ພິທີ ເປີດອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III

ພິທີ ເປີດອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III

ໃນຕອນເຊົ້າຂອງວັນທີ  18 ມິຖຸນາ 2025  ຢູ່ທີ່ສະໂມສອນ ກຸ່ມພັກ-ພະນັກງານ ທາງຄະນະໂຄສະນາອົບຮົມເມືອງນໍ້າບາກໄດ້ເປີດ ພິທີ ອົບຮົມຄວາມຮູ້ພື້ນຖານແນວທາງຂອງພັກໃຫ້ກັບ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຊຸດທີ III ປະຈຳປີ 2025  ໂດຍການເປັນປະທານຂອງທ່ານ ນາງ ລັດສະໝີ ພັນສະຫວັນ ກຳມະການພັກເມືອງ ຫົວຄະນະໂຄສະນາອົບຮົມເມືອງ ມີມະຫາຊົນກ້າວໜ້າມາຈາກຄະນະໜ່ວຍພັກຂະແໜງການອ້ອມຂ້າງເມືອງ ແລະ ຄະນະໜ່ວຍພັກບ້ານກຸ່ມເທດສະບານເຂົ້າຮ່ວມທັງໝົດ: 17 ສະຫາຍ, ຍິງ: 5 ສະຫາຍ.

ການເປີດຊຸດອົບຮົມໃນຄັ້ງນີ້ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາ ຊິກພັກ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບປະວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວເຂົ້າໃຈກ່ຽວກັບມາດຖານເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ກຳໄດ້ເນືອໃນພື້ນຖານ ແລະ ຫຼັກການລວມຂອງພັກ,ໃຫ້ຮັບຮູ້ເຖິ່ງແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ທີ່ຕິດພັນກັບການປະຕິບັດສອງໜ້າທີຍຸດທະສາດກໍ່ຄື: ປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ຕາມຈຸດໝາຍສັງ ຄົມນິຍົມ.

ໃນຕອນທ້າຍປະທານ ຍັງໄດ້ເນັ້ນນັກໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ຈະຂະຫຍາຍ ເຂົ້າພັກປະຊາຊົນ ປະຕິວັດລາວ ທີ່ເຂົ້າຮໍ່າຮຽນເອກະສານໃນຄັ້ງນີ້: ຈົ່ງນໍາເອົາບົດຮຽນໄປ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໝັ້ນທາງດ້ານການເມືອງຢ່າງໜັກແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ປົກປ້ອງຄວາມຖືກຕ້ອງຂອງລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ແນວທາງ, ແຜນນະໂຍບາຍຂອງພັກ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ ແລະ ໃນສັງຄົມ. ຈາກນັ້ນ ທ່ານ ນາງ  ລັດສະໝີ ພັນສະຫວັນ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນໄວ້ເປັນຫຼັກຖານ.               ຜູ້ຂຽນຂ່າວ: ອ່ອນຈັນ ແກ້ວມະນີພອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa