ພິທີ ປາຖະກະຖາ ວັນສ້າງຕັ້ງກິລາ-ກາຍຍະກຳແຫ່ງຊາດລາວ ຄົບຮອບ 59 ປີ
ໃນຕອນເຊົ້າວັນທີ 11 ສິງຫາ 2025 ທີ່ຜ່ານມາຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ຄະນະໂຄສະນາອົບຮົມໄດ້ສົມທົບກັບຫ້ອງການສຶກສາທິການ ແລະ ກິລາເມືອງ ຈັດຕັ້ງພິທີປາຖະກະຖາວັນກິລາ-ກາຍຍະກຳແຫ່ງຊາດລາວ ຄົບ ຮອບ 59 ປີ ແລະ ຍ່າງເພື່ອສຸຂະພາບ, ໃຫ້ກຽດເປັນປະທານໃນຄັ້ງນີ້ ໂດຍ ທ່ານ ບຸນທັນ ຈັນທະສັກ ຄະນະປະຈໍາພັກເມືອງ, ຮັກສາການເຈົ້າເມືອງນໍ້າບາກ, ເຊິ່ງມີຄະນະປະຈຳພັກເມືອງ, ຄະນະພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອໍານວຍການ-ຮອງອໍານວຍການໂຮງຮຽນ, ໂຮງໝໍ, ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ, ລັດວິສາຫະກິດ, ພະນັກງານບໍານານ, ນັກທຸລະກິດ ແລະ ນາຍບ້ານ 10 ບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ ມີຈໍານວນພົນເຂົ້າຮ່ວມທັງໝົດ: 106 ທ່ານ, ຍິງ: 68 ທ່ານ.
ໃນພິທີ ປະທານ, ໄດ້ຜ່ານປະຫວັດຄວາມເປັນມາໃນການສ້າງຕັ້ງກິລາ-ກາຍຍະກຳແຫ່ງຊາດລາວ ເຊິ່ງວັນດັ່ງ ກ່າວ ແມ່ນສ້າງຕັ້ງຂຶ້ນໃນວັນທີ 13 ກໍລະກົດ 1966 ໂດຍທ່ານ ພົນເອກ ສີສະຫວາດ ແກ້ວບຸນທັນ ຫົວໜ້າເສນາທິການສູງສຸດຂອງກອງທັບປົດປ່ອຍປະຊາຊົນລາວ ໃນໄລຍະນັ້ນ ເປັນຜູ້ປະກາດສ້າງຕັ້ງຂຶ້ນ.
ພິທີປາຖະກະຖາໃນຄັ້ງນີ້ ເພື່ອເປັນການໂຄສະນາ, ເຜີຍແຜ່ ຫວນຄືນມູນເຊື້ອໃຫ້ແກ່ພະນັກງານ-ລັດຖະກອນ, ສະມາຊິກພັກ, ທະຫານ, ຕໍາຫຼວດ, ນັກທຸລະກິດ ແລະ ປະຊາຊົນໃຫ້ຮັບຮູ້, ເຂົ້າໃຈເຖິງປະຫວັດຄວາມເປັນມາ, ຄວາມສໍາຄັນທາງດ້ານກິລາກາຍຍະກໍາ ເປັນຕົ້ນແມ່ນ ວັນກິລາ-ກາຍຍະກໍາແຫ່ງຊາດລາວ, ທີ່ສ້າງຂຶ້ນເພື່ອຮັບໃຊ້ໃຫ້ແກ່ການຂະຫຍາຍຕົວຂອງສັງຄົມ ທີ່ມີປະໂຫຍດຕໍ່ຊີວິດ ແລະ ໃຫ້ຄຸນຄ່າທາງດ້ານຈິດໃຈ, ສຸຂະພາບ, ພະລະນາໄມສົມບູນ, ເຮັດໃຫ້ຮ່າງກາຍຂອງຄົນເຮົາມີຄວາມແຂ່ງແຮງ, ສວຍງາມ, ມີຈິດໃຈເບີກບານມ່ວນຊື່ນ, ມັນສະໝອງໄດ້ຮັບການພັດທະນາ, ມີຄວາມສຳນານ, ມີປະສົບການທາງດ້ານເຕັກນິກ, ໃຫ້ການປະສາສຳພັນລະຫວ່າງຄົນກັບຄົນ ແລະ ໃຫ້ຄຸນປະໂຫຍດຢ່າງມະຫາສານ, ພ້ອມທັງເປັນການປຸກລະດົມເສີມຂະຫຍາຍມູນເຊື້ອ ແລະ ເຄື່ອນໄຫວ ກິລາ-ກາຍຍະກໍາ ເປັນການປະ ກວບສວນເຂົ້າໃນການສ້າງຂະບວນການມ່ວນຊື່ນເພື່ອສຸຂະພາບ, ເພື່ອຄວາມສາມັກຄີໃນຖັນແຖວພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າ.
ຈາກນັ້ນ, ໃນຕ່ອນທ້າຍພິທີຍັງໄດ້ເຄື່ອນຂະບ່ວນຍ່າງເພື່ອສຸຂະພາບຕາມເສັ້ນທາງເທດສະບານເມືອງ, ອອກຈາກເດີ່ນຮົ່ມໄປຕາມເສັ້ນທາງເບ່ຕົ່ງ 1C ບ້ານຟ້າ, ບ້ານ ທ່າລີ່ໃຕ້, ບ້ານໂພນສະອາດ ແລ້ວຄືນສູ່ເດີ່ນຮົ່ມຂອງເມືອງ ຂະບ່ວນດັ່ງກ່າວ ແມ່ນເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ມີຄວາມຄຶກຄື້ນ ກວ້າງຂວາງ.