ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງນານ ຄັ້ງທີ VIII
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງນານ ຄັ້ງທີ VIII ໄດ້ອັດລົງດ້ວຍຜົນສຳເລັດໃນ ຕອນເຊົ້າ ວັນທີ່ 25 ກຸມພາ 2025 ພາຍຫຼັງດໍາເນີນມາເປັນເວລາ ໜື່ງວັນເຄີ່ງ ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຂອງອົງຄະນະພັກ, ສຸມໃສ່ການພັດທະນາກະສິກໍາ ຕິດພັນກັບການປຸງແຕ່ງ ແລະ ການບໍລິການ, ສ້າງທຸກເງື່ອນໄຂໃຫ້ເມືອງນານກາຍ ເປັນເມືອງເຂັ້ມແຂງຮອບດ້ານ” ໂດຍຍົກໃຫ້ເຫັນສາເຫດ ທີ່ພາໃຫ້ມີຈຸດອອ່ນ ຂໍ້ຄົງຄ້າງຈໍານວນໜຶ່ງ ພ້ອມນັ້ນ ກໍ່ເປັນເອ ກະພາບ ຮັບຮອງເອົາບົດຮຽນ ແຫ່ງການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີ ຜ່ານມາ ທັງໄດ້ເປັນເອກະສັນ ຮັບຮອງເອົາຄາດໝາຍສູ້ຊົນລວມ ແຕ່ນີ້ເຖິງປີ 2029 ເພື່ອຮັບປະກັນໃຫ້ເມືອງນານ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ; ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນ, ເຂັ້ມແຂງ; ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຢ່າງເດັດຂາດ ແລະເຂັ້ມງວດ; ເສດຖະກິດຂອງເມືອງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດຫັນເປັນທັນສະໄໝ, ມີຄວາມເອກະລາດ ເປັນເຈົ້າຕົນເອງ ເທື່ອລະກ້າວ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ;
ພັດທະນາຂະແໜງກະສິກຳ ທີ່ເປັນທ່າແຮງໜຶ່ງຂອງເມືອງ ຕິດພັນກັບການປຸງແຕ່ງ ແລະ ການບໍລິການ ເພື່ອຮັບປະກັນທາງດ້ານສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ ທີ່ມີຄຸນນະພາບ; ສ້າງເງື່ອນໄຂຍາດແຍ່ງ, ດຶງດູດການລົງທຶນ ເຂົ້າມາພັດທະນາເມືອງໃຫ້ແຂງແຮງ ສ້າງຖານລາຍຮັບໃໝ່ ຕິດພັນກັບການຂຸດຄົ້ນທຸກແຫຼ່ງລາຍຮັບທີ່ບົ່ມຊ້ອນ; ສ້າງໃຫ້ເມືອງນານ ມີສິ່ງແວດລ້ອມທີ່ດີ, ເຮັດໃຫ້ເນື້ອທີ່ປົກຫຸ້ມຂອງປ່າໄມ້ ແລະພື້ນທີ່ສີຂຽວເພີ່ມຂຶ້ນກວມ 75%; ຮັບປະກັນໃຫ້ຄຸນນະພາບຂອງການສຶກສາ-ກິລາພາຍໃນເມືອງ ໄດ້ຮັບການຍົກສູງຂຶ້ນ, ຫຼຸດຜ່ອນອັດຕາປະລະການຮຽນໃຫ້ເປັນຮູບປະທຳ, ສູ້ຊົນບັນລຸຕົວຊີ້ວັດໃນຂົງເຂດສຶກສາ ໃຫ້ກວມຈໍານວນຫຼາຍ; ຄຸນນະພາບການບໍລິການ, ການປິ່ນປົວ ແລະ ພື້ນຖານໂຄງລ່າງດ້ານສາທາລະນະສຸກ ໄດ້ຮັບການປັບປຸງດີຂຶ້ນ, ສູ້ຊົນບັນລຸທຸກຕົວຊີ້ວັດໃນຂົງເຂດສາທາ; ແຮງງານພາຍໃນເມືອງ ໃຫ້ໄດ້ຮັບການພັດທະນາສູງຂຶ້ນ, ແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ໄດ້ຮັບການຄຸ້ມຄອງດີກວ່າເກົ່າ, ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ໄດ້ຮັບການປະຕິບັດນະໂຍບາຍຢ່າງທົ່ວເຖິງ; ຮາກຖານການ ເມືອງໄດ້ຮັບການປັບປຸງ ແລະມີຄວາມໜັກແໜ້ນ, ເຂັ້ມແຂງ, ວຽກງານພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ, ວຽກງານສາມສ້າງ ດໍາເນີນຢ່າງແຂງແຮງ ແລະ ມີຈຸດສຸມ; ບົດບາດຂອງຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ໄດ້ຮັບການຍົກສູງຂຶ້ນ; ການຄຸ້ມຄອງບໍລິຫານລັດ ຕາມກົດໝາຍ ແລະ ການຫັນເປັນທັນສະໄໝ ໃນການຄຸ້ມຄອງລັດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ, ຍົກສູງຄຸນນະພາບການປັບປຸງກົງຈັກ ແລະ ການບັນຈຸ, ສັບຊ້ອນ ພະນັກງານ ໃຫ້ຖືກຕ້ອງຕາມຄວາມຮູ້, ຄວາມສາມາດ ແລະ ປະສົບການ; ຮັບປະກັນໃຫ້ການດໍາເນີນຄະດີ ຕາມຂະບວນການຍຸຕິທຳຂອງສານ, ອົງການໄອຍະການ ແລະ ເຈົ້າໜ້າທີ່ຕ່າງໆ ໄດ້ຮັບການປັບປຸງດີຂຶ້ນ;
ສູ້ຊົນເຮັດໃຫ້ບົດບາດ ແລະ ຄວາມສາມາດນໍາພາ ຂອງອົງຄະນະພັກສູງຂຶ້ນ ຕິດພັນກັບການສ້າງພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສາມາດເປັນແກນນໍາໃນລະບົບການເມືອງ ຢ່າງແທ້ຈິງ; ກົງຈັກທີ່ເປັນເສນາທິການໃຫ້ແກ່ຄະນະພັກ ໄດ້ຮັບການປັບປຸງໃຫ້ມີຄຸນນະ ພາບ; ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ກວມ 90% ຂຶ້ນໄປ; ຮັບປະກັນໃຫ້ວຽກງານກວດກາ ໄດ້ດໍາເນີນຢ່າງເປັນປົກກະຕິ ແລະ ແຂງແຮງ; ເຮັດໃຫ້ພະນັກງານມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານ; ບົດບາດຂອງອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມາຫາຊົນ ໄດ້ຮັບການຍົກສູງຂຶ້ນກວ່າເກົ່າ; ຮັບປະກັນໃຫ້ວຽກງານພົວພັນຮ່ວມມືກັບຕ່າງປະເທດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະມີປະສິດທິຜົນຫຼາຍຂຶ້ນ. ພ້ອມນັ້ນ ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາຄະນະບໍລິ ຫານງານພັກເມືອງ ສະໄໝທີ VIII ເຊິ່ງປະກອບມີ 27 ສະຫາຍ, ຍິງ 5 ສະຫາຍ ຜ່ານການປ່ອນບັດ ແລະດຳເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກຕັ້ງເອົາຄະນະປະຈຳພັກເມືອງ 9 ສະຫາຍ, ຍິງ 2 ສະຫາຍ ໃນນັ້ນ ໄດ້ເລືອກເອົາສະຫາຍ ຄໍາເກັ່ງ ຈັນທະວີສຸກ ເປັນເລຂາພັກເມືອງ, ສະຫາຍ ບົວສີ ພິມມະເສນ ເປັນຮອງເລຂາພັກເມືອງ ແລະສະຫາຍ ນາງ ຫົງຄໍາ ເພັງສະຫວັດ ເປັນຮອງເລຂາພັກເມືອງ ທັງເປັນປະທານກວດກາຄະນະບໍລິຫານງານພັກເມືອງ. ໄດ້ເລືອກເອົາຜູ້ແທນສົມບູນ ແລະສຳຮອງໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ຕື່ມອີກ.
ຕອນທ້າຍ ສະຫາຍ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ໄດ້ສະແດງຄວາມຍ້ອງຍໍສັນລະເສີນຕໍ່ການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກເມືອງຊຸດທີ VII ທີ່ໄດ້ຊີ້ນໍາ-ນໍາພາສະມາຊິກພັກ, ພະນັກງານ ແລະປະຊາຊົນບັນດາເຜົ່າ ໄດ້ມີຜົນສໍາເລັດໃນຫຼາຍດ້ານ ທັງໄດ້ໃຫ້ທິດຊີ້ນໍາລະອຽດ ວຽກງານແຕ່ລະດ້ານ ເພື່ອນໍາໄປຈັດຕັ້ງປະຕິບັດ, ສະຫາຍມີຄວາມເຊື່ອໜັ້ນຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ທີ່ຈະສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍໃນຄັ້ງນີ້ ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວໂດຍ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.