ຫຼວງພະບາງງາມແທ້ໂອ້

ຫຼວງພະບາງງາມແທ້ໂອ້

ປັດຈຸບັນຫຼວງພະບາງ ນັບວ່າເປັນມືອງສະຫວັນ ຂອງນັກທ່ອງທ່ຽວ ເພາະແຂກທີ່ເດີນທາງມາຍັງດິນແດນແຫ່ງນີ້ ລ້ວນແຕ່ມີຄວາມປະທັບໃຈກັບໄມຕີຈິດມິດຕະພາບ ຂອງຊາວເມືອງຫຼວງພະບາງ ທີ່ຍີ້ມແຍ້ມແຈ່ມໃສ ໂອບເອື້ອອາລີຕໍ່ແຂກທີ່ມາຢ້ຽມຢາມ, ມີຂະນົບທຳນຽມປະເພນີທີ່ງົດງາມ, ເປັນເມືອງທີ່ມີຄວາມອຸດົມສົມບູນທາງດ້ານສະຖານທີ່ທ່ອງທ່ຽວຫຼາຍທີ່ສຸດຂອງ ສປປ ລາວ, ເມື່ອທ່ານເດີນ ທາງມາຍັງຫຼວງພະບາງ ສິ່ງທີ່ພາດບໍ່ໄດ້ກໍ່ຄືການຂື້ນທ່ຽວຊົມ ພະທາດພູສີ ທີ່ຕັ້ງເດັ່ນສະຫງ່າຢູ່ກາງເມືອງຫຼວງພະບາງ.

ທ່ຽວຊົມວັດຊຽງທອງ

ຫໍພິພິທະພັນ

ສຳພັດອາກາດບໍລິສຸດ ທີ່ນໍ້າຕົກຕາດກວາງຊີ

ພ້ອມນີ້ ຫຼວງພະບາງ ຍັງມີຈຸດພິເສດທີ່ແຕກຕ່າງຈາກແຂວງອື່ນໆ ເຊິ່ງອຸດົມສົມບູນ ແລະ ຮັ່ງມີໄປດ້ວຍວັດວາອາຮາມ ປູສະນິຍະສະຖານ, ວັດຖຸບູຮານ ແລະ ສະຖາປັດຕິຍະກຳອັນເກົ່າແກ່, ວັດທະນະທຳ, ຮີດຄອງປະເພນີ ແລະ ແບບແຜນດຳລົງຊີວິດ ເຮັດໃຫ້ແຂວງຫຼວງພະບາງ ໄດ້ຖືກຮັບຮອງໃຫ້ເປັນ ເມືອງມໍລະດົກໂລກ ໂດຍ: ອົງການຢູເນສໂກນັບແຕ່ປີ 1995 ເປັນຕົ້ນມາ. ຢ່າລືມມາທ່ຽວກັນເດີ.

ຂຽນໂດຍ: ທ. ບຸນທະວີ ສົມມະນີ ໂຄສະນາແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa