ສະຫະພັນແມ່ຍິງເມືອງໂພນທອງສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ.

ສະຫະພັນແມ່ຍິງເມືອງໂພນທອງສະເຫຼີມສະຫຼອງວັນ ສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ

ໃນຕອນເຊົ້າຂອງວັນທີ່  17 ກໍລະກົດ 2024, ນໍາພາໂດຍ ທ່ານ ນາງ ສົມຈີນ ພຸດທະວົງສາ ກໍາມະ ການພັກເມືອງ, ປະທານສະຫະພັນແມ່ຍິງ ເມືອງໂພນທອງ ໄດ້ນຳພາເອື້ອຍນ້ອງແມ່ຍິງ ວາງກະຕ່າດອກໄມ້ ແລະ ຈູດທູບທຽນບູຊາຢູ່ຕໍ່ໜ້າອານຸສາວະລີ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງ ປວງຊົນລາວທັງຊາດ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ ທີ່ໄດ້ສຸມສະຕິ, ປັນຍາ ເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານ ຂອງພວກຈັກກະພັດລ່າເມືອງຂື້ນ ທັງແບບເກົ່າ ແລະ  ແບບใໝ່ ສາມາດຍາດໄດ້ໄຊຊະນະຢ່າງສົມບູນ.

ຫຼັງຈາກນັ້ນ 8:00 ໂມງ ຂອງວັນດຽວກັັນ ຢູ່ທີ່ຫ້ອງປະຊຸມໃຫຍ່ເມືອງໂພນທອງ ໄດ້ຈັດພິທີປາຖະກະ ຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ໃຫ້ກຽດຂື້ນເລົ່າມູນເຊື້ອ ຂອງ ທ່ານ ບຸນຈັນ ປານຟອງເພັດ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ-ເມືອງໂພນທອງ, ມີຄະນະປະຈໍາ, ກຳມະການພັກ, ຫົວໜ້າ-ຮອງຫົວໜ້າ ຫ້ອງການ, ຄະນະບໍລິຫານງານສະຫະພັນແມ່ຍີງເມືອງ, ຫົວໜ້າໜ່ວຍ-ຮອງ ໜ່ວຍແມ່ຍິງອ້ອມຂ້າງ ຕະຫຼອດຮອດສະມາຊິກເອື້ອຍນ້ອງແມ່ຍິງເຂົ້າຮ່ວມ. ທ່ານ ປະທານ ພິທີໄດ້ກ່າວວ່າ: ການປາຖະກະ ຖາແມ່ນເພື່ອທົບທວນຄືນປະຫວັດມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການ ເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນເພື່ອພາລະກີດປະຕິວັດຕໍ່ສູ້ກູ້ຊາດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດກໍ່ຄືພາລະກິດພັດທະນາແມ່ຍິງລາວ ທັງເປັນການຊີ້ໃຫ້ເຫັນເຖິງການກຳເນີດ ແລະ ການເຕີບໃຫຍ່ ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ຜົນງານທີພົ້ນເດັ່ນຂອງສະຫະພັນແມ່ຍິງລາວແຕ່ລະໄລຍະ ແລະ ການເສີມຂະຫຍາຍມູນເຊື້ອອັນດີງາມ ຂອງສະຫະພັນແມ່ ຍິງລາວໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ເຂົ້າໃຈ, ຮູ້ອະນຸລັກຮັກສາວັດທະນະທໍາອັນດີງາມຂອງຊາດ, ຂອງຜົ່າ ເປັນຕົ້ນແມ່ນການນຸ່ງຖື, ການແຕ່ງກາຍ, ການພົວພັນໃນຄອບຄົວ-ສັງຄົມ ແລະ ອື່ນໆ. ໂອກາດນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຊື່ອມຊື່ມມະຕິກອງປະຊຸມຄົບຄະນະຄັ້ງທີ VIII ຂອງຄະນະບໍລິຫານງານສູນກາງພັກສະໄໝ່ທີ XI ຕື່ມ ອິກ.

  • ຂຽນໂດຍ: ນາງ ໄຫວ ວິໄລສັກ; ຈາກຄະນະໂຄ ສະນາອົບຮົມ ເມືອງໂພນທອງ.
  • ກວດແກ້ໂດຍ: ທ່ານ ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa