ຫວນຄືນ ວັນປະຫວັດສາດສໍາຄັນ ຂອງພັກ-ຂອງຊາດ
ໃນຕອນເຊົ້າວັນທີ 29 ສິງຫາ 2025 ຢູ່ທີ່ສະໂມສອນໃຫຍ່ ຂອງເມືອງຈອມເພັດ, ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ, ໃຫ້ກຽດເປັນປະທານ ຂອງ ທ່ານ ນາງ ຈັນດີ ເຢັ່ງວື ເລຂາຄະນະບໍລິຫານງານພັກເມືອງຈອມເພັດ, ສະມາຊິກສະພາປະຊາຊົນແຂວງ, ປະທານສະພາປະຊາຊົນປະຈໍາເຂດເລືອກຕັ້ງ ເມືອງຈອມເພັດ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ບັນດາ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການປກຊ-ປກສ, ພະນັກງານອາວຸໂສ-ບໍານານ, ພ້ອມດ້ວຍສະ ມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ, ຕະຫຼອດຮອດເລຂາພັກບ້ານ, ນາຍບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້ ບັນດາສະຫາຍຄະນະປະຈໍາພັກເມືອງ, ກໍ່ໄດ້ພັດປ່ຽນກັນຂື້ນເລົ່າມູນເຊື້ອວັນສຳຄັນດັ່ງກ່າວ ເປັນຕົ້ນແມ່ນວັນສ້າງ ຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນສື່ມວນຊົນ ແລະ ການພີມຈໍາໜ່າຍ ຄົບຮອບ 75 ປີ, ວັນຢຶດອໍານາດ 23 ສິງຫາ 1945 ຄົບຮອບ 80 ປີ ແລະ 23 ສິງຫາ 1975 ຄົບຮອບ 50 ປີ, ວັນຢຶດອໍານາດ 23 ສິງຫາ ແມ່ນເຫດການສຸດທີ່ມີຄວາມໝາຍສໍາຄັນຕໍ່ປວງຊົນລາວທັງຊາດ ເປັນບາດລ້ຽວອັນສໍາຄັນໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ເປັນການຕ້ານຄືນກຳລັງສຸດທ້າຍ ຂອງຈັກກະພັດຜູ້ຮຸກຮາກ ແລະ ພວກປະຕິການຂາຍຊາດ ໃຫ້ດັບສູນໄປຢ່າງສິ້ນເຊີງ ເປັນນິມິດໝາຍອັນດີໃຫ້ແກ່ການປູທາງສູ່ໄຊຊະນະອັນສົມບູນ ຂອງການປະຕິວັດປົດປ່ອຍຊາດ, ປົດປ່ອຍປະຊາຊົນບັນດາເຜົ່າຢ່າງແທ້ຈິງ ແລະ ເປັນພື້ນຖານ ຂອງການສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເປັນໝາກຜົນ ຂອງການຕໍ່ສູ້ປະຕິວັດຊາດອັນຍືດເຍື້ອຍາວນານ ທີ່ເຕັມໄປດ້ວຍຄວາມເສຍສະຫຼະ ຂອງບັນພະຊົນ, ເຕັມໄປດ້ວຍຄວາມ ທຸກຍາກລໍາບາກລະອິດລະອ້ຽວ ພິລະອາດຫານ ການເສຍສະຫຼະຊີວິດ ແລະເລືອດເນື້ອ ຂອງມວນມະ ຫາປະຊາຊົນລາວ ທັງແມ່ນໝາກຜົນ ຂອງການນຳໃຊ້ 3 ບາດຄ້ອນຍຸດທະສາດບຸກໂຈມຕີສັດຕູ (ແບບບົວບໍ່ໃຫ້ຊໍ້າ-ນໍ້າບໍ່ໃຫ້ຂຸ່ນ) ແມ່ນກຽດສັກສີອັນສູງສົ່ງ ຂອງນັກຮົບປະຕິວັດຮັກຊາດ ນັກຮຽນຮູ້ປັນຍາຊົນ, ຊົນຊັ້ນກໍາມະກອນ ແລະຜູ້ອອກແຮງງານ.
ພ້ອມດຽວກັນນີ້, ທ່ານ ນາງ ຈັນດີ ເຢັ່ງວື ເລຂາຄະນະບໍລິຫານງານພັກເມືອງຈອມເພັດ, ກໍ່ໄດ້ໃຫ້ກຽດຂື້ນເລົ່າປະຫວັດມູນເຊື້ອ ຂອງວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບ ຮອບ 34 ປີ, ນອກນີ້ຍັງໄດ້ຍົກໃຫ້ເຫັນເຖິງຄວາມເປັນມາ ແລະ ຄວາມໝາຍສຳຄັນ ຂອງວັນດັ່ງກ່າວ ໃນພາລະກິດປະຕິວັດແຫ່ງການຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາ ຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ແລະພັກປະຊາຊົນປະຕິວັດລາວໃນປັດຈຸບັນ ໄດ້ນໍາພາປວງຊົນລາວທັງຊາດດໍາເນີນການຕໍ່ສູ້ກູ້ຊາດທີ່ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງ ຈົນໄດ້ຮັບໄຊຊະນະຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າອົງອາດ, ໃນນັ້ນລັດຖະທໍາມະນູນແຫ່ງ ສປປ ລາວ ແມ່ນໝາກຜົນລວມຍອດ ຂອງການປະຕິວັດຊາດປະຊາທິປະໄຕປະ ຊາຊົນ ແມ່ນແນວທາງປ່ຽນແປງໃໝ່ຮອບດ້ານແບບມີຫຼັກການ ຂອງພັກໃນການຫັນເປັນກົດໝາຍພື້ນຖານ ຂອງລັດເຮົາ ຫຼື ກົດໝາຍແມ່ ຂອງລະບອບປະຊາທິປະໄຕປະຊາຊົນ. ລັດຖະທຳມະນູນສະບັບທຳອິດ ແມ່ນໄດ້ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວາລະປະຊຸມວັນທີ 14 ສິງຫາ 1991 ແລະ ຕໍ່ມາປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ອອກດຳລັດ ສະບັບເລກທີ 55/ປປທ ລົງວັນທີ 15 ສິງຫາ 1991 ວ່າດ້ວຍການປະກາດໃຊ້ລັດຖະທຳມະນູນ ແຫ່ງ ສປປ ລາວ ສະ ບັບທຳອິດຢ່າງເປັນທາງການ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ຈຶ່ງໄດ້ມີການປັບປຸງລັດຖະທໍາມະນູນຕື່ມອີກສອງເທື່ອຄື ໃນປີ 2003 ແລະ ປີ 2015.
ຂຽນຂ່າວໂດຍ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມ ເມືອງຈອມເພັດ.
ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.