ຫຼວງພະບາງຕິດອັນດັບ 5 ຈາກ 7 ສະຖານທີ່ທ່ອງທ່ຽວທີ່ງາມທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້

ຫຼວງພະບາງຕິດອັນດັບ 5 ຈາກ 7 ສະຖານທີ່ທ່ອງທ່ຽວທີ່ງາມທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້

ຫຼວງພະບາງ ຖືກຈັດເປັນແຫຼ່ງທ່ອງທ່ຽວທາງວັດທະນະທຳທີ່ດີທີ່ສຸດແຫ່ງໜຶ່ງ ໃນອາຊີຕາເວັນ ອອກສ່ຽງໃຕ້, ຖືວ່າເປັນສະຖານທີ່ໜຶ່ງທີ່ມີຄວາມສວຍສົດງົດງາມໄປດ້ວຍປູສະນີຍະສະຖານທີ່ສຳຄັນ, ເຊິ່ງປະກອບດ້ວຍວັດວາອາຮາມທີ່ເກົ່າແກ່ຫຼາກຫຼາຍແຫ່ງ ທີ່ໄດ້ບູລະນະຮັກສາໄວ້ເປັນຢ່າງດີ ເພື່ອໃຫ້ທຸກໆຄົນສາມາດເຂົ້າມາກາບໄຫ້ວ ແລະ ທ່ຽວຊົມສະຖານທີ່ດັ່ງກ່າວນັ້ນໄດ້.

ວັດຊຽງທອງ

ນອກຈາກນັ້ນ; ຫຼວງພະບາງ ຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ສວຍສົດງົດງາມຫຼາຍໆແຫ່ງ ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ຽວຊົມຢູ່ເປັນປະຈຳ, ເຊິ່ງເປັນທີ່ຮູ້ຈັກກັນດີ, ໂດຍສະເພາະແມ່ນນໍ້າຕົກຕາດກວາງຊີ, ສະນັ້ນ; ການເດີນທາງມາທ່ອງທ່ຽວທີ່ອາຊີ ຕາເວັນອອກສ່ຽງໃຕ້ ກໍ່ເປັນອີກທາງເລືອກໜຶ່ງສຳລັບນັກທ່ອງທ່ຽວທີ່ມີງົບປະມານຈຳກັດໃນການທ່ອງ ທ່ຽວ, ເຊິ່ງສະຖານທີ່ທີ່ສວຍງາມແຫ່ງນີ້ ສາມາດດຶງດູດເອົານັກປະຈົນໄພ ແລະ ຜູ້ທີ່ມີຄວາມມັກຮັກທຳມະຊາດ-ວັດທະນະທຳ ແລະ ການມາຢ້ຽມຊົມສະຖານທີ່ທ່ອງທ່ຽວເລົ່ານີ້ໄດ້ທຸກໆປີ.

ຂຽນໂດຍ: ບຸນທະວີ ສົມມະນີ; ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa