ສະຖານກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈຳພາກເໜືອ ຂອງ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ (Online)
ຜ່ານລະບົບວິດີໂອຄອນເຟີເຣັນສ໌ ຮ່ວມກັບ 5 ແຂວງພາກເໜືອຂອງລາວ

ໃນວັນທີ 22 ມີຖຸນາ 2026, ສະຖານກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈຳພາກເໜືອ ຂອງ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ (Online) ຜ່ານລະບົບວິດີໂອຄອນເຟີເຣັນສ໌ ຮ່ວມກັບ 5 ແຂວງພາກເໜືອຂອງລາວ ເຊິ່ງປະ ກອບມີ: ແຂວງຫຼວງພະບາງ, ບໍ່ແກ້ວ, ອຸດົມໄຊ, ຜົ້ງສາລີ ແລະ ແຂວງຫຼວງນໍ້າທາ. ໂດຍການເປັນປະທານຂອງ ທ່ານ ຈ່າງ ເສີຜິງ ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແລະ ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ພ້ອມດ້ວຍຄະນະນຳຈາກພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານສະຖານກົງ ສູນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ເຂົ້າຮ່ວມ.

ໃນກອງປະຊຸມທ່ານ ຈ່າງ ເສີຜິງ ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ໃນນາມປະທານກອງປະຊຸມ ໄດ້ກ່າວເປີດຢ່າງເປັນທາງການ ພ້ອມທັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຮອບ ດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ຜູ້ນຳສູງສຸດຂອງສອງປະເທດ ລາວ-ຈີນ ທີ່ມີຄວາມແໜ້ນແຟ້ນ ແລະເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ບົນພື້ນຖານການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ອັນສະນິດແໜ້ນ ແລະ ໝັ້ນຄົງທະນົງແກ່ນ ພ້ອມນີ້ ທ່ານ ຍັງໄດ້ຍົກໃຫ້ເຫັນ ບົດຖະແຫຼງການ ທີ່ຜູ້ນໍາສອງປະເທດ ໄດ້ຖະແຫຼງການຮ່ວມກັນ ໃນຫວ່າງວັນທີ 2 ຫາທີ 6 ມິຖຸນາ ຜ່ານມານີ້້, ເຊິ່ງຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະ ເທດ ແຫ່ງ ສາທາລະນະລັດປະຊາຊົນທິປະໄຕປະຊາຊົນລາວ ແລະ ທ່ານ ສີຈິນຜິງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຈີນ ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນຈີນ.

ພາຍຫຼັງສິ້ນສຸດການກ່າວບົດປາໄສຂອງ ທ່ານ ຈ່າງ ເສີຜິງ, ວາລະກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດການແລກປ່ຽນຢ່າງກົງໄປກົງມາ ໂດຍມີຜູ້ຕາງໜ້າຈາກບັນດາແຂວງຂຶ້ນປະກອບຄວາມຄຳເຫັນ. ໂດຍສະເພາະແມ່ນ ແຂວງຫຼວງພະບາງ ແລະ ແຂວງຫຼວງນໍ້າທາ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນ ໂດຍລວມແມ່ນໄດ້ສະເໜີໃຫ້ມີການເພີ່ມທະວີ ແລະນຳໃຊ້ທ່າແຮງບົ່ມຊ້ອນ ຂອງບັນດາແຂວງ, ໃນການຮ່ວມມືກັບບັນດາແຂວງຂອງ ສປ ຈີນ ເຂົ້າໃນການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະແຂວງໃຫ້ມີຄວາມເຂັ້ມແຂງ. ພ້ອມດຽວກັນນັ້ນ, ຍັງໄດ້ເນັ້ນໜັກເຖິງການຊຸກຍູ້ບັນດາໂຄງການເຊື່ອມໂຍງ-ເຊື່ອມຈອດ ຕາມເສັ້ນທາງລົດໄຟ ລາວ-ຈີນ ໃຫ້ເກີດປະ ໂຫຍດສູງສຸດ, ເພື່ອຮ່ວມກັນຊຸກຍູ້ ແລະຜັນຂະຫຍາຍໂຄງການ “ໜຶ່ງແລວ ໜຶ່ງເສັ້ນທາງ” (Belt and Road Initiative) ໃຫ້ປະກົດຜົນເປັນຈິງ ແລະ ສ້າງຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນທັງສອງຊາດອີກດ້ວຍ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນການຜັນຂະຫຍາຍ ຖະແຫຼງການຮ່ວມຂອງການນໍາສອງປະເທດລາວ-ຈີນ ແລະເພື່ອຫັດແໜ້ນສາຍພົວພັນຄວາມສາມັກຄີ, ລວມທັງຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດວຽກງານ ລະຫວ່າງ ບັນດາແຂວງພາກເໜືອຂອງລາວ ແລະ ສປ ຈີນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ບົນພື້ນຖານການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ອັນສະນິດແໜ້ນ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ