ວັນເກີດປະທານ ສຸພານຸວົງ ຄົບຮອບ 115 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62

ວັນເກີດປະທານ ສຸພານຸວົງ ຄົບຮອບ 115 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62

ໃນຕອນເຊົ້າ ຂອງວັນທີ 18 ກໍລະກົດ 2024 ນີ້, ຢູ່ທີ່ສະໂມສອນ ຂອງເມືອງ​ ໄດ້ຈັດພິທີປາຖະກາຖາ ວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 115 ປີ, ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ, ໂດຍການເປັນປະທານ ຂອງ ສະຫາຍ ບຸນທີ ມະນີວົງ  ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ອົງການກວດກາລັດ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ,   ຫົວໝ້າ-ຮອງຫົວໝ້າຫ້ອງ​ການ, ພະນັກງານຫຼັກແຫຼ່ງ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ປະທານສະຫະພັນແມ່ຍິງອ້ອມຂ້າງ ,ພ້ອມດ້ວຍພະນັກງານບຳນານ ເລຂາພັກບ້ານອ້ອມຂ້າງເມືອງເຂົ້າຮ່ວມ, ໃນພິທີ ປະທານ ໄດ້ໃຫ້ກຽດຂື້ນປາຖະກະຖາ ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ, ປະທານໄດ້ກ່າວໃນພິທີກ່ຽວກັບສະພາບແວດລ້ອມແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ລາວ ແລະ ຫວຽດນາມ ເປັນປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນຮ່ວມກັນຍາວກວ່າ 2.000 ກິໂລແມັດ, ພ້ອມກັນອີງຫຼັງໃສ່ສາຍພູຫຼວງ, ພ້ອມກັນຮ່ວມຊົມໃຊ້ແມ່ນ້ຳລຳເຊ, ພູຜາປ່າດົງ, ດິນດອນຕອນຫຍ້າ ເພື່ອດຳລົງຊີວິດ ແລະ ດຳເນີນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ. ປະຊາຊົນ 2 ຊາດ ລາວ-ຫວຽດນາມ ມີມູນເຊື້ອໄປມາຫາສູ່ແລກປ່ຽນສິນຄ້າ, ແລກປ່ຽນວັດທະນະທຳນຳກັນ, ຢູ່ຫຼາຍທ່ອງຖິ່ນກໍ່ມີບ້ານ, ຫຼາຍຄອບຄົວເປັນແກ່ວເປັນດອງກັນ, ມີອຸດົມຄະຕິ ແລະ ຄວາມມຸ່ງມາດປາຖະໜາອັນດຽວກັນຄື: ຢາກມີຄວາມເປັນເອກະລາດ, ສັນຕິພາບ ແລະ ຮັ່ງມີຜາສຸກ. ປະຊາຊົນ 2 ຊາດ ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນມາເປັນພັນໆປີ ໃນການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດ ຂອງໃຜລາວ. ພິເສດແມ່ນໃນໄລຍະດຳເນີນການຕໍ່ສູ້ປະຕິວັດເປັນເວລາເຄິ່ງສະຕະວັດພາຍໃຕ້ການນຳພາ ຂອງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ. ຄວາມຜູກພັນ, ສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານນັ້ນ ໄດ້ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ກາຍເປັນຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ຂອງສອງຊາດລາວ-ຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈີ່ມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ. ຈາກນັ້ນມາການນຳແຕ່ລະຮຸ່ນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຕ່າງກໍໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍໃຫ້ກາຍເປັນການພົວພັນສາມັກຄີອັນບໍລິສຸດຜຸດຜ່ອງທີ່ຫາຍາກໃນການພົວພັນສາກົນ ແລະ ກາຍເປັນມໍລະດົກອັນລ້ຳຄ່າ ຂອງສອງຊາດ ລາວ-ຫວຽດນາມ.

ພ້ອມດຽວກັນນີ້, ສະຫາຍ ບຸນທີ ມະນີວົງ  ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ອົງການກວດກາລັດ,  ໃຫ້ກຽດປາຖະກະຖາ ວັນເກີດປະທານ   ສຸພານຸວົງ   ຄົບຮອບ 115   ປີ, ປະທານ  ສຸພານຸວົງ   ເກີດວັນທີ 13/7/1909 ທີ່ຫຼວງພະບາງ, ໃນຄອບຄົວເຊື້ອເຈົ້າ, ເປັນໂອຣົດຂອງເຈົ້າມະຫາອຸປະຣາດບຸນຄົງ ແລະ ໝ່ອມຄຳອ້ວນ, ມີເອື້ອຍ 2 ຄົນ ຄື: ເຈົ້າຍິງທະວີວັນ ແລະ ເຈົ້າຍິງຈິນດາຣັດສະໝີ, ມີອ້າຍຕ່າງມານດາ 2 ຄົນຄື: ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ, ອາຍຸໄດ້ 7 ປີ ທ່ານໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມສຶກສາທີ່ຫຼວງພະບາງ, ເພິ່ນເປັນນັກຮຽນທີ່ຂະຫຍັນຫມັ່ນພຽນ ແລະ ມີພອນສະຫວັນໃນຫຼາຍດ້ານ, ຮຽນເກັ່ງ, ສອບເສັງໄດ້ຄະແນນດີເລີດມາຕະຫຼອດ ຈົນຈົບຊັ້ນປະຖົມສົມບູນ, ກາງປີ 1920 ທ່ານໄດ້ເດີນທາງໄປຮຽນຕໍ່ມັດທະຍົມ “ອານແບກຊາໂຣ”  ທີ່ຮ່າໂນ້ຍປະເທດຫວຽດນາມ. ຢູ່ທີ່ນັ້ນເພິ່ນໄດ້ຕັ້ງໃຈຮຽນທັງວິຊາທຳມະຊາດ ແລະ ສັງຄົມ ຮຽນພາສາຕ່າງປະເທດຫຼາຍພາສາ, ຮຽນທາງດ້ານສີລະປະ ແລະ ວັນນະຄະດີ, ທັງຫຼິ້ນກິລາ ແລະ ດົນຕີ; ເພິ່ນມີພອນສະຫວັນໃນດ້ານການແຕ້ມຮູບ ແລະ ຂຽນບົດກະວີ, ເພິ່ນໄດ້ຮຽນຈົບຂະແໜງວິຊາ ວິທະຍາສາດ ແລະ ອັກສອນສາດ ດ້ວຍຄະແນນດີເລີດ ແລະ ຖືກຄັດເລືອກເປັນນັກຮຽນດີເດັ່ນ ຂອງໂຮງຮຽນໂປຼເຕັກໂຕຣາ ແຫ່ງແຄ້ວນອິນດູຈີນ. ປີ 1931 ທ່ານໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ, ຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດ, ສາຂາວິຊາວິສະວະກອນພົນລະເຮືອນ ຢູ່ນະຄອນປາຣີ, ເວລາຮຽນຢູ່ປະເທດຝຣັ່ງ, ປະທານ ສຸພານຸວົງ ບໍ່ພຽງແຕ່ມີຄວາມມຸ່ງໜັ້ນໃນການຮຽນເທົ່ານັ້ນ, ເພິ່ນຍັງດຸໜັ້ນໃນການລົງຝຶກຫັດ-ປະຕິບັດຕົວຈິງ, ເພິ່ນໄປຫຼາຍປະເທດໃນທະວີບເອີລົບ ທັງເບື້ອງຕາເວັນອອກ ແລະ ຕາເວັນຕົກ ແລະ ໄດ້ໄປຫຼາຍປະເທດໃນທະວີບອາຟຣິກກາ ເພື່ອສຳຜັດກັບຄວາມເປັນຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ, ເພິ່ນມີຄວາມບາກບັ່ນໃນການຄົ້ນຄວ້າຮ່ຳຮຽນ, ທັງມີຄວາມເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົນເອງ ເພິ່ນດໍາລົງຊີວິດແບບງ່າຍ, ບໍ່ຟູມເຟືອຍ, ທ່ານມີພອນສະຫວັນໃນການຮຽນຮູ້ພາສາຂອງຊາດຕ່າງໆ, ເພິ່ນສາມາດເວົ້າໄດ້ດີເຖິງ 10 ພາສາທີ່ໃຊ້ຫຼາຍໃນສາກົນ, ປີ 1937 ປະ ທານ ສຸພານຸວົງ ໄດ້ຮັບປະກາສະນິຍະບັດ ວິສະວະກອນຂົວທາງທີ່ຝຣັ່ງ ເປັນຄົນທຳອິດຂອງປະເທດລາວ. ເພິ່ນໄດ້ກັບຄືນອິນດູຈີນ ໂດຍໄດ້ຮັບລາຊະການໃນຂະແໜງໂຍທາທິການປະຈໍາຢູ່ຍາຈາງ (ປະເທດຫວຽດນາມ). ໃນໄລຍະ 3 ປີ ປະທານ ສຸພານຸວົງ ໄດ້ສໍາເລັດການສ້າງຂົວທາງເລກທີ 14 ແລະ ໂຄງການເຂື່ອນໄຟຟ້ານໍ້າຕົກຢູ່ວິນ; ໄດ້ໄປຊ່ວຍສ້າງຂົວ ແລະ ສ້ອມແປງທາງເລກທີ 13 ຢູ່ແຂວງຊຽງແຕງ ປະເທດກໍາປູເຈຍ. ຕໍ່ມາປະທານໄດ້ຖືກແຕ່ງຕັ້ງໄປຮັບລາຊະການຢູ່ເມືອງພີນ ແຂວງສະຫວັນນະເຂດ ເພື່ອສ້າງທາງເລກທີ 23 ແລະ ຂົວເຊບັງຫຽງ, ໃນເວລາຕໍ່ມາ ປະທານ ສຸພານຸວົງ ໄດ້ພົບປະກັບ ປະທານໂຮ່ຈີ່ມິນ, ເພິ່ນໄດ້ຮັບການຊີ້ນຳ ແລະ ການຊ່ວຍເຫຼືອຈາກ ປະທານໂຮ່ຈີ່ມິນ ໃຫ້ຈັດຕັ້ງກອງທະຫານປະສົມລາວ-ຫວຽດນາມ ຂຶ້ນຢູ່ລາວ ເພື່ອດຳເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ຍາດເອົາຄວາມເປັນເອກະລາດມາໃຫ້ລາວ, ການພົບປະໃນຄັ້ງນັ້ນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງທີ່ສຸດໃນຊີວິດການເຄື່ອນໄຫວປະຕິວັດຂອງປະທານ ສຸພານຸວົງ, ໄດ້ກ່າວຄຳປາໄສຕໍ່ຫນ້າປະຊາຊົນທີ່ມາໂຮມຊຸມນຸມຢ່າງຫຼວງຫຼາຍ, ເພິ່ນໄດ້ເວົ້າວ່າ: “ແຜ່ນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ”

  • ຂຽນໂດຍ: ທ່ານ ບຸນ​ແພງ ຈັນ​ຟອງ ຈາກຄະນະໂຄສະນາອົບຮົມ ເມືອງນານ.
  • ກວດແກ້ໂດຍ: ທ່ານ ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa