ພິທີໂຮມຊຸມນຸມໃຫ່ຍ ສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ພິທີໂຮມຊຸມນຸມໃຫ່ຍ ສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ໃນຕອນເຊົ້າວັນທີ 2 ທັນວານີ້ ຢູ່ ສະມໂສອນໃຫຍ່ ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດພິທີໂຮມຊຸມນຸມໃຫ່ຍສະເຫຼີມສະຫຼອງວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ໃຫ້ກຽດເຂົ້າຮ່ວມມີທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເຈົ້າແຂວງ ຫຼວງພະບາງ , ພ້ອມດ້ວຍການນໍາພັກ-ລັດແຂວງ, ມີປະທານຄະນະກຳມະການປົກຄອງແຂວງ, ປະທານສະພາປະຊາຊົນແຂວງ, ມີກົງສູນໃຫ່ຍແຫ່ງ ສສ ຫວຽດນາມ, ກົງສູນໃຫ່ຍ ສປ ຈີນ ປະຈໍາພາກເໜືອ ພ້ອມດ້ວຍ ບັນດາທ່ານອາດີດການນໍາພະນັກງານປະຕິວັດອາວຸດໂສບໍານານ, ການນໍາຂັ້ນແຂວງ, ເມືອງ, ພະນັກງານ-ທະຫານ-ຕໍາຫຼວດ, ນັກທຸລະ ກິດ, ນັກສຶກສາເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ໃນພິທີໄດ້ຮັບຊົມການສະແດງສິນລະປະວັນນະຄະດີ ຈາກນັກຮຽນ-ນັກສຶກສາ ໃນປົດຟ້ອນທີ່ສະແດງໃຫ້ເຫັນເຖິງມູນເຊື້ອແຫ່ງການຕໍ່ສູ້ຂອງປະຊາຊົນທັງຊາດ ພ້ອມທັງຮັບຊົມສາລະຄະດີ ການເຕີບໃຫ່ຍຂະຫຍາຍຕົວຂອງການພັດທະນາແຂວງ ຕະຫຼອດໄລຍະ 50 ປີ ຜ່ານມາ.

ຈາກນັ້ນ ກໍໄດ້ຮັບຊົມການຖ່າຍທອດສົດ ພິທີໂຮມຊຸມນຸມໃຫ່ຍ ການເດີນສວນສະໜາມທີ່ທາງສູນກາງ ໄດ້ຈັດຂື້ນຢ່າງຍິ່ງໃຫ່ຍ ພ້ອມທັງຮັບຟັງສູນທອນພົດ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ຈາກທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ, ທ່ານກ່າວວ່າ: ກ່ອນໜ້ານີ້ 50 ປີ, ສະຖານທີ່ນີ້ ໄດ້ເປັນບ່ອນເຕົ້າໂຮມກ້ອນກໍາລັງ ຂອງນັກປະຕິວັດ ແລະ ປະຊາຊົນລາວຜູ້ຮັກຊາດ ເພື່ອຍຶດອໍານາດການປົກຄອງ ຢູ່ນະຄອນຫຼວງວຽງຈັນ, ອັນນໍາໄປສູ່ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ເພື່ອປະກາດລົບລ້າງລະບອບລ່າເມືອງຂື້ນ ແລະ ສັກດີນາ, ຂຸນເສິກ ຢ່າງສິ້ນເຊີງ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ຈາກເຫດການປະຫວັດ ສາດອັນຍິ່ງໃຫຍ່ຄັ້ງນີ້ “ໄດ້ເຮັດໃຫ້ຊາຕາກໍາ ຂອງຊາດ ແລະ ສັງຄົມ ປະເທດເຮົາປ່ຽນແປງຢ່າງເລິກເຊິ່ງ ແລະໄດ້ໄຂສັງກາດ ໃໝ່ແຫ່ງການກໍ່ສ້າງປິຕຸພູມລາວ ທີ່ແສນຮັກ ແລະ ຫວງແຫນ ຂອງພວກເຮົາໃຫ້ກ້າວເດີນໄປຢ່າງວ່ອງໄວ ແລະ ເຂັ້ມແຂງ ຕາມເສັ້ນທາງເອກະລາດ, ເປັນເຈົ້າຕົນເອງ, ເອກະພາບ ແລະ ວັດທະນະຖາວອນ, ຮັບປະກັນໃຫ້ປະຊາຊົນລາວ ບັນດາເຜົ່າ ໄດ້ດໍາລົງຊີວິດຢູ່ ຢ່າງອີ່ມໜໍາສໍາລານ, ມີອິດສະຫຼະພາບ ແລະ ມີຄວາມຜາສຸກ ຕະຫຼອດກາລະນານ”.

ງານສະເຫຼີມສະຫຼອງຄົບຮອບ 50 ປີ ຖືເປັນງານໃຫຍ່ທີ່ສຸດໃນຮອບເຄິ່ງສະວັດ, ເຊິ່ງໄດ້ຮັບການກຽມພ້ອມຢ່າງເປັນລະບົບ ແລະຈັດຂຶ້ນຢ່າງຍິ່ງໃຫຍ່ສົມກຽດ. ໂດຍເນັ້ນເຖິງການຫວນຄືນມູນເຊື້ອແຫ່ງໄຊຊະນະຂອງການປົດປ່ອຍຊາດໃນປີ 1975, ພ້ອມທັງລະນຶກເຖິງຄຸນງາມຄວາມດີ ແລະການເສຍສະຫຼະຂອງບັນດາຜູ້ນຳປະຕິວັດ ເປັນ ຕົ້ນແມ່ນ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ. ເປັນການສ້າງຂະບວນການທີ່ເຮັດໃຫ້ທົ່ວປວງຊົນລາວມີຄວາມພາກພູມໃຈໃນເອກະລາດ ແລະ ອະທິປະໄຕຂອງຊາດ, ການຈັດພິທີໂຮມຊຸມນຸມໃຫຍ່ ແລະ ການເດີນສວນສະໜາມ ໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີອັນເປັນປຶກແຜ່ນລະຫວ່າງພັກ-ລັດ, ກອງທັບ, ແລະ ປະຊາ ຊົນລາວບັນດາເຜົ່າ.

ພາຍຫຼັງສຳເລັດພິທີໂຮມຊຸມນຸມໃຫຍ່ ຍັງໄດ້ມີການປະດັບຫຼຽນກາລະນຶກ 50 ປີ ໃຫ້ອະດິດການນໍາແຂວງ 20 ທ່ານ, ໃຫ້ກຽດມອບໂດຍທ່ານ ຄໍາຂັນ ຈັນທະວີສຸກ, ກຳມະການສູນກາງພັກ, ເຈົ້າແຂວງຫຼວງພະບາງ ຢ່າງສົມກຽດ. ຈາກນັ້ນ; ບັນດາການນໍາແຂວງ ກໍໄດ້ເດີນທາງໄປຢ້ຽມຢາມ ແລະໃຫ້ກໍາລັງໃຈ ພ້ອມທັງມອບຖົງຂອງຂັວນໃຫ້ແກ່ຄົນເຈັບຢູ່ໂຮງຫມໍແຂວງ ແລະ ໂຮງໝໍບໍລິເວນ 107 ອີກດ້ວຍ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa