ລົງພົບປະຢ້ຽມຍາມປະຊາຊົນເມືອງປາກອູ

ລົງພົບປະຢ້ຽມຍາມປະຊາຊົນເມືອງປາກອູ

ໃນລະຫວ່າງວັນທີ 25-29 ສິງຫາ 2025, ມານີ້ ທ່ານ ນາງ ວຽນວິໄລ ດີລະພັນ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ໄດ້ລົງຢ້ຽມຍາມ ແລະ ພົບປະກັບປະຊາຊົນ ຢູ່ເມືອງປາກອູ, ແຂວງຫຼວງພະບາງ, ຕາມແຜນການ ເຄື່ອນໄຫວມີ 5 ຈຸດ ຄື: ບ້ານສົມສະນຸກ, ບ້ານຫາດຍາ, ບ້ານຫາດຂາມ, ບ້ານຄົກແສງສຸລິຍາ ແລະ ບ້ານຫ້ວຍມາດ.

ຈຸດປະສົງໃນການລົງຢ້ຽມຍາມ ແລະ ພົບປະກັບປະຊາຊົນຄັ້ງນີ້ ແມ່ນເພື່ອລົງເຄື່ອນໄຫວເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມທັງຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມຂອງບ້ານໂດຍຫຍໍ້

ການລົງເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ບັນດາຖັນແຖວພະນັກງານ-ລັດຖະກອນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະຊາຊົນລາວບັນດາເຜົ່າ ໃນທົ່ວແຂວງຫຼວງພະບາງ ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນພາຍໃນເມືອງປາກອູ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນສໍາເລັດຂອງກອງປະຊຸມດັ່ງ ກ່າວ ຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ທົ່ວເຖິງ.

ຂ່າວ: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa