ສືບ​ທອດ​ຄົບ​ຕາມ​ມາດ​ຖານ​ເງື່ອນ​ໄຂ​ຂອງ​ພັກ​ວາງ​ອອກ.

ການ​ອົບ​ຮົມ​ໃນ​ຄັ້ງ​ນີ້​ແມ່ນ​ນຳ​ໃຊ້​ເອ​ກະ​ສານ 4 ບົດ ​​ທີ່​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງພັກ​ສົ່ງ​ໃຫ້, ການ​ອົບ​ຮົມ​ແມ່ນ​ໄດ້​ນຳ​ໃຊ້​ວິ​ທະ​ຍາ​ກອນ​ມາ​ຈາກ 3 ພາກ​ສ່ວນ​ຄື: ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ, ຄະ​ນະ​ກວດ​ກາ​ພັກ​ແຂວງ ແລະ ຄະ​ນະ​ຈັດ​ຕັ້ງ​ແຂວງ, ​ການ​ອົບ​ຮົມ​ໃນ​ຄັ້ງ​ນີ້​ແມ່ນ​ໄດ້​ດຳ​ເນີນ​ເປັນ​ເວ​ລາ 2 ວັນເຕັມ.

 

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa