ສະເຫຼີມສະຫຼອງວັນກິລາ-ກາຍຍະກຳແຫ່ງຊາດລາວ ຄົບຮອບ 59 ປີ

ສະເຫຼີມສະຫຼອງວັນກິລາ-ກາຍຍະກຳແຫ່ງຊາດລາວ ຄົບຮອບ 59 ປີ

ຕອນເຊົ້າ ຂອງວັນທີ 17 ກໍລະກົດ 2025 ນີ້, ເມືອງຈອມເພັດ ໄດ້ຈັດພິທີສະເຫຼີມສະຫຼອງວັນກິລາ-ກາຍຍະ ກຳແຫ່ງຊາດລາວ ຄົບຮອບ 59 ປີ (13 ກໍລະກົດ 1966–13 ກໍລະກົດ 2025), ຂື້ນຢ່າງເປັນທາງການ ໂດຍການເປັນປະທານ  ຂອງສະຫາຍ  ວິລະພົງ  ພົງດາລາ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງຈອມເພັດ, ມີການນຳ, ພະນັກ ງານ-ທະຫານ-ຕຳຫຼວດ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.

ໃນພິທີຍັງໄດ້ຮັບຟັງ ການເລົ່າປະຫວັດຄາວມເປັນມາ ຂອງວັນກິລາ-ກາຍຍະກຳແຫ່ງຊາດລາວ ໂດຍສະຫາຍ  ວິລະພົງ ພົງດາລາ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງຈອມເພັດ, ສະຫາຍໄດ້ໃຫ້ຮູ້ວ່າ: ແມ່ນພາກສ່ວນໜຶ່ງ ຂອງວັດທະນະທໍາ, ແມ່ນຜະລິດຕະພັນ ຂອງມວນມະນຸດ ເປັນຜູ້ສ້າງຂຶ້ນ, ເພື່ອຮັບໃຊ້ໃຫ້ແກ່ການຂະຫຍາຍຕົວ ຂອງສັງຄົມ,ທັງມີປະໂຫຍດຕໍ່ຊີວິດ ແລະ ໃຫ້ຄຸນຄ່າທາງດ້ານຈິດໃຈ, ສຸຂະພາບ,ໃຫ້ຄວາມຮູ້ ລະຫ່ວາງ ຄົນກັບຄົນ, ການສະແດງ,  ການແຂ່ງຂັນ, ການແລກປ່ຽນປະສົບການແບບບຸກຄົນ, ລວມໝູ່ ທີ່ມີສິນລະປະລວດລາຍ ຕິດພັນກັບວິຖີຊີວິດ ຂອງຊົນຊາດລາວມາແຕ່ດຶກດຳບັນ,

ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ຂະບວນກິລາລາວໄດ້ມີການຂະຫຍາຍຕົວ ແລະເຄື່ອນໄຫວຢ່າງຟົດຝື້ນຕໍ່ເນື່ອງ ແລະ ເຕີບໃຫ່ຍເຂັ້ມແຂງ ຄຽງຄູ່ກັບຂະບວນການປະຕິວັດຊາດ ປະຊາທິປະໄຕຕະຫຼອດມາ, ເຮັດໃຫ້ຊື່ສຽງໃນວົງການກິລາລາວ ນັບມື້ສູງເດັ່ນໃນເວທີກິລາສາກົນ, ສະນັ້ນ; ວັນດັ່ງກ່າວ ຈຶ່ງກາຍເປັນວັນປະ ຫວັດສາດທີ່ສໍາຄັນແຫ່ງການເຄື່ອນໄຫວ ຂອງກິລາລາວ ໂດຍສືບທອດຈາກກິລາກອງທັບທີ່ເປັນຕົ້ນກຳເນີດມູນເຊື້ອ, ຕິດພັນກັບການປະຕິບັດສອງໜ້າທີ່ຍຸດທະສາດ ຂອງຊາດລາວຕະຫຼອດມາ. ຫຼັງຈາກຈັດພິທີສະເຫຼີມສະຫຼອງວັນດັ່ງ ກ່າວແລ້ວ ການນຳຂອງເມືອງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວເມືອງໄດ້ພາກັນ ຫັດກາຍຍະບໍລິຫານອີກດ້ວຍ.

ຂຽນຂ່າວໂດຍ: ພັນທະລີ ສຸກຂະເສີມ ຈາກຄະນະໂຄສະນາອົບຮົມ ເມືອງຈອມເພັດ.

ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa